15:54 | 20/02/2023

ການພົບປະແລກປ່ຽນວັດທະນະທຳສະໜິດຕິດພັນຄວາມເປັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ການເຄື່ອນໄຫວຫຼາຍຢ່າງມຸ່ງໄປເຖິງເຫດການ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ ການເຄື່ອນໄຫວຫຼາຍຢ່າງມຸ່ງໄປເຖິງເຫດການ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ
ເປີດຕົວສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລ ດານັງ ເປີດຕົວສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລ ດານັງ

ທີ່​ການ​ພົບ​ປະ​ແລກປ່ຽນ, ທ່ານ​ນາງ Ikeda Setsuko ປະທານ JIFA ​ໄດ້​ສະເໜີສະພາບ​ລວມ​ການ​ເຄື່ອນ​ໄຫວ​ຂອງ​ອົງການນີ້​ຢູ່​ຫວຽດນາມ.

ຕາມ​ນັ້ນ​ແລ້ວ, ນັບ​ແຕ່​ປີ 2010, JIFA ​ໄດ້​ປະຕິບັດ​ໂຄງການ​ໜູນ​ຊ່ວຍ​ເຄື່ອງ​ກອງ​ນ້ຳ​ຢູ່​ບັນດາ​ໂຮງຮຽນ​ຢູ່​ບາງ​ທ້ອງ​ຖິ່ນ​ຂອງ ຫວຽດນາມ, ຕົ້ນຕໍ​ແມ່ນ​ແຂວງ ຮ່າ​ຕິ້ງ, ​ເພື່ອ​ໃຫ້​ນັກຮຽນ​ໄດ້​ຊົມ​ໃຊ້​ນ້ຳ​ສະອາດ. ນັບ​ແຕ່​ປີ 2014, JIFA ​ໄດ້​ຈັດ​ຕັ້ງມອບ​ທຶນການ​ສຶກສາ​ປະຈຳ​ປີ ​ໃຫ້​ນັກຮຽນ​ດ້ອຍ​ໂອກາດ​ຢູ່ ຮ່າ​ຕິ້ງ. ​ໃນ​ປີ 2022 ​ມີທຶນ​ການ​ສຶກສາ​ໃຫ້​ນັກ​ສຶກສາ​ ຈຳນວນທັງ​ໝົດ​ເກືອບ 200 ຄົນ, ​ແຕ່ລະຄົນ​ມີ​ມູນ​ຄ່າ 1,8 ລ້ານ​ດົ່ງ.

ການພົບປະແລກປ່ຽນວັດທະນະທຳສະໜິດຕິດພັນຄວາມເປັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ
ທ່ານ​ນາງ Ikeda Setsuko ປະທານ JIFA ​ໄດ້ສະເໜີ​ສະພາບ​ລວມ​ການ​ເຄື່ອນ​ໄຫວ​ຂອງ​ອົງການນີ້​ຢູ່​ຫວຽດນາມ.

JIFA ກໍ່ໄດ້ຈັດຫຼາຍກອງປະຊຸມສຳມະນາ ເພື່ອບຳລຸງຜູ້ເກັ່ງກ້າ, ສະໜອງຂໍ້ມູນການສຶກສາ ແລະ ໂອກາດໃນການຮ່ຳຮຽນ, ການເຮັດວຽກຢູ່ຍີ່ປຸ່ນ ໂດຍຜ່ານໂຄງການຝຶກງານດ້ານວິຊາການ, ໂຄງການທຶນການສຶກສາໄປຮຽນຢູ່ຕ່າງປະເທດ 100%; ​ໄດ້​ຈັດ​ຕັ້ງ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ຊຸກຍູ້​ໂຄງການ​ສົ່ງ​ນັກ​ຝຶກ​ງານ ຮ່າ​ຕິ້ງ ​ໄປ ຍີ່ປຸ່ນ ດ້ວຍລາຍຈ່າຍຕ່ຳ.

ທ່ານ​ນາງ Ikeda Setsuko ​ໃຫ້​ຮູ້​ວ່າ: JIFA ປາດ​ຖະໜາ​ຢາກ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ນັກ​ສຶກສາ ​ແລະ ນັກ​ຝຶກ​ງານ​ຫວຽດນາມ ​ໄດ້​ຮູ້​ພາສາ​ຍີ່ປຸ່ນ, ຮູ້ເຖິງຊີວິດ​ການ​ເປັນ​ຢູ່ ​ແລະ ​ເຂົ້າ​ໃຈ​ວັດທະນະທຳ​ຍີ່ປຸ່ນ. ໃນຂະບວນການເຮັດວຽກ, ນັກຝຶກງານໄດ້ຮັບປະສົບການ, ຮຽນຮູ້ວິທີການເຮັດວຽກ ແລະ ການຄຸ້ມຄອງຂອງຄົນຍີ່ປຸ່ນ ເພື່ອກັບຄືນໄປອຸທິດຕົນເພື່ອບ້ານເກີດເມືອງນອນ. ຜ່ານ​ນັ້ນ, ກໍສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ຫວຽດນາມ ມີ​ຄຸນ​ນະພາ​ບ, ​ເພື່ອ​ວ່າ ​ເມື່ອ​ກັບຄືນ​ບ້ານ​ເກີດ​ເມືອງ​ນອນ, ​ພວກເຂົາຈະແມ່ນ​ປັດ​ໄຈ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ. ຄາດ​ວ່າ​ໃນ​ເດືອນ​ເມສາ ​ແລະ ພຶດສະພາ 2023, JIFA ຈະ​ສົ່ງ​ຄູ​ສອນ​ພາສາ​ຍີ່ປຸ່ນ​ ໄປ​ແຂວງ ຮ່າ​ຕິ້ງ ​ເພື່ອ​ຊ່ວຍ​ຍົກ​ສູງ​ຄຸນ​ນະພາ​ບການ​ຝຶກ​ອົບຮົມ​ພາສາ​ຍີ່ປຸ່ນ​ ຢູ່​ບັນດາ​ບໍລິສັດ​ສົ່ງ​ອອກ​ແຮງ​ງານ​ຢູ່​ແຂວງ​ນີ້.

ການພົບປະແລກປ່ຽນວັດທະນະທຳສະໜິດຕິດພັນຄວາມເປັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ ບຸ່ຍຄັກເຊີນ, ຮອງ​ປະທານ​ຜູ້ປະຈຳການສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ ​ແລະ ​ໂຄງການ​ຮ່ວມ​ມື​ຂອງ JIFA ​ໃນ​ຊຸມ​ປີຜ່ານມາ. ຢືນຢັນ​ວ່າ ບັນດາ​ການ​ເຄື່ອນ​ໄຫວ ​ແລະ ​ໂຄງການ​ທີ່​ມີ​ປະສິດທິ​ຜົນ​ຂອງ JIFA ຢູ່ ຮ່າ​ຕິ້ງ ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ສ້າງ​ວຽກ​ເຮັດ​ງານ​ທຳ, ໜູນ​ຊ່ວຍ​ແກ້ໄຂ​ຄວາມ​ຫຍຸ້ງຍາກ​ຂອງ​ບັນດາ​ນັກຮຽນ​ທຸກ​ຍາກຢູ່​ແຂວງ.

ທ່ານ ​ເຊີນ ​ໃຫ້ຮູ້​ວ່າ ຄະນະ​ກຳມະການ​ສູນ​ກາງ​ສະມາຄົມ ​ແລະ ສະມາຄົມ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ ຢູ່ທ້ອງຖິ່ນ ພວມ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຕ່າງປະ​ເທດ​ລະຫວ່າງ 2 ປະ​ເທດ (21/9/1973 – 21/9/2023), ໃນນັ້ນ ​ຈັດ​ຕັ້ງ​ການ​ຕ້ອນຮັບ​ເພື່ອນ​ມິດ​ຍີ່ປຸ່ນ​ທີ່​ມາ​ຢ້ຽມຢາມ, ​ເຮັດ​ວຽກ ​ແລະ ​ພົບປະແລກປ່ຽນ. ທ່ານ​ປາດ​ຖະໜາ​ວ່າ JIFA ໄດ້ພັດທະນາ​ຢ່າງເຂົ້ມ​ແຂງ​, ຍືນ​ຍົງ ​ແລະ ມີ​ການ​ພົວພັນ​ຮ່ວມ​ມື​ເປັນ​ປະຈຳ​ກັບ​ສະມາຄົມ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-16311.html

In bài biết