08:18 | 01/02/2023

ຄວາມຊົງຈຳຂອງສັນຍາປາຣີ ປີ 1973

ຫວຽດນາມ ຍາມໃດກໍຈົດຈຳຄວາມສາມັກຄີສາກົນອັນໃຫຍ່ຫລວງ ຫວຽດນາມ ຍາມໃດກໍຈົດຈຳຄວາມສາມັກຄີສາກົນອັນໃຫຍ່ຫລວງ
ສະຖານທູດ ຫວຽດນາມ ປະຈໍາ ປາຣີ ສົມທົບສະເຫຼີມສະຫຼອງ 50 ປີ ແຫ່ງວັນເຊັນສັນຍາປາຣີ ສະຖານທູດ ຫວຽດນາມ ປະຈໍາ ປາຣີ ສົມທົບສະເຫຼີມສະຫຼອງ 50 ປີ ແຫ່ງວັນເຊັນສັນຍາປາຣີ

ໂດຍໄດ້ໄປປະເທດຝລັ່ງ ແຕ່ປີ 1964, ຂ້າພະເຈົ້າ ໄດ້ຖືກອ້າຍເອື້ອຍນ້ອງຂອງຂ້າພະເຈົ້າພາໄປເຂົ້າຮ່ວມໃນການເຄື່ອນໄຫວຮັກຊາດຢູ່ປະເທດຝລັ່ງ, ເມື່ອນັ້ນຂ້າພະເຈົ້າ ຍັງເປັນສະມາຊິກຂອງສະມາຄົມນັກສຶກສາຫວຽດນາມ ຢູ່ປະເທດຝລັ່ງ.

ຫຼັງຈາກນັ້ນ, ​ໃນ​ຂະນະ​ທີ່ເລີ່ມຕົ້ນ​ການເຈລະຈາ​ສັນຍາ​ປາຣີ, ສະມາຄົມ​ໄດ້​ມີຄວາມຄິດ ​ແລະ ກະກຽມ​ກອງ​ປະຊຸມ​ໃຫຍ່​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຝລັ່ງ ສາມັກຄີຊາດ ​ແລະ ​ໃຫ້ຖືກຕ້ອງຕາມກົດໝາຍກັບ​ອຳນາດການປົກຄອງຝລັ່ງ ​ເພື່ອຫັນ​ເປັນ​ກອງ​ປະຊຸມ​ໃຫຍ່​ສະຫະພັນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຝລັ່ງ ​ໃນ​ປີ 1969. ດ້ວຍ​ຄຳ​ຂວັນ: "ຄວາມ​ສາມັກຄີ​ ​ແລະ ປອງດອງຊາດ, ຮັກຫອມ​ສັນຕິພາບ ​ແລະ ເອກະພາບ​ພາກ​ເໜືອ ​ແລະ ພາກ​ໃຕ້​ຂອງ​ປະ​ເທດເປັນຊາຍຄາດຽວກັນ".

ໃນປີ 1978, ກອງ​ປະ​ຊຸມ​ໄດ້​ປ່ຽນ​ຊື່​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ ​ເປັນ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ​ຢູ່​ຝ​ລັ່ງ​ ຈົນ​ຮອດ​ປັດ​ຈຸ​ບັນ. ​ເມື່ອ​ເບິ່ງ​ຄືນ​ເມື່ອ​ກ່ອນ, ຂ້າພະ​ເຈົ້າ​ເປັນ​ກຽດ​ທີ່​ໄດ້​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ການ​ຕໍ່ສູ້​ຂອງ​ປະ​ເທດ​ຊາດ.

ຄວາມຊົງຈຳຂອງສັນຍາປາຣີ ປີ 1973

ຂະບວນການ​ເຄື່ອນ​ໄຫວຮັກຊາດຂອງຊາວຫວຽດນາມ​ຢູ່ຝລັ່ງ ​ໄດ້​ມີ​ຄວາມ​ມານະ​ພະຍາຍາມ ​ພ້ອມ​ກັບ​ສະມາຄົມ​ມິດຕະພາບ​ຝລັ່ງ - ຫວຽດນາມ ​ແລະ ພັກ​ກອມ​ມູນິດ​ຝລັ່ງ ​ໃນ​ຊຸມ​ປີ​ທີ່ດຳເນີນ​ການ​ເຈລະຈາ​ສັນຍາ​ປາຣີ, ​ໜູນ​ຊ່ວຍ​ຢ່າງຕັ້ງໜ້າດ້ານ​ພະລາທິການໃຫ້​ແກ່​ຄະນະ​ຜູ້​ແທນ​ສອງ​ປະ​ເທດ. ​ເກືອບ 5 ປີ​ແມ່ນ​ການ​ເດີນ​ທາງ​ທີ່​ຫຍຸ້ງຍາກ ​ແລະ ​ເປັນ​ໜ້າ​ຈົດ​ຈຳ​ຂອງປະຊາຊົນຫວຽດນາມ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່ ຝລັ່ງ.

ຢູ່​ປາຣີ, ນະຄອນຫຼວງ​ຂອງ​ຝລັ່ງ, ຂະ​ບວນການ​ຊາວ​ຫວຽດນາມ ​ຢູ່ຝລັ່ງ ໄດ້ໜູນຊ່ວຍ​ຄະນະ​ຜູ້​ແທນ​ທັງ​ພາກ​ເໜືອ ​ແລະ ພາກ​ໃຕ້ຄືກັນ. ຫວຽດນາມ​ເຮົາ​ເປັນຈິດ​ໜຶ່ງໃຈດຽວ. ​ເຖິງ​ວ່າ​ຄະນະ​ຜູ້​ແທນ​ສອງ​ຝ່າຍ​​ຈະ​ຢູ່​ສອງ​ບ່ອນທີ່ແຕກຕ່າງກັນ, ​ແຕ່​ໃນ​ການ​ເຈລະຈາ ມີ​ຈຸດໝາຍ​ດຽວ​ກັນເຊິ່ງແມ່ນ​ ​ເພື່ອ​ຟື້ນ​ຟູ​ສັນຕິພາບ​ໃຫ້​ແກ່​ປະ​ເທດຊາດ.

ຄວາມຊົງຈຳຂອງສັນຍາປາຣີ ປີ 1973

​ໄຊຊະນະ​ຂອງ​ສັນຍາ​ປາຣີ ​ແມ່ນ​ຍ້ອນ​ການ​ປະກອບສ່ວນ​ຂອງ​ຊາວ​ຫວຽດນາມ ທີ​ໄປ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ຝລັ່ງ - ບັນດາຜູ້​ທີ່​​ໄດ້​ໜູນ​ຊ່ວຍອັນງຽບໆ, ປົກ​ປັກ​ຮັກສາ ​ແລະ ສະໜັບສະໜູນ​ໃຫ້​ຄະນະ​ຜູ້​ແທນ​ຫວຽດນາມ 2 ຄະນະເພື່ອປະຕິບັດ​ພາລະກິດ​ຢ່າງສຳ​ເລັດຜົນ.

​ໃນໃຈ​ຂອງ​ລູກ​ຫຼານ​ຊາວ​ຫວຽດນາມ ຢູ່​ຝລັ່ງ, ຖ້າປະ​ເທດ​ຊາດ​ຕ້ອງການ, ຖ້າສາມາດ​ເຮັດຫຍັງໄດ້,​ ພວກເຂົາກໍ່ກຽມພ້ອມ ​ບໍ່​ວ່າ​ຈະ​ຫຍຸ້ງຍາກ​ປານ​ໃດ, ​ເພາະວ່າ​ເຂົາ​ເຈົ້າ​ຮູ້​ວ່າ ຄວາມ​ຫຍຸ້ງຍາກ​ເຫຼົ່າ​ນີ້​ບໍ່​ມີ​ຫຍັງ​ເມື່ອ​ທຽບ​ໃສ່​ກັບ​ຄວາມ​ທຸກ​ຍາກ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ໃນ​ທົ່ວ​ປະ​ເທດ ໄດ້​ຮັບ​ຄວາມ​ເສຍ​ຫາຍໃນຄາວນັ້ນ. ບ້ານ​ເກີດ​ເມືອງ​ນອນ ​ໝາຍ​ເຖິງ​ຄວາມ​ຮັກ​ແພງ​ອັນ​ໜັກ​ແນ້ນຢູ່​ໃນ​ໃຈຂອງ​ຊາວ​ຫວຽດ​ນາມ​ທຸກ​ຄົນ. ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ບໍ່​ສາມາດຕັດ​ແຍກ​ອອກ​ຈາກປະເທດຊາດ​ຫວຽດນາມ​ໄດ້.

ມີບັນດາ​ສະມາຊິກ​ສະຫະພັນ​ຊາວ​ຫວຽດນາມ ອາ​ໄສ​ຢູ່ຝລັ່ງ ​ເຂົ້າ​ຮ່ວມ​ຄະນະ​ເຈລະຈາ​ສັນຍາປາ ກໍ່​ມີ​ບັນດາ​ສະມາຊິກ​ຂອງ​ສະມາຄົມ ​ໄດ້​ເຂົ້າ​ຮ່ວມ​ບັນດາ​ກຳລັງ​ຂົນ​ສົ່ງແບບງຽບໆ ​ຄື: ການບໍລິຫານ, ສາທາລະນະສຸກ, ປ້ອງ​ກັນ​ຄວາມ​ສະຫງົບ​ໃຫ້​ແກ່​ຄະນະ, ປຸງ​ແຕ່ງ ​ແລະ ພິມ​ເອກະສານ; ຫຼື​ ຮ່ວມ​ມື​ກັບ​ສະ​ມາ​ຄົມ​ມິດ​ຕະ​ພາບ ຝລັ່ງ - ຫວຽດ​ນາມ ແລະ ພັກ​ກອມ​ມູ​ນິດ ຝ​ລັ່ງ ເພື່ອ​ປຸກ​ລະ​ດົມການມິດຕິງ...

​ໃນ​ໄລຍະ​ການ​ເດີນທາງ​ເກືອບ 5 ປີ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຍາມ​ໃດ​ກໍ່​ສະໜິດສະໜົມ​ກັບ 2 ຄະນະ ​ແລະ ກໍ່ສະໜິດແໜ້ນ​ຄື​ກັບ​ສະມາຊິກ​ໃນ​ຄອບຄົວ. ​ບຸນ​ປີໃໝ່ແຕ່ລະຄັ້ງ, ​ໃນ​ໂອກາດພົບປະ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຝລັ່ງ ທີ່ຢູ່​ສຳນັກຂອງສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ຝລັ່ງ ຫຼື ​ເຂົ້າ​ຮ່ວມ​ງານ​ບຸນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ເພື່ອສະ​ເຫຼີ​ມສະຫຼອງ​ບຸນ​ເຕັດ ຢູ່​ Maubert, ຄະນະ​ຜູ້​ແທນ​ກໍ່​ຖາມຂ່າວຄາວ​ຢ່າງ​ສະໜິດສະໜົມ ​ແລະ ​ໄດ້​ມີ​ການ​ພົບ​ປະ​ແລກປ່ຽນ​ຂໍ້​ມູນ​ກ່ຽວ​ກັບ​ສະພາບ​ການ​ຂອງ​ປະ​ເທດຊາດ ​ແລະ ​ຄວາມ​ຄືບ​ໜ້າ​ຂອງການ​ເຈລະຈາ.

ວັນທີ 27 ມັງກອນ 1973 ແມ່ນຂີດໝາຍປະຫວັດສາດ. ຂ້າພະເຈົ້າຕື້ນຕັນໃຈຈົນກັ້ນນ້ຳຕາບໍ່ຢູ່, ເມື່ອທຸງສີແດງດາວເຫຼືອງ ພ້ອມກັບທຸງຂຽວແດງດາວເຫຼືອງປິວສະບັດຢູ່ໃຕ້ທ້ອງຟ້າລະດູໜາວທີ່ໜາວຈັດ. ຂ້າພະເຈົ້າຮູ້ສຶກອຸ່ນໃຈ ແລະ ເອກອ້າງທະນົງໃຈ ຍ້ອນເປັນຄົນຫວຽດນາມ. ຕອນເຊົ້າວັນທີ 27 ມັງກອນ 1973, ພໍ່ອມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ນັດກັນຢູ່ບັນດາສະຖານີລົດໄຟໃຕ້ດິນ, ບັນດາຮ້ານກາເຟທີ່ຢູ່ໃກ້ກັບບ່ອນດຳເນີນກອງປະຊຸມ, ທຸງສີແດງດາວເຫຼືອງ ພ້ອມກັບທຸງຂຽວແດງດາວເຫຼືອງ ໄດ້ມີພ້ອມໃນຕົວເຂົາເຈົ້າແລ້ວ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-16210.html

In bài biết