14:00 | 21/02/2023

ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສາ​ກົນ

ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ສິງ​ກະ​ໂປ ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ສິງ​ກະ​ໂປ ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ
ຍົກ​ລະ​ດັບ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ​ສິງ​ກະ​ໂປ ແລະ ບ​ຣູ​ໄນ ດາ​ຣູ​ຊາ​ລາມ ຍົກ​ລະ​ດັບ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ​ສິງ​ກະ​ໂປ ແລະ ບ​ຣູ​ໄນ ດາ​ຣູ​ຊາ​ລາມ

ກຳລັງກູ້ໄພກູ້ຊີບ ຫວຽດນາມ ທີ່ໄປຕວັກກີ ແມ່ນບັນດາພະນັກງານ, ນາຍທະຫານ ແລະ ຕຳຫຼວດວິຊາສະເພາະ ຂອງກອງທັບ ແລະ ຕຳຫຼວດ. ເຂົາເຈົ້າໄດ້ປະຕິບັດສຳເລັດທຸກວຽກງານກະກຽມໃນໄລຍະເວລາສັ້ນທີ່ສຸດ ເພື່ອເດີນທາງໄປປະຕິບັດວຽກງານກູ້ໄພກູ້ຊີບ ແລະ ໜູນຊ່ວຍມະນຸດສະທຳ.

ກຳລັງຂອງກອງທັບ ຫວຽດນາມ ເຂົ້າຮ່ວມການກູ້ໄພກູ້ຊີບຢູ່ ຕວັກກີລວມມີ 76 ຄົນ ໃນນັ້ນມີນັກຮົບເສນາຮັກ ສັງກັດກົມໃຫຍ່ພະລາທິການ36 ຄົນ, ມີ ກຸ່ມກູ້ໄພກູ້ຊີບການພັງທະລາຍ ຂຶ້ນກັບເຫຼົ່າຮົບທະຫານຊ່າງ, ກອງບັນຊາການ 30 ຄົນ. ນອກຈາກນັ້ນຍັງມີ ກົມກອງໝາກວິຊາການຮັບໃຊ້ການຊອກຫາກູ້ໄພກູ້ຊີບຂຶ້ນກັບກອງບັນຊາການທະຫານປ້ອງກັນຊາຍແດນອີກດ້ວຍ. ໄປຄຽງຄູ່ກັນນັ້ນ, ວັດຖຸອຸປະກອນ 42 ໂຕນກໍ່ໄດ້ຮັບການລະດົມເພື່ອໜູນຊ່ວຍວຽກງານກູ້ໄພກູ້ຊີບ. ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມໃຫ້ຮູ້ວ່າ:

ໂດຍເລີ່ມມາຈາກການພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະ ຕວັກກີ ເວົ້າລວມ ແລະ ການພົວພັນລະຫວ່າງກະຊວງຕຳຫຼວດ ກັບບັນດາອົງການປະຕິບັດກົດໝາຍຂອງຕວັກກີເວົ້າສະເພາະ, ເພື່ອປະກອບສ່ວນແບ່ງປັນຄວາມຫຍຸ້ງຍາກເຊິ່ງ ຕວັກກີພວມປະສົບ, ກະຊວງໄດ້ຈັດສົ່ງຄະນະປະຕິບັດງານໄປຍັງຕວັກກີ ດ້ວຍເປົ້າມາຍໜູນຊ່ວຍການກູ້ໄພກູ້ຊີບ, ໜູນຊ່ວຍການຊອກຫາ ແລະ ສະໜອງການໜູນຊ່ວຍມະນຸດສະທຳຢ່າງວ່ອງໄວ ແລະ ຕັ້ງໜ້າທີ່ສຸດ.

ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມ (ພາບ: TTXVN)
ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມ (ພາບ: TTXVN)

ພາຍຫຼັງໄປຮອດຕວັກກີ, ຜ່ານຜ່າສະພາບດິນຟ້າອາກາດຮ້າຍແຮງ, ກຳລັງກູ້ໄພກູ້ຊີບ ຫວຽດນາມ ໄດ້ເຂົ້າຮ່ວມການເຄື່ອນໄຫວກູ້ໄພກູ້ຊີບ ພ້ອມກັບພະນັກງານກູ້ໄພກູ້ຊີບກ່ວາ 8000 ຄົນຂອງສາກົນ. ບໍລິເວນເຄື່ອນໄຫວຂອງກຳລັງກູ້ໄພກູ້ຊີບ ຫວຽດນາມ ໃນປັດຈຸບັນແມ່ນບາງສະຖານທີ່ຢູ່ນະຄອນ Adiyaman , ຕາແສງ Haci Omer Alpagot, ເມືອງ Antakya, ແຂວງ Hatay, ໜຶ່ງໃນບັນດາແຂວງໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກເຫດແຜ່ນດິນໄຫວ. ທ່ານພັນໂທ ຟ້ານເຈິ່ນຈຸງ, ຮອງຫົວໜ້າພະແນກບາດເຈັບສັນຍະກຳ ໂຮງໝໍເສນາຮັກ 354 ແບ່ງປັນວ່າ:

ຄະນະໄດ້ຮັບໜ້າທີ່ຕ້ອນຮັບ, ປິ່ນປົວ ຜູ້ປະສົບເຄາະຮ້າຍໝົດທຸກຄົນ ໃນເຫດແຜ່ນດິນໄຫວຢູ່ຕວັກກີ. ພວກຂ້າພະເຈົ້າໄດ້ຊາບຊຶມຕ້ອງປະຕິບັດໃຫ້ສຳເລັດໜ້າທີ່ ໃນບໍ່ວ່າສະພາບການໃດຢ່າງເດັດຂາດ.

ຕາມທ່ານພັນເອກ ຫງວຽນມິງເຄືອງ, ຫົວໜ້າຄະນະປະຕິບັດງານກູ້ໄພກູ້ຊີບກະຊວງຕຳຫຼວດແລ້ວ, ຄະນະກູ້ໄພກູ້ຊີບ ຫວຽດນາມ ໄດ້ນຳໃຊ້ວັດຖຸອຸປະກອນວິຊາການສະເພາະທີ່ໄດ້ນຳມາຈາກຫວຽດນາມ. ນັ້ນແມ່ນ ອຸປະກອນເຈາະເບຕົງ, ອຸປະກອນກວດຊອກຫາຜູ້ປະສົບເຄາະຮ້າຍຈາກຄືນຣາດາ, ກໍ່ຄືອຸປະກອນກວດຊອກຫາຜູ້ປະສົບເຄາະຮ້າຍດ້ວຍກ້ອງຖ່າຍ ແລະ ສຽງ. ນອກຈາກນັ້ນ, ຄະນະກູ້ໄພກູ້ຊີບ ຫວຽດນາມ ໄດ້ມອບຢຸກຢາສຸກເສີນ, ຢຸກຢາຈຳເປັນ, ວັດຖຸອຸປະກອນການແພດ, ຕູບ, ຄ້າຍ ນຳໃຊ້ຢູ່ສະໜາມໃຫ້ແກ່ຕວັກກີ.

Link: https://huunghivietlao.thoidai.com.vn/detail-article-16298.html

In bài biết