16:30 | 20/12/2022

ພັກ, ລັດ ຍາມໃດກໍ່ຮັບປະກັນສິດເສລີໃນການເຫຼື້ອມໃສເຊື່ອຖືສາສະໜາຂອງປະຊາຊົນ

ເປັນເຈົ້າການ, ໄຫວພິບ ແລະ ມີຫົວຄິດປະດິດສ້າງໃນການຈັດຕັ້ງປະຕິບັດການເຄື່ອນໄຫວຂອງສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ ເປັນເຈົ້າການ, ໄຫວພິບ ແລະ ມີຫົວຄິດປະດິດສ້າງໃນການຈັດຕັ້ງປະຕິບັດການເຄື່ອນໄຫວຂອງສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ
ຊຸດປຶ້ມ “ສະບາຍດີພາສາຫວຽດນາມ” ມາຫາຊາວຫວຽດນາມ ທີ່ອາໄສຢູ່ເອີລົບ ຊຸດປຶ້ມ “ສະບາຍດີພາສາຫວຽດນາມ” ມາຫາຊາວຫວຽດນາມ ທີ່ອາໄສຢູ່ເອີລົບ
ພາບປະກອບ: TTXVN
ພາບປະກອບ: TTXVN

ຢູ່ສຳນັກສັງຄະລາດໃຫຍ່ ຮ່າໂນ້ຍ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສົ່ງຄຳຢື້ນຢາມຖາມຂ່າວ, ຄຳອວຍພອນອັນປະເສີດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ການນຳພັກ, ລັດ ທີ່ສົ່ງເຖິງສັງຄະນາຍົກ Giuse ຫວູວັນທຽນ, ສັງຄະນາຍົກເຂດຊາວຄຼິດ ຮ່າໂນ້ຍ, ຮອງປະທານສະພາສັງຄະລາດ ຫວຽດນາມ; ບັນດາຄຸນພໍ່, ນັກບວດທີ່ຕາງໜ້າໃຫ້ບັນດາເຂດຊາວຄຼິດ ຮ່າໂນ້ຍ ຕ້ອນຮັບວັນບຸນຄຼິດສະມາດດ້ວຍຄວາມສະຫງົບສຸກ.

ທ່ານປະທານປະເທດ ຢືນຢັນວ່າ ພັກ, ລັດ ຍາມໃດກໍ່ເຄົາລົບ ແລະ ຮັບປະກັນສິດເສລີໃນການເຫຼື້ອມໃສເຊື່ອຖືສາສະໜາຂອງປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ, ຕອບສະໜອງສິດ, ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍ, ຊອບທຳຂອງບັນດາສາສະໜາ. ທ່ານປະທານປະເທດຫວັງວ່າ ສະພາສັງຄະລາດ ຈະສືບຕໍ່ຂົນຂວາຍບັນດາຜູ້ມີຍົດສັກຕຳແໜ່ງທາງສາສະໜາ, ນັກບວດ ແລະ ພໍ່ແມ່ປະຊາຊົນຊາວຄຼິດ ສືບຕໍ່ອຸທິດສ່ວນ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-16020.html

In bài biết