ນັກທ່ອງທ່ຽວສາກົນມາທ່ຽວຫວຽດນາມ ເພີ່ມຂຶ້ນຢ່າງແຮງ
ນັກທ່ອງທ່ຽວສາກົນມາ ຫວຽດນາມ ໃນເດືອນ ພະຈິກ 2022 ບັນລຸເກືອບ 597.000 ເທື່ອຄົນ, ເພີ່ມຂຶ້ນກວ່າ 23% ເມື່ອທຽບໃສ່ເດືອນກ່ອນ ແລະ ເພີ່ມຂຶ້ນເກືອບ 40 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ນັກທ່ອງທ່ຽວສາກົນມາທ່ຽວຫວຽດນາມ ເພີ່ມຂຶ້ນຢ່າງແຮງ.
ວັນທີ 29 ພະຈິກ, ກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ: ໃນ 11 ເດືອນປີ 2022, ນັກທ່ອງທ່ຽວສາກົນມາ ຫວຽດນາມ ບັນລຸ 2,95 ລ້ານເທື່ອຄົນ, ເພີ່ມຂຶ້ນ 21 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ນີ້ແມ່ນຍ້ອນວ່າ ຫວຽດນາມ ໄດ້ເປີດກ້ວາງການທ່ອງທ່ຽວ, ເສັ້ນທາງການບິນສາກົນໄດ້ຮັບການຟື້ນຟູ.
ບູນມີ