VUFO ແລະ ຫົວໜ້າຄະນະຜູ້ແທນຫວຽດນາມ ຢູ່ຕ່າງປະເທດ: ຮ່ວມມືເພື່ອເປີດກວ້າງເຄືອຂ່າຍເພື່ອນມິດຄູ່ຮ່ວມມື
VUFO 2023: ການທູດປະຊາຊົນເອົາໃຈໃສ່ເປັນພິເສດເຖິງການພັດທະນາເສດຖະກິດ ສັງຄົມ | |
ງານພົບປະແລກປ່ຽນວິສາຫະກິດຊາວຫວຽດນາມ ຢູ່ຕ່າງປະເທດ ເພື່ອສະເຫຼີມສະຫຼອງວັນນັກທຸລະກິດຫວຽດນາມ |
ກ່າວຄຳເຫັນທີ່ການພົບປະ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຫ້ຽວ ຖືວ່າ: ໃນບັນດາໝາກຜົນທີ່ບັນລຸໄດ້ຂອງປະເທດຊາດ, 3 ເສົາຄ້ຳຄື ການທູດຂອງພັກ, ການທູດແຫ່ງລັດ ແລະ ການທູດປະຊາຊົນ ໄດ້ມີຄວາມມານະພະຍາຍາມອັນໃຫຍ່ຫຼວງ, ມີການປະກອບສ່ວນສຳຄັນເຂົ້າ ໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບ, ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ.
ທີ່ການພົບປະ, ທ່ານຮອງປະທານ, ເລຂາທິການສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ຟານແອງເຊີນ ໄດ້ແນະນຳໂຄງປະກອບການຈັດຕັ້ງ, ໜ້າທີ່ ແລະ ວຽກງານ VUFO ກໍ່ຄືບັນດາການເຄື່ອນໄຫວ ແລະ ການກຳນົດທິດໃນປີ 2023.
![]() |
ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຫ້ຽວ ກ່າວຄຳເຫັນທີ່ການພົບປະ |
ທ່ານ ຟານແອງເຊີນ ກ່າວວ່າ ໃນການກຳນົດທິດ ປີ 2023, VUFO ພວມກວດກາຄືນບັນດາເພື່ອນມິດຄູ່ຮ່ວມມືຕ່າງປະເທດ. ພ້ອມກັນນັ້ນ ກໍ່ໄດ້ສ້າງຕັ້ງ ແລະ ສຳເລັດການກຳນົດທິດພັດທະນາຂອງ VUFO ຮອດປີ 2030. ຊຸກຍູ້ວຽກງານຂໍ້ມູນຂ່າວສານການຕ່າງປະເທດ; ການຝຶກອົບຮົມ, ບຳລຸງສ້າງ, ການປະເມີນຜົນ ແລະ ຄົ້ນຄວ້າສະພາບການໃນພາກພື້ນ. ໃນນັ້ນ, ໄດ້ເຊື້ອເຊີນບັນດາຫົວໜ້າຫ້ອງການຜູ້ຕາງໜ້າຫວຽດນາມ ຢູ່ຕ່າງປະເທດ ມາພົບປະທາງອອນລາຍ ກັບບັນດາພະແນກຂອງ VUFO ເພື່ອມີມູມມອງທີ່ເລິກເຊິ່ງກ່ຽວກັບທ້ອງຖິ່ນທີ່ຕົນຮັບຜິດຊອບ.
ດ້ວຍການກຳນົດທິດ, ໜ້າທີ່ ແລະ ຄວາມຮັບຜິດຊອບທີ່ໄດ້ມອບໝາຍ, ຫົວໜ້າຄະນະຜູ້ແທນຫວຽດນາມ ຢູ່ຕ່າງປະເທດ ຢືນຢັນຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ແລະ ປະກອບສ່ວນເຂົ້າໃນຜົນສຳເລັດຂອງການເຄື່ອນໄຫວພົວພັນຕ່າງປະເທດຂອງປະເທດຊາດ ເວົ້ົ້າລວມ ແລະ ການທູດປະຊາຊົນ ເວົ້ົ້າສະເພາະ.
ຄຳຮຸ່ງ