17:19 | 23/11/2022

ມາ​ຫວຽດ​ນາມ, ພວກ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຄື​ໄດ້​ກັບ​ບ້ານ​ຂອງ​ຕົນ

ຄ້າຍ​ພັກ​ແລ້ງ ຫວຽດ​ນາມ ປີ 2022 ຢູ່​ກ໋​ວາງ​ນາມ: ເຊື່ອມ​ຕໍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ​ກັບ​ບ້ານ​ເກີດ​ເມືອງນອນ ຄ້າຍ​ພັກ​ແລ້ງ ຫວຽດ​ນາມ ປີ 2022 ຢູ່​ກ໋​ວາງ​ນາມ: ເຊື່ອມ​ຕໍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ​ກັບ​ບ້ານ​ເກີດ​ເມືອງນອນ
ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ
ມາ​ຫວຽດ​ນາມ, ພວກ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຄື​ໄດ້​ກັບ​ບ້ານ​ຂອງ​ຕົນ

ທ່ານ Fernando Gonzalez Llort ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ນັກ​ວິ​ລະ​ຊົນ ສ.ກຸຍ​ບາ, ປະ​ທານ​ສະ​ຖາ​ບັນ​ກຸຍ​ບາ (ICAP)

ທ່ານ Fernando Gonzalez Llort ໄດ້​ເອີ້ນ ການ​ພົບ​ປະ​ແລກ​ປ່ຽນ​ແມ່ນ​ການ​ພົບ​ປະ​ລະ​ຫວ່າງ​ອ້າຍ​ນ້ອງ ໃນ​ຄອບ​ຄົວ​ດຽວ​ກັນ. ທ່ານ​ຖື​ວ່າ ຕ້ອງ​ຖ່າຍ​ທອດ ແລະ ສຶກ​ສາ​ບັນ​ດາ​ນ້ຳ​ໃຈ​ອັນ​ດີ​ງາມ​ລະ​ຫວ່າງສອງ​ສົນ​ຊາດ​ໃຫ້​ແກ່​ຄົນ​ລຸ້ນ​ອະ​ນາ​ຄົດ.

“ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ກຸຍ​ບາ​ແມ່ນ​ການ​ພົວ​ພັນ​ແບບ​ພິ​ເສດ​ຄື​ດັ່ງການ​ນຳ​ສອງ​ພັກ, ສອງ​ລັດ ໄດ້​ຢັ້ງ​ຢືນ. ບັນ​ດາ​ກົນ​ໄກ, ສູນ, ສະ​ໂມ​ສອນ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ແລະ ກຸຍ​ບາ ຄວນ​ມີ​ຄວາມ​ໄຫວ​ພິບ, ຕັ້ງ​ໜ້າ​ກ່​ວາ​ອີກ​ເພື່ອ​ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃຈ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່”.

ICAP ກຳ​ນົດ​ໜ້າ​ທີ່​ໃຈ​ກາງ​ແມ່ນ​ຖ່າຍ​ທອດ​ບັນ​ດາໜ້າ​ປະ​ຫວັດ​ສາ​ດແຫ່ງ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ອັນ​ດີ​ງາມ​ນີ້ ໃຫ້​ແກ່​ຄົນ​ລຸ້ນ​ໜຸ່ມ, ເພື່ອ​ໃຫ້​ມັນ​ກາຍ​ເປັນ​ເລື່ອງ​ລາວ​ຂອງ​ລຸ້ນ​ໜຸ່ມ​ໃນ​ປັດ​ຈຸ​ບັນ ແລະ ອະ​ນາ​ຄົດ, ທ່ານ Fernando Gonzalez Llort ກ່າວ.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-15827.html

In bài biết