10:34 | 22/02/2023

ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ການລົງທຶນພາກລັດ ແມ່ນແຫຼ່ງກຳລັງ, ທັງແມ່ນກຳລັງໜູນ ຂອງການພັດທະນາ

ໃນປີ 2022, ຫວຽດນາມ ດຶງດູດ FDI ເກືອບ 27,72 ຕື້ USD ໃນປີ 2022, ຫວຽດນາມ ດຶງດູດ FDI ເກືອບ 27,72 ຕື້ USD
ການຮ່ວມມືດ້ານການຄ້າ-ການລົງທຶນ ປະກອບສ່ວນປັບປຸງການພົວພັນ ຫວຽດນາມ-ລາວ ການຮ່ວມມືດ້ານການຄ້າ-ການລົງທຶນ ປະກອບສ່ວນປັບປຸງການພົວພັນ ຫວຽດນາມ-ລາວ

ກອງ​ປະ​ຊຸມ​ໄດ້​ຕີ​ລາ​ຄາ​ວ່າ, ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ລັດ​ຖະ​ບານ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ໄດ້​ຮັບ​ການ​ຊີ້​ນຳ​ຢ່າງ​ຮີບ​ດ່ວນ​ທີ່​ສຸດ​ ໃນ​ການ​ເບີກ​ຈ່າຍ​ເງິນ​ລົງ​ທຶນ​ຂອງ​ລັດ. ​ໃນ​ປີ 2022, ລັດຖະບານ ​ແລະ ນາຍົກລັດຖະມົນຕີ ​ໄດ້​ອອກ​ມະຕິ, ໂທລະເລກທາງການ, ເອກະສານ 20 ກວ່າ​ສະບັບ, ​ ​ແລະ ຈັດ​ຕັ້ງ 3 ກອງ​ປະຊຸມ​ຜ່ານ​ທາງ​ອອນ​ລາຍ ​ກ່ຽວ​ກັບ​ການ​ເລັ່ງລັດ​ການ​ເບີກ​ຈ່າຍ​ເງິນ​ລົງທຶນ​ພາກ​ລັດ, ​ໄດ້​ສ້າງ​ຕັ້ງ 6 ຄະນະ​ເຮັດ​ວຽກ​ກວດກາ, ຊຸກຍູ້​ການ​ເບີກ​ຈ່າຍ​ເງິນ​ລົງທຶນ​ພາກ​ລັດ.

ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ການລົງທຶນພາກລັດ  ແມ່ນແຫຼ່ງກຳລັງ, ທັງແມ່ນກຳລັງໜູນ ຂອງການພັດທະນາ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມ ການສົ່ງເສີມການຊຸກຍູ້ການຈັດແບ່ງ, ປ່ອຍເງິນລົງທຶນພາກລັດ ໃນປີ 2023. (ພາບ; TTXVN)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ: ລັດຖະບານ ໄດ້ກຳນົດ, ການລົງທຶນພາກລັດ ແມ່ນແຫຼ່ງກຳລັງ, ທັງແມ່ນກຳລັງໜູນ ຂອງການພັດທະນາ. ໜ້າທີ່ພັດທະນາເສດຖະກິດ - ສັງຄົມປີ 2023 ເນັ້ນໜັກເຖິງການຍູ້ ແຮງການປ່ອຍເງິນລົງທຶນພາກລັດ, ປະຕິບັດໂຄງການຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ ຢ່າງມີປະສິດທິຜົນ… ທ່ານນາຍົກລັດຖະມົນຕີ ຖືວ່າບັນດາໜ້າທີ່ນີ້ມີບົດບາດສຳຄັນພິເສດກ່ຽວກັບເສດຖະກິດ, ການເມືອງ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ແກ້ໄຂຂໍ້ຕິດຂັດ, ສ້າງພື້ນຖານໂຄງຮ່າງໂຄງລ່າງເສດຖະກິດ - ສັງຄົມ, ນຳພາການລົງທຶນ, ເປີດພື້ນທີ່ພັດທະນາໃໝ່, ເພີ່ມທະວີລັກສະນະເຊື່ອມຕໍ່, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ເພີ່ມທະວີກຳລັງພາຍໃນຂອງປະເທດ, ສ້າງກຳລັງໜູນໃຫ້ແກ່ການພື້ນຟູໂດຍໄວ ແລະ ພັດທະນາແບບຍືນຍົງ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງ ຢູ່ກອງປະຊຸມໃຫ້ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນປຶກສາຫາລື, ໄຈ້ແຍກໝາກຜົນ, ຂໍ້ຈຳກັດ, ບົດຮຽນປະສົບການ, ເປັນຕົ້ນແມ່ນຍົກອອກບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດທີ່ ຕ້ອງແກ້ໄຂ, ແບ່ງປັນບັນດາຮູບແບບ, ວິທີການທີ່ດີ, ມີຫົວຄິດປະດິດສ້າງ, ມາດຕະການໃນວິວັດການຈັດຕັ້ງປະຕິບັດ, ສະເໜີວິທີການແກ້ໄຂ ແລະ ໜ້າທີ່ລະອຽດເພື່ອຈັດຕັ້ງປະຕິບັດການປ່ອຍເງິນລົງທຶນພາກລັດໃຫ້ແທດຈິງ, ມີປະສິດທິຜົນ, ມີໄຫວພິບ, ເໝາະສົມກັບສະພາບການຕົວຈິງ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-16325.html

In bài biết