16:39 | 15/12/2022

ການ​ສົ່ງ​ອອກ - ນຳ​ເຂົ້າ​ໃນ​ປີ 2022 ມຸ່ງ​ໄປ​ເຖິງເປົ້າ​ໝາຍ 700 ຕື້ USD

ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນ WTM 2022 ຢູ່ ອັງກິດ ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນ WTM 2022 ຢູ່ ອັງກິດ
ຫວຽດ​ນາມ ເຂົ້າ​ຮ່ວມ​ສັບ​ປະ​ດາ​ຄວາມ​ໝັ້ນ​ຄົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​​ເນັດ​ສາ​ກົນ ປີ 2022 ຫວຽດ​ນາມ ເຂົ້າ​ຮ່ວມ​ສັບ​ປະ​ດາ​ຄວາມ​ໝັ້ນ​ຄົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​​ເນັດ​ສາ​ກົນ ປີ 2022

ທ່ານ ເຈິນແທັງຫາຍ, ຮອງຫົວໜ້າກົມນຳເຂົ້າ - ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ ການປະກອບສ່ວນຢ່າງໃຫຍ່ຫຼວງທີ່ສຸດໃນປັດຈຸບັນ ຍັງແມ່ນໝວດສິນຄ້າອຸດສາຫະກຳປຸງແຕ່ງ, ລະອຽດແມ່ນບັນດາປະເພດສິນຄ້າເອເລັກໂຕນິກ, ໂທລະສັບ. ສ່ວນປະເພດສິນຄ້າອື່ນຄື ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ ຍັງມີການເຕີບໂຕດີພໍສົມຄວນ. ໝວດສິນຄ້າຄືຜະລິດຕະພັນກະເສດ, ພິເສດແມ່ນເຂົ້າສານ, ກາເຟ ໄດ້ສົ່ງອອກດ້ວຍລະດັບບັນລຸສະຖິຕິ.

ບັນດາຂະແໜງການສົ່ງອອກທີ່ໜ້າປະທັບໃຈ ໃນປີ 2022 ຕ້ອງເວົ້າເຖິງສິນໃນນໍ້າ, ດ້ວຍເລື່ອງຂະແໜງການນີ້ຕັ້ງເປົ້າໝາຍໄວ້ 10 ຕື້ USD, ຍັງບໍ່ທັນໝົດປີ 2022 ກໍ່ສາມາດບັນລຸຄາດໝາຍທີ່ວາງອອກແລ້ວ. ຄາດວ່າປີນີ້, ການສົ່ງອອກສິນໃນນ້ຳຈະບັນລຸຄາດໝາຍປະຫວັດສາດປະມານ 11,2 ຕື້ USD.

ພາບປະກອບ
ພາບປະກອບ

ກົມ​ໃຫຍ່​ພາສີ​ກ່າວ​ວ່າ: ​ເພື່ອ​ບັນລຸ​ໄດ້​ໝາກຜົນ​ດັ່ງກ່າວ, ຫວ່າງ​ມໍ່ໆ​ມາ​ນີ້, ລັດຖະບານ​ໄດ້​ຊີ້​ນຳ​ກະຊວງ​ການ​ເງິນ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ສຸມ​ໃສ່​ສົມທົບ​ກັນ​ຈັດ​ຕັ້ງ​ປະຕິບັດ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ເຄື່ອນ​ໄຫວ​ດ້ານ​ພາສີ, ປະຕິ​ຮູບ​ດ້ານ​ສະ​ຖາ​ບັນ, ປະຕິ​ຮູບ​ລະບຽບ​ການ​ບໍລິຫານ. ດ້ວຍ​ເຫດ​ນີ້​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ທີ່​ຍຸດຕິ​ທຳ, ​ເປີດ​ເຜີຍ, ​ໂປ່​ງ​ໃສ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ປະຊາ​ຄົມ​ວິ​ສາ​ຫະກິດ.

ໃນໄລຍະຈະມາເຖິງ, ສືບຕໍ່ສ້າງຄວາມສະດວກໃຫ້ແກ່ການເຄື່ອນໄຫວສົ່ງອອກ ແລະ ນໍາເຂົ້າ, ລັດຖະບານ ພວມສືບຕໍ່ຊີ້ນໍາກະຊວງການເງິນ ແລະ ກົມໃຫຍ່ເສນາທິການ ສືບຕໍ່ປະຕິບັດຢ່າງເຂັ້ມງວດ ແລະ ແທດຈິງ ກ່ຽວກັບການປະຕິຮູບສະຖາບັນ, ການປະຕິຮູບລະບຽບການບໍລິຫານ, ການຫັນເປັນດີຈີຕອນ; ນຳໃຊ້ ພາສີດີຈີຕອນ, ມຸ່ງໄປເຖິງຮູບແບບການພາສີອັດສະລິຍະ ດ້ວຍເປົ້າໝາຍເພີ່ມຄວາມສະດວກໃຫ້ແກ່ການເຄື່ອນໄຫວສົ່ງອອກ ແລະ ນຳເຂົ້າ, ຫຼຸດຜ່ອນເວລາການແຈ້ງພາສີ, ຫຼຸດຜ່ອນຄ່າໃຊ້ຈ່າຍໃນການປະຕິບັດຕາມກົດໝາຍໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ; ຍົກ​ສູງ​ຄວາມ​ສາ​ມາດ​ແຂ່ງ​ຂັນ​ລະ​ດັບ​ຊາດ​.

ຄຽງ​ຂ້າງ​ນັ້ນ, ສຸມ​ໃສ່​ຕໍ່ສູ້​ຕ້ານ​ການ​ສໍ້​ໂກງ​ແຫຼ່ງກຳ​ເນີ​ດ ​ແລະ ການ​ຂົນ​ສົ່ງ​ສິນຄ້າ​ຜິດ​ກົດໝາຍ; ຕ້ານ​ການ​ລັກ​ລອບ​ຄ້າ​ຂາຍ​ຜິດ​ກົດ​ໝາຍ, ຕ້ານ​ການ​ລະ​ເມີດ​ຊັບ​ສິນ​ທາງ​ປັນ​ຍາ​ຢ່າງ​ເຂັ້ມ​ງວດ...

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-15987.html

In bài biết