17:13 | 23/12/2022

ທ່ານຫງວຽນຝູຈ້ອງ ເລຂາທິການໃຫ່ຍພັກກອມມູນິດ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບ ກັບ ທ່ານເລຂາທີໜຶ່ງພັກກອມມູນິດ ກູບາ, ປະທານປະເທດສາທາລະນະລັດ ກູບາ

ນະຄອນໂຮ່ຈີມິນ ແລະ ກູບາ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ ນະຄອນໂຮ່ຈີມິນ ແລະ ກູບາ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ
ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ກັບ ກູບາ ແລະລັດເຊຍ ໃຫ້ຫລາຍກວ່າອີກ ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ກັບ ກູບາ ແລະລັດເຊຍ ໃຫ້ຫລາຍກວ່າອີກ
ທ່ານຫງວຽນຝູຈ້ອງ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ (ພາບ:VOV1)
ທ່ານຫງວຽນຝູຈ້ອງ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ (ພາບ:VOV1)

ຕອນຄ່ຳວັນທີ 21 ທັນວາ, ຢູ່ສຳນັກງານສູນກາງພັກ, ທ່ານຫງວຽນຝູຈ້ອງ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບ ກັບທ່ານເລຂາທີໜຶ່ງພັກກອມມູນິດ ກູບາ, ປະທານປະເທດສາທາລະນະລັດ ກູບາ . ການນຳທັງສອງທ່ານ ເປັນເອກະສັນກັນເພີ່ມທະວີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ: ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງ ແລະ ຄວາມຕ້ອງການໃຫ້ມີປະສິດທິຜົນ, ເຊັ່ນ: ກະສິກຳ, ສາທາລະນະສຸກ, ເພີ່ມທະວີການປະສານສົມທົບ, ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສສາກົນ. ທ່ານ Miguel Diaz-Canel ປະທານປະເທດ ກູບາ ປາດຖະໜາຢາກໃຫ້ບັນດາວິສາຫະກິດ ຫວຽດນາມ ເພີ່ມທະວີການລົງທຶນ ເຂົ້າບັນດາໂຄງການຢູ່ກູບາ, ພິເສດໃນບັນດາຂົງເຂດ, ເຊັ່ນ: ຜະລິດສະບຽງອາຫານສິນຄ້າບໍລິໂພກ, ອຸປະໂພກ, ຂາຍສົ່ງ-ຂາຍຍ່ອຍ…

ໃນການໂອ້ລົມທາງໂທລະສັບ, ທ່ານຫງວຽນຝູຈ້ອງ ໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍ່ຮ່ວມເດີນທາງກັບພາລະກິດປະຕິວັດທີ່ເປັນທຳ ຂອງປະຊາຊົນກູບາ; ຢືນຢັນຄືນໃໝ່ເຖິງວ່າ ຄັດຄ້ານນະໂຍບາຍປິດລ້ອມຂວ້ຳບາດຕ້ານ ກູບາ. ເມື່ອແຈ້ງໃຫ້ຊາບຂໍ້ມູນກ່ຽວກັບສະພາບການ ຫວຽດນາມ ໃນໄລຍະຜ່ານມາ, ທ່ານຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ ຫວຽດນາມ ສືບຕໍ່ປະຕິບັດແນວທາງການຕ່າງປະເທດເອກະລາດ, ຫັນການພົວພັນເປັນເຈົ້າຕົນເອງ, ເປັນຫຼາຍຮູບແບບ ແລະ ຫຼາຍຝ່າຍກັບບັນດາປະເທດ.

ສ່ວນ ທ່ານ Miguel Diaz-Canel ໄດ້ແບ່ງປັນກ່ຽວກັບສະພາບການພາກພື້ນ ອາເມລິກາລາ-ຕິນ ແລະ ກູບາ, ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ ທີ່ກູບາ ຕ້ອງປະເຊີນໜ້າ; ຢືນຢັນວ່າ ກູບາ ຍັງຢຶດໝັ້ນ, ສືບຕໍ່ຜັນຂະຫຍາຍບັນດາມາດຕະການເຊັ່ນ: ຫັນພາກສ່ວນເສດຖະກິດເປັນຫຼາຍຮູບແບບ, ດຶງດູດການລົງທຶນຈາກຕ່າງປະເທດ, ພັດທະນາຂົງເຂດການບໍລິການ ເພື່ອແນໃສ່ຟື້ນຟູ ແລະ ເຕີບໂຕເສດຖະກິດຜ່ານຜ່າວິກິດການດ້ານພະລັງງານ, ບຸກບືນຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ.

ວີ​ໂອ​ວີ

Link: https://huunghivietlao.thoidai.com.vn/detail-article-16043.html

In bài biết