10:44 | 29/12/2022

ຫວຽດນາມ ແມ່ນສະມາຊິກມີຄວາມຮັບຜິດຊອບປະຕິບັດສົນທິສັນຍາຂອງ ສປຊ ກ່ຽວກັບສິດທິເດັກ

ການສົ່ງອອກຜັກ ແລະ ໝາກໄມ້ຂອງຫວຽດນາມ ອາດຈະບັນລຸ 4 ຕື້ USD ໃນປີ 2023 ການສົ່ງອອກຜັກ ແລະ ໝາກໄມ້ຂອງຫວຽດນາມ ອາດຈະບັນລຸ 4 ຕື້ USD ໃນປີ 2023
ຊາວ​ຫວຽດນາມ​ ອາໄສຢູ່​ລັດ​ເຊຍ​ ແຂ່ງຂັນ​​ປິງປັອງ​ເພື່ອ​ຕ້ອນຮັບ​ປີ​ໃໝ່ ຊາວ​ຫວຽດນາມ​ ອາໄສຢູ່​ລັດ​ເຊຍ​ ແຂ່ງຂັນ​​ປິງປັອງ​ເພື່ອ​ຕ້ອນຮັບ​ປີ​ໃໝ່
ພາບປະກອບ
ພາບປະກອບ

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນຖືວ່າ: ການປະຕິບັດຂໍ້ສະເໜີແນະຂອງຄະນະກຳມະການ ສປຊ ກ່ຽວກັບສິດທິເດັກ ເພື່ອໃຫ້ ຫວຽດນາມ ປະຕິບັດຄວາມຮັບຜິດຊອບຂອງປະເທດສະມາຊິກ ທີ່ໄດ້ລະບຸໄວ້ໃນສົນທິສັນຍາຂອງ ສປຊ ກ່ຽວກັບສິດທິເດັກ.

ທ່ານນາງ ເລຮົ່ງລວານ, ຫົວໜ້າໂຄງການປົກປ້ອງເດັກ, ກອງທຶນເດັກ ສປຊ ປະຈຳ ຫວຽດນາມ, ຖືວ່າ: “ຂໍ້ສະເໜີແນະແມ່ນຂົງເຂດຮອບດ້ານ ເພື່ອໃຫ້ພວກເຮົາພິຈາລະນາ ແລະ ຕີລາຄາຄືນສະພາບການປະຕິບັດກ່ຽວກັບສິດທິເດັກ; ປະກອບສ່ວນສ້າງນະໂຍບາຍ, ກົດໝາຍ ແລະ ແຜນການຊຸກຍູ້ການການປະຕິບັດສິດທິເດັກຢູ່ ຫວຽດນາມ ໃຫ້ດີກ່ວາອີກ. ຄະນະກຳມະການເນັ້ນໜັກບັນດາມາດຕະການປັບປຸງສິດທິເດັກຂອງ ຫວຽດນາມ, ເຊິ່ງລວມມີ: ສືບຕໍ່ກວດກາຄືນ, ປັບປຸງກອບນິຕິກຳ; ຮັບປະກັນການປະຕິບັດສົນທິສັນຍາຢ່າງຄົບຖ້ວນ; ຮັບປະກັນແຫຼ່ງກຳລັງເພື່ອປະຕິບັດສິດທິເດັກ, ເພີ່ມທະວີຂໍ້ມູນຫຼັກຖານກ່ຽວກັບເດັກໃຫ້ແກ່ການວາງແຜນກຳນົດນະໂຍບາຍ, ໂຄສະນາຍົກສູງສະຕິຄວາມຮັບຮູ້ ແລະ ການສຶກສາກ່ຽວກັບສິດທິເດັກ”.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-16089.html

In bài biết