08:10 | 03/02/2023

ປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງ ຫວຽດນາມ ແລະ ອີຣານ

ກາເຟ ແລະ ໝາກໄມ້ແຫ້ງຂອງຫວຽດນາມ ດຶງດູດລູກຄ້າເຂົ້າຮ່ວມງານວາງສະແດງຢູ່ ອີຣານ ກາເຟ ແລະ ໝາກໄມ້ແຫ້ງຂອງຫວຽດນາມ ດຶງດູດລູກຄ້າເຂົ້າຮ່ວມງານວາງສະແດງຢູ່ ອີຣານ
ອີຣານ ມອບທຶນການສຶກສາໄປຮຽນພາສາ ເປີເຊຍ ຢູ່ ອີຣານ ໃຫ້ແກ່ນັກສຶກສາຫວຽດນາມ ອີຣານ ມອບທຶນການສຶກສາໄປຮຽນພາສາ ເປີເຊຍ ຢູ່ ອີຣານ ໃຫ້ແກ່ນັກສຶກສາຫວຽດນາມ

ວັນ​ທີ 29 ມັງກອນ​ນີ້, ຕາມ​ຄຳ​ເຊີນ​ຂອງ​ທ່ານ Hormatallah Rafiei, ປະທານ​ສະມາຄົມ​ການ​ຂົນ​ສົ່ງ​ທາງ​ອາກາດ ​ແລະ​ ວິສາຫະ​ກິດ​ການທ່ອງທ່ຽວ​ຂອງ​ອີຣານ (AATTA), ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ອີຣານ ເລື່ອງກວກຫູ່ຍ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສຳນັກງານ​ໃຫຍ່ AATTA ​ເພື່ອ​ປຶກສາ​ຫາລື​ແລກປ່ຽນກ່ຽວ​ກັບຄວາມສາມາດບົ່ມຊ້ອນ ​ແລະ ກາລະ​ໂອກາດ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ລະຫວ່າງ ຫວຽດນາມ ​ແລະ ອີຣານ.

ປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງ ຫວຽດນາມ ແລະ ອີຣານ

ທ່ານ​ເອກ​ອັກຄະ​ລັດຖະທູດຫວຽດນາມ ປະຈຳ ອີຣານ ເລື່ອງກວກຫູ່ຍ ​ແລະ ທ່ານ Hormatallah Rafiei, ປະທານ​ສະມາຄົມ​ການຂົນ​ສົ່ງ​ທາງ​ອາກາດ ​ແລະ ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ ອີຣານ.

ທີ່​ການ​ພົບ​ປະ, ທ່ານ Rafiei ​ໄດ້​ແນະນຳ​ໂດຍ​ຫຍໍ້​ກ່ຽວ​ກັບ AATTA ກັບ​ສະມາຊິກຈຳນວນ 5000 ກວ່າ​ຄົນ ​ທີ່​ເປັນບັນດາ​ບໍລິສັດ​ທ່ອງ​ທ່ຽວ​ຂອງ​ອີຣານ ແລະ ແຈ້ງ​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ຂະແໜງການທ່ອງທ່ຽວ​ຂອງ​ອີຣານ ​ໂດຍ​ມີ​ນັກ​ທ່ອງ​ທ່ຽວ​ປະມານ 9 ລ້ານ​ເທື່ອ​ຄົນ​ໄປ​ຕ່າງປະ​ເທດ​ໃນ​ແຕ່ລະ​ປີ.

ທ່ານ Rafiei ຍັງ​ໄດ້​ແບ່ງປັນ​ນະ​ໂຍບາຍ "ຫັນໄປທາງທິດຕາ​ເວັນ​ອອກ" ຂອງ​ຂະ​ແໜງ​ການ​ທ່ອງ​ທ່ຽວ​​ອີຣານ ​ແລະ ປາດ​ຖະໜາ​ໃຫ້​ສອງ​ຝ່າຍ​ຂຸດ​ຄົ້ນ​ຕະຫຼາດ​ເຊິ່ງກັນ ​ແລະ ກັນ, ​ໂດຍ​ສະ​ເພາະ​ແມ່ນ​ໃນຈຸດ​ເວລາ​ທີ່​ປະຊາຊົນ​ອີຣານກຳລັງ​ຈະ​ສະເຫຼີມສະຫຼອງ​ວັນ​ບຸນປີ​ໃໝ່ (Nowruz) ​ເຊິ່ງຄາດ​ວ່າ​ຈະ​ແກ່ຍາວ​ເປັນ 2 ຫາ 3 ອາທິດ.

ປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງ ຫວຽດນາມ ແລະ ອີຣານ

​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ Rafiel ​ໄດ້​ສະ​ເໜີ​ໃຫ້​ສອງ​ຝ່າຍ ​ສົມທົບ​ກັນ​ເພື່ອ​ເຊື່ອມ​ຕໍ່​ບັນດາ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ​ຂອງ​ສອງ​ປະ​ເທດ; ຂໍເຊີນ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ​ຫວຽດ​ນາມ ມາ​ຢ້ຽມ​ຢາມ ອີ​ຣານ ແລະ ສະ​ເໜີ​ຈັດ​ຕັ້ງ​ບັນດາການ​ທ່ອງ​ທ່ຽວ​ແບບສົມທົບ ​ໃນ​ສະ​ພາບ​ທີ່ 2 ປະ​ເທດ​ບໍ່​ມີ​ຖ້ຽວ​ບິນໂດຍ​ກົງ (ອີ​ຣານ - ໄທ - ຫວຽດນາມ ຫຼື ອີ​ຣານ - ມາ​ເລ​ເຊຍ - ຫວຽດນາມ).

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ Rafiei ຍັງ​ໄດ້​ເຊື້ອ​ເຊີນ​ສະຖານທູດ ​ມາ​ຮ່ວມ​ງານ​ວາງສະ​ແດງ​ການທ່ອງທ່ຽວ​ອີຣານຈັດ​ໂດຍ AATTA ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ​ອີຣານ.

ສ່ວນທ່ານເອກອັກຄະລັດຖະທູດ ເລື່ອງກວກຫູ່ຍ ໄດ້ເຫັນດີກັບຂໍ້ສະເໜີຂອງ AATTA, ແບ່ງປັນກ່ຽວກັບນະໂຍບາຍການທ່ອງທ່ຽວ ແລະ ວີຊາຂອງຫວຽດນາມ, ຢືນຢັນວ່າ: ການທ່ອງທ່ຽວແມ່ນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ 2 ປະເທດ, ສັນຍາວ່າ ຈະສ້າງທຸກເງື່ອນໄຂສະດວກ ເພື່ອເຊື່ອມຕໍ່ວິສາຫະກິດທ່ອງທ່ຽວຂອງ 2 ປະເທດ. .

ສິ້ນສຸດການພົບປະ, ທ່ານເອກອັກຄະລັດຖະທູດ ເລື່ອງກວກຫູ່ຍ ໄດ້ເຫັນດີສືບຕໍ່ສົມທົບກັບ AATTA ໃນໄລຍະຈະມາເຖິງ ແລະ ຍິນດີຮັບເອົາຄຳເຊີນເຂົ້າຮ່ວມງານຕະຫຼາດນັດທ່ອງທ່ຽວ ອີຣານ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-16224.html

In bài biết