08:09 | 15/11/2022

ຫວຽດນາມ ແລະ ສາທາລະນະລັດ ສະຫະພັນ ເຢຍລະມັນ ເຊັນຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ

ສື່ມວນຊົນ ເຢຍລະມັນ ລົງຂ່າວເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ສື່ມວນຊົນ ເຢຍລະມັນ ລົງຂ່າວເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz
ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ລາງວັນຖະແຫຼງຂ່າວອອກສູ່ຕ່າງປະເທດ ຄັ້ງທີ VIII ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ລາງວັນຖະແຫຼງຂ່າວອອກສູ່ຕ່າງປະເທດ ຄັ້ງທີ VIII

ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພັນໂທ Mark Gottschalk ທີ່ພິທີລົງນາມ. ພາບ: ມິງແທ່ງ.

ໃນວັນດຽວກັນ, ທີ່ Berlin, ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ, ທ່ານ Thomas Hitschler ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງສາທາລະນະລັດ ສະຫະພັນ ເຢຍລະມັນ ກໍໄດ້ເຊັນຂໍ້ຕົກລົງດັ່ງກ່າວ. ສອງຝ່າຍຈະດໍາເນີນການປັບປຸງລະບຽບການໃຫ້ສົມບູນແບບ ຕາມຂໍ້ກໍານົດເພື່ອໃຫ້ຂໍ້ຕົກລົງສະບັບນີ້ມີຜົນສັກສິດຢ່າງເປັນທາງການ.

ຮອງລັດຖະມົນຕີປ້ອງກັນປະເທດ Thomas Hitschler ແລະທ່ານພັນເອກພິເສດ ຫງວຽນຕ໊ວນມິງ. ພາບ: ມິງແທ່ງ.

ການລົງນາມຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ກ່ອນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ໃນລະຫວ່າງວັນທີ 13 ຫາວັນທີ 14 ພະຈິກ 2022, ເປັນຂີດໝາຍແຫ່ງການພັດທະນາທີ່ສໍາຄັນໃນການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ, ສ້າງຂອບນິຕິກໍາເພື່ອຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ ກ່ຽວກັບການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ແບ່ງປັນບັນດາບັນຫາຍຸດທະສາດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ການບໍາລຸງສ້າງ, ເສນາຮັກ, ການຮັກສາສັນຕິພາບ ສປຊ ແລະບັນດາຂົງເຂດອື່ນຕາມການເຫັນດີເປັນເອກະພາບຂອງສອງຝ່າຍ, ຕັ້ງໜ້າປະກອບສ່ວນເພື່ອເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ, ໃນນັ້ນມີການພົວພັນຮ່ວມມືດ້ານປ້ອງກັນຊາດ ໃຫ້ນັບມື້ແທດຈິງ ແລະມີປະສິດທິຜົນ.

ກອ​ງ​ທັບ​

Link: https://huunghivietlao.thoidai.com.vn/detail-article-15749.html

In bài biết