ວິສາຫະກິດຫວຽດນາມ ຮ່ວມມືພັດທະນາກະສິກຳອົງຄະທາດ, ປຸຍ ຢູ່ລາວ
ວິສາຫະກິດຫວຽດນາມ ນັບມື້ນັບຂຸດຄົ້ນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ ໄດ້ເປັນຢ່າງດີ | |
ວິສາຫະກິດຫວຽດນາມ ຄົ້ນຫາຜູ້ສະຫນອງສິນຄ້າຢູ່ລາວ |
![]() |
ກຸ່ມບໍລິສັດ ເກ້ເລີມ (ຫວຽດນາມ) ຫາກໍ່ລົງນາມໃນສັນຍາຮ່ວມມືກັບກຸ່ມບໍລິສັດພົງສະຫວັນ (ລາວ) ກ່ຽວກັບການພັດທະນາກະສິກຳອົງຄະທາດ ແລະ ການປູກຝັງໝູນວຽນ |
ພິທີລົງນາມໃນວັນທີ 6 ມີນານີ້ ໂດຍການເປັນສັກຂີພິຍານຂອງ ທ່ານ ປອ. ເພັດ ພົມພິພັກ - ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ສປປ.ລາວ; ທ່ານ ປອ. ອ໋ອດ ພົງສະຫວັນ - ຮອງປະທານສູນກາງແນວລາວສ້າງຊາດ (LFND), ທັງເປັນທີ່ປຶກສາດ້ານເສດຖະກິດ ແລະ ການພັດທະນາ; ພ້ອມດ້ວຍເຈົ້າໜ້າທີ່ຂັ້ນສູງຂອງ LFND ແລະ ຜູ້ນຳຫຼັກແຫຼ່ງຂອງສອງຝ່າຍ.
ຕາມໜັງສືພິມ Vientiane Times ແລ້ວ, ເນື້ອໃນຂອງການຮ່ວມມືລະຫວ່າງສອງຝ່າຍ ປະກອບມີ ການນຳເອົາຜະລິດຕະພັນຍີ່ຫໍ້ຂອງກຸ່ມບໍລິສັດເກ້ເລີມ ເຂົ້າມາລາວ, ໂດຍສະເພາະແມ່ນຝຸ່ນອົງຄະທາດ (ຈຸລິນຊີ), ຝຸ່ນຊີວະພາບ, ຝຸ່ນອົງຄະທາດ (ແຮ່ທາດ).
![]() |
ນອກນີ້, ກຸ່ມບໍລິສັດ ເກ້ເລີມ ຈະຝຶກອົບຮົມຜູ້ຊ່ຽວຊານ, ຖ່າຍທອດຄວາມຮູ້ດ້ານເຕັກໂນໂລຊີປ່ຽນແປງໃໝ່ປະດິດສ້າງ ແລະ ແນະນຳ ກຸ່ມບໍລິສັດ ພົງສະຫວັນ ສ້າງຮູບແບບການປູກຝັງແບບໝູນວຽນ, ເພີ່ມທະວີການຜະລິດກະສິກຳອົງຄະທາດ ແລະ ລະບົບຊີວະພາບການປູກຝັງທາດອົງຄະທາດ, ກະສິກຳປູກຝັງແບບໝູນວຽນໃນໄລຍະຈະມາເຖິງ.
ພ້ອມກັນນັ້ນ, ສອງຝ່າຍຈະສົມທົບກັນໂຄສະນາເຜີຍແຜ່, ປຸກລະດົມປະຊາຊົນປ່ຽນແປງແນວຄິດນຳໃຊ້ຜະລິດຕະພັນກະເສດອົງຄະທາດ, ແນະນຳໃຫ້ນຳໃຊ້ຝຸ່ນອົງຄະທາດ (ຈຸລິນຊີ) ແລະ ຜະລິດຕະພັນກະເສດປອດສານພິດອື່ນໆ.
ທ່ານ ພູສະຫວັນ ກ່າວວ່າ: ເພື່ອສືບຕໍ່ຮັກສາ ແລະ ພັດທະນາສາຍພົວພັນການຮ່ວມມືສອງຝ່າຍ ລະຫວ່າງສອງບໍລິສັດນັ້ນ, ສອງຝ່າຍຈະໄດ້ພົບປະເປັນຄັ້ງທີ 3 ເພື່ອລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືໃນການເຄື່ອນໄຫວໂຄງການທີ່ກ່ຽວຂ້ອງເຖິງກະສິກຳທັນສະໄໝ”.
ຄຳຮຸ່ງ