00:00 | 28/12/2022

ປີ 2022, ຫວຽດນາມ ມີ 43 ຂະແໜງສິນຄ້າສົ່ງອອກໄດ້ 1 ຕື້ USD ຂຶ້ນໄປ

ວິສາຫະກິດຫວຽດນາມ ນັບມື້ນັບຂຸດຄົ້ນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ ໄດ້ເປັນຢ່າງດີ ວິສາຫະກິດຫວຽດນາມ ນັບມື້ນັບຂຸດຄົ້ນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ ໄດ້ເປັນຢ່າງດີ
ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງແຂວງກວາງບິ່ງ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ) ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງແຂວງກວາງບິ່ງ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ)
ພາບປະກອບ
ພາບປະກອບ

ສ້າງຄວາມປະທັບໃຈທີ່ສຸດໃນກຸ່ມຂະແໜງບັນລຸ 10 ຕື້ USD ແມ່ນຂະແໜງສິນໃນນ້ຳ. ຂະແໜງນີ້ບັນລຸ 10 ຕື້ USD ໃນເວລາພຽງ 11 ເດືອນເທົ່ານັ້ນ. ຄາດວ່າ, ໝາກຜົນການສົ່ງອອກທັງປີຂອງຂະແໜງສິນໃນນ້ຳອາດຈະລື່ນກາຍຕົວເລກ 11 ຕື້ USD, ເພີ່ມຂຶ້ນ 2 ຕື້ກ່ວາ USD ເມື່ອທຽບໃສ່ປີກ່ອນ. ຖັດມາໃນກຸ່ມ 10 ຕື້ USD ແມ່ນຂະແໜງໄມ້ ແລະ ຜະລິດຕະພັນຈາກໄມ້. ການສົ່ງອອກກາເຟໃນປີຜ່ານມາກໍ່ບັນລຸໝາກຜົນພົ້ນເດັ່ນໃນຂະນະທີ່ບໍ່ທັນໝົດເດືອນພະຈິກ, ປະເພດສິນຄ້ານີ້ບັນລຸເກືອບ 1,7 ລ້ານໂຕນ ລວມມູນຄ່າ 3,5 ຕື້ USD. ນີ້ແມ່ນລະດັບສະຖິຕິຂອງມູນຄ່າສົ່ງອອກຂອງຂະແໜງນີ້.

ພ້ອມກັບຂະແໜງສິນໃນນ້ຳ, ກາເຟ, ການສົ່ງອອກເຂົ້າສານ ກໍ່ບັນລຸຄາດໝາຍກ່ອນກຳນົດຂະນະທີ່ໃນ 11 ເດືອນ, ຂະແໜງນີ້ບັນລຸປະລິມານເກືອບ 6,7 ລ້ານໂຕນ, ລວມມູນຄ່າ 3,2 ຕື້ USD.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-16084.html

In bài biết