10:05 | 30/12/2022

ແຂວງ ກວາງ​ຈິ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ສອງ​ແຂວງ ສະ​ຫວັນ​ນະ​ເຂດ ແລະ ສາ​ລະ​ວັນ

ແຂວງ​ບິ່ງ​ດິ້ງ ​ແລະ ​ຈໍາປາ​ສັກ (ລາວ) ​ແບ່ງປັນ​ປະສົບ​ການ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານຕຸລາການ ແຂວງ​ບິ່ງ​ດິ້ງ ​ແລະ ​ຈໍາປາ​ສັກ (ລາວ) ​ແບ່ງປັນ​ປະສົບ​ການ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານຕຸລາການ
ກວາງ​ຈິ​ມອບ​ວັດ​ຖຸ​ອຸ​ປະ​ກອນ​ຮັບ​ໃຊ້​ກອງ​ປະ​ຊຸມ​ທາງ​ໄກ ໃຫ້​ແກ່​ແຂວງ​ສະ​ຫວັນ​ນະ​ເຂດ (ລາວ) ກວາງ​ຈິ​ມອບ​ວັດ​ຖຸ​ອຸ​ປະ​ກອນ​ຮັບ​ໃຊ້​ກອງ​ປະ​ຊຸມ​ທາງ​ໄກ ໃຫ້​ແກ່​ແຂວງ​ສະ​ຫວັນ​ນະ​ເຂດ (ລາວ)
ພາບ

ແຂວງ ກວາງ​ຈິ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ສອງ​ແຂວງ ສະ​ຫວັນ​ນະ​ເຂດ ແລະ ສາ​ລະ​ວັນ. ພTTXVN

ໃນກອງປະຊຸມພົບປະ, ການນຳແຂວງ ກວາງຈິ ໄດ້ລົງນາມຂໍ້ຕົກລົງຮ່ວມມືກັບການນຳສອງແຂວງ ສະຫວັນນະເຂດ ແລະ ສາລະວັນ ໄລຍະ 2023 – 2025.

ໃນຂໍ້ຕົກລົງຮ່ວມມືລະຫວ່າງແຂວງ ກວາງຈິ ກັບ ແຂວງ ສະຫວັນນະເຂດ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການພົວພັນດ້ານການເມືອງ ແລະ ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ສົມທົບກັນໂຄສະນາເຜີຍແຜ່ ແນໃສ່ຍົກສູງຄວາມຮັບຮູ້ຂອງປະຊາຊົນກ່ຽວກັບຄວາມສຳຄັນຂອງເສັ້ນຊາຍແດນ, ລະບົບຫຼັກໝາຍຊາຍແດນ; ປະຕິບັດວຽກງານສຳຫຼວດ ແລະ ເຕົ້າໂຮມອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ແຂວງສະຫວັນນະເຂດໃຫ້ເປັນຢ່າງດີ. ສອງຝ່າຍກໍເຫັນດີເປັນເອກະພາບສືບຕໍ່ສົມທົບກັນດັດປັບແຜນຮ່າງສ້າງເຂດເສດຖະກິດການຄ້າຂ້າມຊາຍແດນຮ່ວມ ລາວບາວ - ແດນສະຫວັນ ໃຫ້ສຳເລັດ.

ສ່ວນໃນຂໍ້ຕົກລົງຮ່ວມມືລະຫວ່າງແຂວງ ກວ໋າງຈິ ກັບແຂວງ ສາລະວັນ ໄລຍະ 2023 – 2025, ສອງຝ່າຍໄດ້ເຫັນດີເປັນເອກະພາບຮັບປະກັນການປະຕິບັດ, ອຳນວຍຄວາມສະດວກໃນການເຄື່ອນໄຫວເຂົ້າ - ອອກເມືອງ, ການນຳເຂົ້າ - ສົ່ງອອກສິນຄ້າຜ່ານຄູ່ຊາຍແດນສາກົນ ລາໄລ - ລາໄລ ໃຫ້ມີຄວາມລຸລ່ວງ; ສະເໜີລັດຖະບານສອງປະເທດ ເຫັນດີຕໍ່ແຜນນະໂຍບາຍ ແລະ ສົມທົບກັນຜັນຂະຫຍາຍ ແລວເສດຖະກິດເຊື່ອມຕໍ່ແຂວງ ກວາງຈິ ກັບບັນດາແຂວງພາກໃຕ້ຂອງ ລາວ, ໄທ ຈາກຊາຍແດນສາກົນ ລາໄລ ໄປຫາທ່າກ່ຳປັ່ນນ້ຳເລິກ ໝີຖຸຍ ທີ່ຢູ່ເສັ້ນທາງຫຼວງ 15D.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-16107.html

In bài biết