09:11 | 25/11/2022

ປິດຊຸດຝຶກອົບຮົມໃຫ້ແກ່ພະນັກງານວາລະສານປ້ອງກັນຊາດ ກອງທັບປະຊາຊົນລາວ

ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ມີຄຳສັ່ງໃຫ້ກະຊວງສຶກສາທິການ ແລະ ກິລາ ປິດໂຮງຮຽນລ້ຽງເດັກ ແລະ ໂຮງຮຽນອານຸບານຊົ່ວຄາວ ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ມີຄຳສັ່ງໃຫ້ກະຊວງສຶກສາທິການ ແລະ ກິລາ ປິດໂຮງຮຽນລ້ຽງເດັກ ແລະ ໂຮງຮຽນອານຸບານຊົ່ວຄາວ
ວິທະຍາຄານປ້ອງກັນຊາດ ໄດ້ຈັດພິທີປິດຊຸດບໍາລຸງໄລຍະສັ້ນກ່ຽວກັບການບັນຊາ ເສນາທິການຂັ້ນບັ້ນຮົບ ຍຸດທະສາດໃຫ້ແກ່ກອງທັບປະຊາຊົນລາວ ຊຸດທີ 2 ວິທະຍາຄານປ້ອງກັນຊາດ ໄດ້ຈັດພິທີປິດຊຸດບໍາລຸງໄລຍະສັ້ນກ່ຽວກັບການບັນຊາ ເສນາທິການຂັ້ນບັ້ນຮົບ ຍຸດທະສາດໃຫ້ແກ່ກອງທັບປະຊາຊົນລາວ ຊຸດທີ 2

ຕອນບ່າຍວັນທີ 22 ພະຈິກ, ຢູ່ຮ່າໂນ້ຍ, ວາລະສານ ທົ່ວປວງຊົນປ້ອງກັນຊາດ ສົມທົບກັບກອງ 871 ຈັດຕັ້ງພິທີປິດ ຊຸດຝຶກອົບຮົມວິຊາສະເພາະ ໃຫ້ແກ່ພະນັກງານວາລະສານປ້ອງກັນຊາດ ກອງທັບປະຊາຊົນລາວ.

ປິດຊຸດຝຶກອົບຮົມໃຫ້ແກ່ພະນັກງານວາລະສານປ້ອງກັນຊາດ ກອງທັບປະຊາຊົນລາວ
ສະຫາຍພົນຈັດຕະວາ ຕະກວາງຈວຽນ, ຫົວໜ້າບັນນາທິການວາລະສານທ່ົວປວງຊົນປ້ອງກັນຊາດ ກ່າວຄໍາເຫັນທີ່ພິທີ. ພາບ: thoidai.com.vn

ທີ່ພິທີ, ສະຫາຍພົນຈັດຕະວາ ຕະກວາງຈວຽນ, ຫົວໜ້າບັນນາທິການວາລະສານທົ່ວປວງຊົນປ້ອງກັນຊາດ ໃຫ້ຮູ້ວ່າ ໃນໄລຍະເກືອບ 1 ເດືອນ, ເຖິງວ່າເງື່ອນໄຂຍັງປະສົບກັບຄວາມຫຍຸ້ງຍາກ ຫຼາຍຢ່າງກໍ່ຕາມ, ແຕ່ຊຸດຝຶກອົບຮົມ ໄດ້ປະຕິບັດຖືກຕາມແຜນການ, ເນື້ອໃນໂຄງການທີ່ໄດ້ວາງອອກ ແລະບັນລຸໝາກຜົນທີ່ດີ. ບັນດານັກສໍາມະນາກອນໄດ້ຄົ້ນຄວ້າ, ຊອກຮູ້, ແລກປ່ຽນບົດຮຽນ ກ່ຽວກັບ:​ ວິທີການຈັດຕັ້ງ, ການເຄື່ອນໄຫວຂອງ ວາລະສານ ທົ່ວປວງຊົນປ້ອງກັນຊາດ ແລະບົດຮຽນໃນເຄື່ອນໄຫວສື່ມວນຊົນ, ການເຄື່ອນໄຫວຂອງ ວາລະສານ ທົ່ວປວງຊົນປ້ອງກັນຊາດ ເອເລັກໂຕນິກ ດ້ວຍພາສາຫວຽດນາມ, ອັງກິດ ແລະຈີນ; ແລກປ່ຽນ ບົດຮຽນ ກ່ຽວກັບການສ້າງ, ຄຸ້ມຄອງ ແລະການເຄື່ອນ ໄຫວຂອງເວັບໄຊ... ບັນດານັກສໍາມະນາກອນ ຍັງໄດ້ໄປທັດສະນະສຶກສາ ແລະແລກປ່ຽນບົດຮຽນປະສົບການທີ່ບາງອົງການ, ກົມກອງ.

ປິດຊຸດຝຶກອົບຮົມໃຫ້ແກ່ພະນັກງານວາລະສານປ້ອງກັນຊາດ ກອງທັບປະຊາຊົນລາວ
ປິດຊຸດຝຶກອົບຮົມໃຫ້ແກ່ພະນັກງານວາລະສານປ້ອງກັນຊາດ ກອງທັບປະຊາຊົນລາວ
ສະຫາຍພັນໂທ ຄໍາແສນ ສຸວັນນະຜ່ອງໃສ, ຮອງຫົວໜ້າບັນນາທິການກອງວາລະສານປ້ອງກັນຊາດ ກອງທັບປະຊາຊົນລາວ ກ່າວຄໍາເຫັນທີ່ພິທີ. ພາບ: thoidai.com.vn

ສະຫາຍພັນໂທ ຄໍາແສນ ສຸວັນນະຜ່ອງໃສ, ຮອງຫົວໜ້າບັນນາທິການ ກອງວາລະສານປ້ອງກັນຊາດ ກອງທັບປະຊາຊົນລາວ ຢັ້ງຢືນວ່າ, ພາຍ ຫຼັງຊຸດຝຶກອົບຮົມ, ບັນດານັກສໍາມະນາກອນ ຈະໝູນໃຊ້ຄວາມຮູ້, ບົດຮຽນ ປະສົບການ ທີ່ຮັບເອົາໃນເງື່ອນໄຂລະອຽດທີ່ກົມກອງ, ຜ່ານນັ້ນປະກອບສ່ວນ ນໍາວຽກງານໂຄສະນາຂອງ ກອງທັບປະຊາຊົນລາວ ພັດທະນາຢ່າງບໍ່ຢຸດຢັ້ງ.

ປິດຊຸດຝຶກອົບຮົມໃຫ້ແກ່ພະນັກງານວາລະສານປ້ອງກັນຊາດ ກອງທັບປະຊາຊົນລາວ
ປິດຊຸດຝຶກອົບຮົມໃຫ້ແກ່ພະນັກງານວາລະສານປ້ອງກັນຊາດ ກອງທັບປະຊາຊົນລາວ
ປິດຊຸດຝຶກອົບຮົມໃຫ້ແກ່ພະນັກງານວາລະສານປ້ອງກັນຊາດ ກອງທັບປະຊາຊົນລາວ

ບູນມີ

Link: https://huunghivietlao.thoidai.com.vn/detail-article-15845.html

In bài biết