11:12 | 13/03/2023

ການ​ນຳ​ຫວຽດ​ນາມ ຍິນ​ດີ​ຕ້ອນ​ຮັບ ຜູ້ອຳນວຍການໃຫຍ່ອົງການພັດທະນາສາກົນ ອາເມລິກາ (USAID) ພວມຢູ່ຢ້ຽມຢາມ ຫວຽດນາມ

ຫວຽດນາມ ແລະອາເມລິກາ ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ຫວຽດນາມ ແລະອາເມລິກາ ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ
ອາເມລິກາ ສືບຕໍ່ຮ່ວມມື, ໜູນຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ອາເມລິກາ ສືບຕໍ່ຮ່ວມມື, ໜູນຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ

ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບ ອາເມລິກາ ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງບົນຫຼັກການທີ່ວ່າ ອາເມລິກາ ຍາມໃດກໍສະໜັບສະໜູນ ຫວຽດນາມ ຢ່າງແຮງ, ເອກະລາດ, ວັດທະນາຖາວອນ ແລະ ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບການເມືອງຂອງກັນ.

ການ​ນຳ​ຫວຽດ​ນາມ ຍິນ​ດີ​ຕ້ອນ​ຮັບ ຜູ້ອຳນວຍການໃຫຍ່ອົງການພັດທະນາສາກົນ ອາເມລິກາ (USAID) ພວມຢູ່ຢ້ຽມຢາມ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາງ Samantha Power, ຜູ້ອຳນວຍການໃຫຍ່ອົງການພັດທະນາສາກົນ ອາເມລິກາ (ພາບ: VGP)

ນີ້ແມ່ນຄຳຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນຕອນບ່າຍວັນທີ 10 ມີນາ, ຢູ່ສຳນັກງານລັດຖະບານ ເມື່ອໃຫ້ການຕ້ອນຮັບທ່ານນາງ Samantha Power, ຜູ້ອຳນວຍການໃຫຍ່ອົງການພັດທະນາສາກົນ ອາເມລິກາ (USAID) ພວມຢູ່ຢ້ຽມຢາມ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ USAID ສືບຕໍ່ຍູ້ແຮງການຊ່ວຍເຫຼືອ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ຍູ້ແຮງການຮ່ວມມືໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສາທາລະນະສຸກ, ການສຶກສາ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ໜູນຊ່ວຍມະຫາວິທະຍາໄລ Fulbright ຫວຽດນາມ ກາຍເປັນສູນສຶກສາ ລະດັບພາກພື້ນ; ຊຸກຍູ້ການປ່ຽນແປງສີຂຽວ, ຫັນເປັນດີຈີຕອນ.

ສ່ວນທ່ານນາງ Samantha Power ສະແດງຄວາມຂອບອົກຂອບໃຈລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຂອງ ຫວຽດນາມ ໄດ້ຮ່ວມມືກັບ USAID ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍໂຄງການຕ່າງໆໂດຍ ອາເມລິກາ ອຸປະຖຳ ຢ່າງມີປະສິດທິຜົນ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຊຸກຍູ້ການຮ່ວມມື, ໜູນຊ່ວຍ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດຕ່າງໆຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ກ່າວມາຂ້າງເທິງ.

ໃນມື້​ດຽວ​ກັນ,ທີ່ການຕ້ອນຮັບທ່ານນາງ Samantha Power, ຜູ້ອຳນວຍການໃຫຍ່ອົງການພັດທະນາເສດຖະກິດ ອາເມລິກາ (USAID) ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ສະແດງຄວາມປະຕິຊົມຊື່ນຕໍ່ການພັດທະນາຢ່າງແຮງຂອງການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ, ໃນນັ້ນ USAID ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ຜ່ານໂຄງການໜູນຊ່ວຍການພັດທະນາໃນຂົງເຂດຕ່າງໆ, ເປັນຕົ້ນແມ່ນ: ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ສາທາລະນະສຸກ, ການສຶກສາ, ຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງໃຫ້ທ້ອງຖິ່ນ, ວິສາຫະກິດ… ບັນດາໂຄງການໂດຍ USAID ຜັນຂະຫຍາຍຢູ່ ຫວຽດນາມ ສະແດງໃຫ້ເຫັນການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ທີ່ມີຊີວິດຊີວາ ແລະ ນັບມື້ນັບພັດທະນາຢ່າງມີປະສິດທິຜົນ ແລະ ແທດຈິງ.

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ USAID ສືບຕໍ່ຍູ້ແຮງການຊ່ວຍເຫຼືອ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຕ້ອນຮັບທ່ານນາງ Samantha Power, ຜູ້ອຳນວຍການໃຫຍ່ອົງການພັດທະນາເສດຖະກິດ ອາເມລິກາ (ພາບ: baoquocte.vn)

ທ່ານນາງ Samantha Power ໃຫ້ຮູ້ວ່າ ໄດ້ໄປຢ້ຽມຢາມ ແລະ ເຫັນປະຈັກຕາຜົນງານຂອງໂຄງການຕ່າງໆ ເຊິ່ງ USAID ພວມຜັນຂະຫຍາຍ. ໃນໄລຍະຈະມາເຖິງ, USAID ຈະສືບຕໍ່ສຸມໃສ່ແກ້ໄຂບັນຫາທີ່ຍັງຄົງຄ້າງຢູ່ພາຍຫຼັງສົງຄາມ, ໜູນຊ່ວຍ ຫວຽດນາມ ຫຼຸດຜ່ອນຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ, ພັດທະນາແບບຍືນຍົງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ພັດທະນາພື້ນຖານໂຄງລ່າງດ້ານສາທາລະນະສຸກ, ຮັບມືກັບໂລກລະບາດຕິດຕໍ່.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-16410.html

In bài biết