17:17 | 05/12/2022

VUFO ແລະ ສະຖານທູດ Azerbaijan ພົບປະສັງສັນ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງ ການທູດລະຫວ່າງສອງປະເທດ

ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ ການນຳ ຫວຽດນາມ ແລະ ຈີນ ແລກປ່ຽນໂທລະເລກຊົມເຊີຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ ການນຳ ຫວຽດນາມ ແລະ ຈີນ ແລກປ່ຽນໂທລະເລກຊົມເຊີຍ
VUFO, ສະຖານທູດ​ລັດ​ເຊຍ ປະຈຳ ​ຫວຽດນາມ ສືບ​ຕໍ່​ພັດທະນາ​ການ​ພົວພັນ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ຫວຽດນາມ ​ແລະ ລັດ​ເຊຍ VUFO, ສະຖານທູດ​ລັດ​ເຊຍ ປະຈຳ ​ຫວຽດນາມ ສືບ​ຕໍ່​ພັດທະນາ​ການ​ພົວພັນ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ຫວຽດນາມ ​ແລະ ລັດ​ເຊຍ

ຫວ່າງແລ້ວນີ້, ຢູ່​ຮ່າ​ໂນ້ຍ, ທ່ານນາງ​ປະທານ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ຫງວຽນເຟືອງງາ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສາທາລະນະ​ລັດ Azerbaijan ປະຈຳ ຫວຽດນາມ Shovgi Mehdizade ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ແລະ Azerbaijan (1992 - 2022).

VUFO và Đại sứ quán Azerbaijan gặp gỡ nhân dịp kỷ niệm 30 năm quan hệ ngoại giao hai nước

ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: VUFO

ທີ່​ການ​ພົບ​ປະ, ທ່ານ​ນາງປະທານ VUFO ຫງວຽນ​ເຟືອງ​ງາ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ບັນດາ​ຜົນງານ​ທີ່​ສອງ​ປະ​ເທດ​ບັນລຸ​ໄດ້​ໃນ​ຂົງ​ເຂດ​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ທ່ານ​ນາງປະທານ​ ຫງວຽນ​ເຟືອງ​ງາ ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ສາມາດ, ທ່າແຮງບົ່ມຊ້ອນ, ຄວາມ​ມານະ​ພະຍາຍາມ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ​ທັງ​ສອງປະ​ເທດ, ການ​ພົວພັນ​ຫວຽດນາມ - Azerbaijan ຈະ​ສືບ​ຕໍ່​ບັນລຸ​ໄດ້​ບັນດາ​ຜົນງານ​ໃໝ່​ໃນ​ອະນາຄົດ.

ຕາມ​ທ່ານ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - Azerbaijan ດັ້ງເທ໊ວິງ ແລ້ວ, ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ຊາວ​ຫວຽດ​ນາມ ແລະ Azerbaijan, ລະ​ຫວ່າງ​ທ້ອງ​ຖິ່ນ​ຫວຽດ​ນາມ ແລະ ທ້ອງ​ຖິ່ນ Azerbaijan ໄດ້​ຮັບ​ການເພີ່ມພູນຄູນສ້າງນັບມື້ນັບ​ພັດ​ທະ​ນາ​ກວ່າ. ທ່ານ ດັ້ງເທ໊ວິງ ປາດ​ຖະໜາ​ວ່າ ສອງຝ່າຍ​ຈະ​ສືບ​ຕໍ່​ມີ​ຫຼາຍ​ຂໍ້​ລິ​ເລີ່​ມ, ສົມທົບ​ກັນ​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ ​ເພື່ອ​ປະກອບສ່ວນ​ຮັດ​ແໜ້ນ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ທ່ານ​ເອກ​ອັກຄະ​ລັດຖະທູດ Shovgi Mehdizade ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, Azerbaijan ​ໄດ້​ບຳລຸງ​ສ້າງ​ນັກ​ສຶກສາ ​ແລະ ນັກ​ຊ່ຽວຊານ​ຫວຽດນາມ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. Azerbaijan ຍັງ​ເກັບ​ຮັກ​ສາ​ເອ​ກະ​ສານ​ຫຼາຍ​ຢ່າງ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ Baku ຂອງ​ປະ​ທານ​ໂຮ່​ຈີ​ມິນ ເພື່ອ​ເຜີຍ​ແຜ່​ໃຫ້​ລຸ້ນ​ໜຸ່ມ. ປີ 2023, Azerbaijan ຈະ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ 100 ປີ​ ແຫ່ງ​ ​ວັນ​ຄ້າຍ​ວັນ​ເກີດຂອງ​ທ່ານອະດີດ​ປະ​ທາ​ນາ​ທິ​ບໍ​ດີ Heydar Aliyev ແລະ 40 ປີ​ແຫ່ງ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຂອງ​ປະ​ທາ​ນາ​ທິ​ບໍ​ດີ Heydar Aliyev ໃນບົດບາດ ເປັນຫົວໜ້າຄະນະຂອງໂຊຫວຽດ.

ບູນມີ

Link: https://huunghivietlao.thoidai.com.vn/detail-article-15913.html

In bài biết