ລາຍການ “ລະດູບານໃໝ່ຢູ່ເສັ້ນຊາຍແດນ ສ້າງຄວາມອົບອຸ່ນໃຈປະຊາຊົນ ບ້ານ”, ເພີ່ມທະວີຄວາມສາມັກຄີລະຫວ່າງທະຫານ ແລະ ປະຊາຊົນ
ທີ່ບ້ານຊ໊າຍູ່ (ຕາແສງ ຫົວແທ່ງ, ເມືອງ ດ້ຽນບຽນ, ແຂວງ ດ້ຽນບຽນ), ກອງບັນຊາການທະຫານຊາຍແດນແຂວງ ໄດ້ສົມທົບກັບຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແຂວງ, ຄະນະກໍາມະການປະຊາຊົນເມືອງ ດ້ຽນບຽນ, ປ້ອມທະຫານຊາຍແດນ ເມື່ອງໂປ່ນ, ຄະນະກໍາມະການ ປະຊາຊົນຕາແສງ ເມື່ອງໂປ່ນ ແລະ ຫົວແທ່ງ ໄດ້ຈັດຕັ້ງລາຍການ “ລະດູບານໃໝ່ຢູ່ເສັ້ນຊາຍແດນ ສ້າງຄວາມອົບອຸ່ນໃຈປະຊາຊົນບ້ານ” ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດປີເຖາະ 2023.
ລາຍການ “ລະດູບານໃໝ່ຢູ່ເສັ້ນຊາຍແດນ ສ້າງຄວາມອົບອຸ່ນໃຈປະຊາຊົນ ບ້ານ”. ພາບ: TTXVN
ທີ່ລາຍການ, ກອງບັນຊາການທະຫານຊາຍແດນແຂວງ ດ້ຽນບຽນ ສົມທົບກັບບັນດາອົງການ, ກົມກອງ ໄດ້ມອບທຶນສຶກສາ 90 ທຶນດ້ວຍມູນຄ່າ 60 ລ້ານດົ່ງໃຫ້ບັນດາຄອບຄົວທຸກຍາກ, ທຸກຍາກຄອບຄົວນະໂຍບາຍໃນບໍລິເວນ ຢູ່ຕາແສງ ຫົວແທ່ງ ແລະ ເມື່ອງໂປ່ນ, ບຸກຄົນດີເດັ່ນໃນຂະບວນການ “ທົ່ວປວງຊົນເຂົ້າຮ່ວມການປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບຊາຍແດນແຫ່ງຊາດໃນສະພາບການໃໝ່”, ຜູ້ມີອິດທິພົນຊື່ສຽງ ແລະ ນັກສຶກສາ 3 ຄົນເຂົ້າຮ່ວມໃນລາຍການ “ຊ່ວຍນ້ອງໄປໂຮງຮຽນ”. ກໍ່ໃນລາຍການ, ບັນດາກົມກອງຍັງໄດ້ຈັດຕັ້ງຮ້ານຂາຍເຄື່ອງ “0 ດົ່ງ” ດ້ວຍຍອດມູນຄ່າ 7,5 ລ້ານດົ່ງ ເພື່ອຮັບໃຊ້ປະຊາຊົນຢູ່ 2 ຕາແສງຫົວແທ່ງ ແລະ ເມື່ອງໂປ່ນ.
ລາຍການ “ລະດູບານໃໝ່ຢູ່ເສັ້ນຊາຍແດນ ສ້າງຄວາມອົບອຸ່ນໃຈປະຊາຊົນ ບ້ານ” ໃນໂອກາດບຸນປີໃໝ່ປະຈໍາຊາດປີເຖາະ 2023 ເພື່ອເພີ່ມທະວີຄວາມສາມັກຄີທົ່ວປວງຊົນທັງຊາດ, ປັບປຸງຄວາມສາມັກຄີສະໜິດຕິດພັນລະຫວ່າງທະຫານ ແລະ ປະຊາຊົນ; ...
ບູນມີ