08:02 | 02/03/2023

ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍທີ່ດິນ: ຄວນບຸລິມະສິດ ໃຫ້ແກ່ທີ່ດິນທຳການຜະລິດ, ຮັບປະກັນຊີວິດການເປັນຢູ່ຂອງຊາວຊົນເຜົ່າສ່ວນໜ້ອຍ

ປັບປຸງສຸຂະພາບແມ່ ແລະ ເດັກເກີດໃໝ່ຢູ່ຊຸມຊົນເຜົ່າສ່ວນໜ້ອຍຢູ່ ດັກລັກ ປັບປຸງສຸຂະພາບແມ່ ແລະ ເດັກເກີດໃໝ່ຢູ່ຊຸມຊົນເຜົ່າສ່ວນໜ້ອຍຢູ່ ດັກລັກ
ອຽກລັງ ຊ່ວຍເຫຼືອປະຊາຊົນເຜົ່າສ່ວນໜ້ອຍ ແລະເຂດພູດອຍ ທີ່ປະສົບກັບຄວາມຫຍຸ້ງຍາກເພື່ອປັບປຸງຊີວິດການເປັນຢູ່ ອຽກລັງ ຊ່ວຍເຫຼືອປະຊາຊົນເຜົ່າສ່ວນໜ້ອຍ ແລະເຂດພູດອຍ ທີ່ປະສົບກັບຄວາມຫຍຸ້ງຍາກເພື່ອປັບປຸງຊີວິດການເປັນຢູ່

ກ່າວ​ຄຳ​ເຫັນປະກອບ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ), ທ່ານ ກວາງ​ວັນ​ເຮືອງ, ຮອງ​ປະທານ​ສະພາ​ຊົນ​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດ ໄດ້​​ຍົກອອກ​ບັນດາ​ຄວາມ​ຫຍຸ້ງຍາກ​ຂອງຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ເຊິ່ງມີ​ຜົນກະທົບຫຼາຍທີ່​ສຸດ​ໃນ​ການກໍ່ສ້າງ ແລະ ຈັດ​ຕັ້ງປະຕິບັດ​ບັນດາ​ນະ​ໂຍບາຍ ​ແລະ ກົດໝາຍ ເວົ້າລວມ, ນະ​ໂຍບາຍ ​ແລະ ກົດໝາຍ​ວ່າດ້ວຍ​ທີ່​ດິນ​ສຳລັບຊາວຊົນ​ເຜົ່າ​ສ່ວນ​ໜ້ອຍ ​ເວົ້າ​ສະ​ເພາະ.

ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍທີ່ດິນ: ຄວນບຸລິມະສິດ ໃຫ້ແກ່ທີ່ດິນທຳການຜະລິດ, ຮັບປະກັນຊີວິດການເປັນຢູ່ຂອງຊາວຊົນເຜົ່າສ່ວນໜ້ອຍ
ຄວນບຸລິມະສິດໃຫ້ທີ່ດິນທຳການຜະລິດ, ຮັບປະກັນຊີວິດການເປັນຢູ່ຂອງຊາວຊົນເຜົ່າສ່ວນໜ້ອຍ

ທ່ານ​ຮອງ​ປະທານ​ສະພາ​ຊົນ​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດ ຖື​ວ່າ: ບັນດາ​ຂໍ້​ກຳນົດ​ຂອງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ປີ 2013 ​ໄດ້​ສ້າງ​ພື້ນຖານ​ນິຕິ​ກຳ​ໃຫ້​ແກ່​ການບັນດາ​ເອກະສານພາຍໃຕ້​ກົດໝາຍ ​ແລະ ການຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ​ທີ່​ດິນ​ໃຫ້​ບັນດາ​ຊົນ​ເຜົ່າເປັນລະບອບລະບຽບການ. ພັກ ​ແລະ ລັດ​ໄດ້​ເອົາ​ໃຈ​ໃສ່​ນຳ​ພາ, ຊີ້​ນຳ ​ແລະ ຈັດ​ຕບັນດາ​ແຜນ​ງານ​ແຫຼ່ງກຳລັງ ​ເພື່ອ​ປະຕິບັດ​ນະ​ໂຍບາຍ.

​​ເຖິງຢ່າງໃດກໍ່ຕາມ, ການແກ້ໄຂດິນ​ທີ່ຢູ່​ອາ​ໄສ ​ແລະ ​ທີ່​ດິນ​ທຳ​ການ​ຜະລິດ​ໃຫ້​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ບາງ​ບ່ອນ ​ຍັງມີຄວາມ​ຊັກ​ຊ້າ, ບໍ່​ມີ​ປະສິດທິ​ຜົນ ​ແລະ ບໍ່​ບັນລຸ​ໄດ້​ຕາມ​ຄາດໝາຍ​ທີ່​ວາງ​ໄວ້.

ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍທີ່ດິນ: ຄວນບຸລິມະສິດ ໃຫ້ແກ່ທີ່ດິນທຳການຜະລິດ, ຮັບປະກັນຊີວິດການເປັນຢູ່ຂອງຊາວຊົນເຜົ່າສ່ວນໜ້ອຍ
ທ່ານ ກວາງ​ວັນ​ເຮືອງ, ຮອງ​ປະທານ​ສະພາ​ຊົນ​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດ.

​ໃນ​ເງື່ອນໄຂ​ເຂດ​ຊາວຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ເນື້ອ​ທີ່​ດິນ​ສ່ວນ​ຫຼາຍ​ໄດ້​ມອບໃຫ້​ຜູ້ກຳມະສິດຊົມໃຊ້ທີ່​ດິນ (ອົງການ, ຄອບຄົວ ​ແລະ ບຸກຄົນ), ຄວາມ​ຕ້ອງການ​ທີ່​ດິນ​ຂອງ​ປະຊາຊົນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ສະ​ນັ້ນ, ການ​ປະຕິບັດ​ນະ​ໂຍບາຍ​ທີ່​ດິນ​ໃຫ້​ປະຊາຊົນ​ແມ່ນໜ້າທີ່ຮີບ​ດ່ວນ ແລະ ​ຕ້ອງການພິຈາລະນາຢ່າງ​ລະອຽດລະອໍ​, ເຖິງກົກເຖິງປາຍ, ຮັບ​ປະ​ກັນ​ຄວາມ​ເຫມາະ​ສົມຕົວຈິງ​ ແລະ​ ​ຄວາມເປັນໄປໄດ້.

ທ່ານ​ຮອງ​ປະທານ​ສະພາ​ຊົນ​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດ ​ໃຫ້​ຮູ້​ວ່າ: ຕ້ອງ​ເຮັດ​ເນື້ອ​ໃນ​ນະ​ໂຍ​ບາຍໃຫ້​ຈະແຈ້ງ ​ເພື່ອ​ຮັບປະກັນໃຫ້​ປະ​ຊາ​ຊົນ​ທີ່ຖືກ​ເກັບຄືນທີ່ດິນ ​ມີ​ບ່ອນ​ຢູ່​ອາ​ໄສ, ຮັບ​ປະ​ກັນ​ລາຍ​ຮັບ​ ແລະ ເງື່ອນໄຂ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ທຽບເທົ່າ ຫຼື ດີກວ່າ​ເກົ່າ. ຖ້າປະຊາຊົນສືບຕໍ່ເຮັດການຜະລິດກະສິກໍາ, ຕ້ອງໄດ້ຈັດສັນທີ່ດິນຢ່າງທັນທີ ແລະ ເໝາະສົມກັບການປະຕິບັດການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນທີ່ຖືກ​ເກັບຄືນທີ່ດິນນັ້ນ ຖ້ຫາກຍັງມີທີ່ດິນຢູ່. ຖ້າ​ຫາກ​ຫັນເປັນ​ອາຊີບ​ທີ່​ບໍ່​ແມ່ນ​ກະສິກຳ ແມ່ນການ​ຝຶກ​ອົບຮົມ​ວິຊາ​ຊີບ​ຕ້ອງ​ຕິດ​ພັນ​ກັບ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-16367.html

In bài biết