18:40 | 16/03/2023

ການທ່ອງທ່ຽວຫວຽດນາມ ປີ 2023: “ຍູ້ໄວການຟື້ນຟູ- ເພີ່ມຄວາມໄວໃນການພັດທະນາ”

ແຂກ​ທ່ອງ​ທ່ຽວໄດ້​ເລືອກ​ເອົາ​ຫາດ​ຊາຍ ໝີ​ເຄ ຂອງ ຫວຽດ​ນາມ ເຂົ້າ​ໃນ Top ຫາດ​ຊາຍ​ງາມ​ທີ່​ສຸດ​ ອາ​ຊີ ແຂກ​ທ່ອງ​ທ່ຽວໄດ້​ເລືອກ​ເອົາ​ຫາດ​ຊາຍ ໝີ​ເຄ ຂອງ ຫວຽດ​ນາມ ເຂົ້າ​ໃນ Top ຫາດ​ຊາຍ​ງາມ​ທີ່​ສຸດ​ ອາ​ຊີ
ຊຸກ​ຍູ້​ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ ຫວຽດ​ນາມ ແລະ ແຂ​ວງ ໜອງ​ບົວ ລຳ​ພູ (ໄທ) ຊຸກ​ຍູ້​ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ ຫວຽດ​ນາມ ແລະ ແຂ​ວງ ໜອງ​ບົວ ລຳ​ພູ (ໄທ)

ຕອນ​ບ່າຍ​ວັນ​ທີ 15 ມີ​ນາ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມ​ມິ​ງຈ​ິງ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ທາງໄກ​ທົ່ວປະເທດ​ກ່ຽວ​ກັບ​ການທ່ອງທ່ຽວ​ປີ 2023 ດ້ວຍ​ຫົວ​ຂໍ້ “ຍູ້​ໄວ​ການ​ຟື້ນ​ຟູ- ເພີ່ມ​ຄວາມ​ໄວ​ໃນ​ການພັດທະນາ”.

ກອງ​ປະ​ຊຸມ​ໄດ້​ດຳ​ເນີນ​ໄປ​ພາຍຫຼັງ 1 ປີ​ທີ່​ຫວຽດ​ນາມ ໄດ້​ເປີດ​ປະ​ຕູ​ການ​ທ່ອງ​ທ່ຽວ​ຄືນ​ໃໝ່ (ວັນ​ທີ 15/03/2022). ເຂົ້າ​ຮ່ວມ​ມີ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈີ່ນ​ຮົ່ງ​ຮ່າ, ການ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, 63 ແຂວງ, ນະ​ຄອນ, ສະ​ມາ​ຄົມການ​ທ່ອງ​ທ່ຽວ, ວິ​ສາ​ຫະ​ກິດ ແລະ ບໍ​ລິ​ສັດ​ການ​ບິນ.

ບັນ​ດາ​ບົດ​ລາຍ​ງານ​ຂອງ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ​, ບົດ​ປະ​ກອບ​ຄຳ​ເຫັນຂອງ​ຜູ້​ແທນທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ ໄດ້​ຢັ້ງ​ຢືນ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້, ຊີ້​ໃຫ້​ເຫັນ​ບັນ​ດາ​ຂໍ້​ຈຳ​ກັດ, ສິ່ງ​ກີດ​ຂວາງ, ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດ ແລະ ສາຍ​ເຫດ​ຢ່າງ​ກົງ​ໄປ​ກົງ​ມາ, ຍົກ​ໃຫ້​ເຫັນ​ບັນ​ດ​າ​ສິ່ງ​ທ້າ​ທາຍຫຼັກຂອງ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ ແລະ ຂໍ້​ສະ​ເໜີ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ຢ່າງ​ແທດ​ຈິງ​ເພື່ອ​ຟື້ນ​ຟູ ແລະ ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ກ່າວ​ຄຳ​ເຫັນ​ສະຫຼຸບກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄດ້ມອບໝາຍໃຫ້​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ, ສົມ​ທົບ​ກັບ ຫ້ອງວ່າການລັດຖະບານ ແລະ ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອ​ງ​ເພື່ອ​ຮັບ​ເອົາ​ຄຳ​ເຫັນ​ຢ່າງ​ເຂັ້ມ​ງວດ, ບຸ​ລະ​ນະ, ຍື່ນສະເໜີ​ປະ​ກາດ​ໃຊ້​ມະ​ຕິ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ຍູ້​ໄວ​ການ​ຟື້ນ​ຟູ ເພີ່ມ​ຄວາມ​ໄວ​ໃນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຍືນ​ຍົງ.

ການທ່ອງທ່ຽວຫວຽດນາມ ປີ 2023: “ຍູ້ໄວການຟື້ນຟູ- ເພີ່ມຄວາມໄວໃນການພັດທະນາ”
ທ່ານ​ນາຍົກລັດຖະມົນຕີ ຟ້າ​ມ​ມິ​ງຈ​ິງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: dangcongsan.vn)

ໂດຍເນັ້ນ​ໜັກ​ບາງ​ເນື້ອ​ໃນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ຕ້ອງ​ກຳ​ນົດ​ສະ​ພາບ​ການ​ຂອງ​ປະ​ເທດ​ຊາດ​ພວມ​ພັດ​ທະ​ນາ, ພື້ນ​ຖານ​ເສດ​ຖະ​ກິດ​ທີ່ພວມມີການຫັນປ່ຽນ​, ຂະ​ແໜງ​ການ​ທ່ອງ​ທ່ຽວຂອງ ຫວຽດ​ນາມ ພັດ​ທະ​ນາ​ຫຼັງ​ບັນ​ດາ​ປະ​ເທດ, ພວກ​ເຮົາ​ປາດ​ຖະ​ໜາຢາກ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ໂດຍ​ໄວ, ຍືນ​ຍົງ​ແຕ່​ບັນ​ດາ​ໜ້າ​ທີ່, ວິ​ທີ​ການ​ຕ້ອງ​ບໍ່​ປະໝາ່ດ ກໍ່​ຄື​ຟ້າວ​ຟັ່ງ, ຢຶດ​ໝັ້ນ, ມີ​ຄຸນ​ນະທາດ, ໃຈ​ເຢັນ, ໄຈ້​ແຍກ, ຕີ​ລາ​ຄາ​ບັນ​ດາ​ໝາກ​ຜົນ, ຄວາມສະ​ດວກທີ່​ຕ້ອງ​ຜັນ​ຂະ​ຫຍາຍ, ຂໍ້ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດທີ່​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ, ບັນ​ດາ​ສິ່ງ​ທ້າ​ທາຍທີ່​ຕ້ອງ​ຜ່ານ​ຜ່າ.

​ຫວນ​ຄືນ​ໜຶ່ງ​ປີ​ແຫ່ງ​ການ​ເປີດ​ບໍລິການ, ​ເຊິ່ງກວ້າງ​ກ່​ວາ​ນີ້​ອີກແມ່ນ ​ແຕ່​ປີ 2016 ຮອດ​ປະຈຸ​ບັນ, ທ່ານ​ນາຍົກລັດຖະມົນຕີ ໄດ້ຕີ​ລາຄາ​ວ່າ ຂະ​ແໜງ​ການ​ທ່ອງ​ທ່ຽວຫວຽດນາມ ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່ໜ້າພາກພມູໃຈ ​ແລະ ​ໜ້າ​ນັບຖື. ຈໍານວນນັກທ່ອງທ່ຽວພາຍໃນເພີ່ມຈາກ 57 ລ້ານເທື່ອຄົນໃນປີ 2015 ຂຶ້ນ​ເຖິງ 85 ລ້ານເທື່ອຄົນໃນປີ 2019. ນັກທ່ອງທ່ຽວຕ່າງປະເທດເພີ່ມຈາກ 7,9 ລ້ານເທື່ອຄົນໃນປີ 2015 ຂຶ້ນ​ເຖິງ 18 ລ້ານເທື່ອຄົນໃນປີ 2019. ກຳລັງຄວາມສາມາດໃນ​ການແຂ່ງຂັນຂອງການທ່ອງທ່ຽວຂອງຫວຽດນາມໃນປີ 2019 ເພີ່ມຂຶ້ນ 17 ອັນດັບເມື​່ອ​ທຽບ​ໃສ່ປີ 2011. ປີ 2022, ຫວຽດນາມ ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ 3,66 ລ້ານ​ເທື່ອ​ຄົນ ​ແລະ ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ 103 ລ້ານ​ເທື່ອ​ຄົນ.

ໃນປີ 2020 ແລະ 2021, ເຖິງວ່າຈະໄດ້ຮັບຜົນກະທົບໜັກຈາກໂລກລະບາດກໍ່ຕາມ, ແຕ່ດັດຊະນີຄວາມອາດສາມາດພັດທະນາການທ່ອງທ່ຽວຂອງຫວຽດນາມ ຍັງເພີ່ມຂຶ້ນ, ໃນປີ 2021 ເພີ່ມຂຶ້ນ 8 ອັນດັບ ເມື່ອທຽບໃສ່ປີ 2019, ຢູ່ອັນດັບທີ 52/117; ຫວຽດນາມ ​ແມ່ນ​ໜຶ່ງ​ໃນ 3 ປະ​ເທດ​ທີ່​ມີ​ການ​ປັບປຸງຂຶ້ນ​ສູງ​ສຸດ​ໃນ​ໂລກ. ນັບແຕ່ເດືອນພະຈິກ 2021 ເປັນຕົ້ນມາ, ພວກເຮົາໄດ້ທົດລອງການຕ້ອນຮັບນັກທ່ອງທ່ຽວສາກົນ ແລະ ໄດ້ເປີດປະ​ຕູ​ການທ່ອງທ່ຽວຢ່າງເປັນທາງການແຕ່ວັນທີ 15 ມີນາ 2022 ເປັນຕົ້ນມາ.

ນີ້​ແມ່ນ​ບັນດາ​ພະຍານ​ຫຼັກ​ຖານ​​ທີ່ມີ​ຊີ​ວິດ​ຊີ​ວາ​ໃຫ້​ແກ່ການ​ພັດທະນາ​ການທ່ອງທ່ຽວ​ຫວຽດນາມ, ​ປັບ​ປຸງ​ຄວາມ​ເຊື່ອ​ໝັ້ນ​ໃນ​ການ​ຟື້ນ​ຟູ ​ແລະ ພັດທະນາ​ຢ່າງ​ເຂັ້ມແຂງ​ໃນ​ໄລຍະ​ຈະ​ມາ​ເຖິງ. ດ້ວຍ​ບັນດາ​ໝາກຜົນ​ດັ່ງກ່າວ, ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ, ປະສົບ​ການ, ຄວາມ​ຮັບ​ຮູ້​ທີ່​ດີ​ກ່ວາ​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ, ກາລະ​ໂອກາດ​ທີ່​ດີ​, ​ບັນດາ​ທ່າ​ໄດ້​ປຽບ​ໃນ​ການ​ແກ່ງແຍ້ງ​ຂອງ​ການທ່ອງທ່ຽວ​ຫວຽດນາມ ​ເພື່ອ​ກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃໝ່, ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຈາກ​ມື​ຂອງ​ຕົນ​ເອງ, ສະ​ໝອງ, ດິນ​ແດນ, ເຂດ​ນ່ານ​ຟ້າ, ເຂ​ດ​ທະ​ເລ​ຂອງ​ຕົນ, ການພັດທະນາ​ການທ່ອງທ່ຽວ​ໄດ້​ກາຍ​ເປັນ​ຂະ​ແໜງ​ເສດຖະກິດ​ປາຍ​ແຫຼມ​ຕາມ​ມະຕິ​ຂອງ​ກົມ​ການ​ເມືອງ, ຕິດ​ພັນ​ການ​ທ່ອງ​ທ່ຽວ​ກັບ​ການ​ພັດ​ທະ​ນາ​ອຸດສາຫະກຳ​ວັດທະນະທຳ ​ແລະ ການ​ບັນ​ເທິງ, ປະກອບສ່ວນ​ກໍ່ສ້າງ​ພື້ນຖານ​ເສດຖະກິດ​ເອກະລາດ ​ແລະ ​ເປັນ​ເຈົ້າ​ຕົນ​ເອງ​ຕິດ​ພັນ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ຕັ້ງໜ້າ ​ແລະ ກວ້າງຂວາງ, ແທດຈິງ ແລະ ມີປະສິດທິພາບ.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-16432.html

In bài biết