08:03 | 02/03/2023

ພະແນກຍຸຕິທຳແຂວງແຄ໋ງຮ່ວາ ເພີ່ມທະວີການແລກປ່ຽນວິຊາຊີບ ກັບພະແນກຍຸຕິທຳແຂວງອັດຕະປື ແລະ ແຂວງຈຳປາສັກ (ລາວ)

ກວາງນາມ ເພີ່ມທະວີການຮ່ວມມືກັບແຂວງອັດຕະປື (ລາວ) ກວາງນາມ ເພີ່ມທະວີການຮ່ວມມືກັບແຂວງອັດຕະປື (ລາວ)
ແຂວງຈຳປາສັກ ມອບອຸປະກອນຮັບໃຊ້ ນະຄອນປາກເຊ ເພື່ອແກ້ໄຂການລະບາດ ພະຍາດໂຄວິດ-19 ແຂວງຈຳປາສັກ ມອບອຸປະກອນຮັບໃຊ້ ນະຄອນປາກເຊ ເພື່ອແກ້ໄຂການລະບາດ ພະຍາດໂຄວິດ-19

ທີ່ການພົບປະ, ການນຳພະແນກຍຸຕິທຳແຂວງ ແຄ໋ງຮ່ວາ ແລະ ຜູ້ຕາງໜ້າຂອງສອງຄະນະຜູ້ແທນພະແນກຍຸຕິທໍາ ສປປ.ລາວ ໄດ້ແຈ້ງຂໍ້ມູນໂດຍສັງເຂບກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງທ້ອງຖິ່ນ ແລະ ໝາກຜົນການປະຕິບັດໜ້າທີ່ຂອງ 3 ພະແນກໃນປີ 2022. ສອງຝ່າຍ ກໍ່ໄດ້ສຸມໃສ່ແລກປ່ຽນ ແລະ ຖອດຖອນບົດຮຽນກ່ຽວກັບການປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນວຽກງານວິຊາສະເພາະ. ພະແນກຍຸຕິທຳແຂວງ ແຄ໋ງຮ່ວາ ໄດ້ແບ່ງປັນປະສົບການໃນການປ່ຽນແປງໃໝ່, ຍົກສູງປະສິດທິຜົນການກໍ່ສ້າງ ແລະ ເຮັດສຳເລັດລະບົບເອກະສານຂໍ້ກຳນົດກົດໝາຍ; ປະສົບ​ການ​ໃນ​ການ​ປະຕິບັດ​ຂັ້ນ​ຕອນ ​ການ​ຂໍເຂົ້າສັນຊາດ​ຫວຽດນາມ ​ແລະ ການ​ຮັບ​​ເອົາເປັນລູກລ້ຽງ ຂອງແຂວງ ແຄ໋ງຮ່ວາ.

ພະແນກຍຸຕິທຳແຂວງແຄ໋ງຮ່ວາ ເພີ່ມທະວີການແລກປ່ຽນວິຊາຊີບ ກັບພະແນກຍຸຕິທຳແຂວງອັດຕະປື ແລະ ແຂວງຈຳປາສັກ (ລາວ)

ພະແນກຍຸຕິທຳແຂວງແຄ໋ງຮ່ວາ ເພີ່ມທະວີການແລກປ່ຽນວິຊາສະເພາະກັບພະແນກຍຸຕິທຳແຂວງອັດຕະປື ແລະ ແຂວງຈຳປາສັກ (ລາວ)

ການ​ນຳ​ພະແນກ​ຍຸຕິ​ທຳ​ແຂວງ ​ແຄ໋ງຮ່ວາ ປາດ​ຖະໜາ​ວ່າ ບັນດາ​ພະ​ແນ​ກຍຸຕິ​ທຳ​ຂອງແຂວງອັດຕະປື ແລະ ແຂວງຈຳປາສັກ ຈະ​ຕັ້ງໜ້າ​ແລກປ່ຽນ​ບົດຮຽນ, ສະໜັບສະໜູນ ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນໃນ​ວຽກ​ງານ​ຍຸຕິ​ທຳ ​ແລະ ກົດໝາຍ, ປະກອບສ່ວນ​ຮັດ​ແໜ້ນ ​ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ມູນເຊື້ອອັນ​ພິ​ເສດ, ຄວາມ​ສາມັກຄີ ​ແລະ ຄວາມ​ສະໜິດຕິດພັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ລາວ.

ພະແນກຍຸຕິທຳແຂວງແຄ໋ງຮ່ວາ ເພີ່ມທະວີການແລກປ່ຽນວິຊາຊີບ ກັບພະແນກຍຸຕິທຳແຂວງອັດຕະປື ແລະ ແຂວງຈຳປາສັກ (ລາວ)
ພະແນກຍຸຕິທຳແຂວງແຄ໋ງຮ່ວາ ເພີ່ມທະວີການແລກປ່ຽນວິຊາຊີບ ກັບພະແນກຍຸຕິທຳແຂວງອັດຕະປື ແລະ ແຂວງຈຳປາສັກ (ລາວ)

ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ປະຈຳຊາດຂອງປະເທດລາວ ​ທີ່​ຈະ​ມາ​ເຖິງ, ການ​ນຳ​ພະ​ແນກ​ຍຸ​ຕິ​ທຳ​ແຂວງ ແຄ໋ງ​ຮ່​ວາ ກໍ​ອວຍ​ພອນ​ໃຫ້​ບັນ​ດາ​ການ​ນຳ, ພະ​ນັກ​ງານ​ພະ​ແນກ​ຍຸ​ຕິ​ທຳ 2 ແຂວງ ​ຈົ່ງມີ​ສຸ​ຂະ​ພາບ​ແຂງ​ແຮງ, ມີ​ຄວາມ​ຜາ​ສຸກ. ເນື່ອງໃນໂອກາດນີ້, ພະແນກຍຸຕິທຳແຂວງ ແຄ໋ງຮ່ວາ ກໍໄດ້ມອບຫຼຽນກາທີ່ລະນຶກຂອງແຂວງ ແຄ໋ງຮ່ວາ ໃຫ້ແກ່ສະມາຊິກຄະນະ ແລະ ມອບຂອງທີ່ລະນຶກ, ເຄື່ອງຈັກ ແລະ ອຸປະກອນຫ້ອງການໃຫ້ແກ່ພະແນກຍຸຕິທຳຂອງ 2 ແຂວງອັດຕະປື ແລະ ແຂວງຈຳປາສັກ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-16368.html

In bài biết