14:15 | 07/11/2022

ເພີ່ມທະວີການຮ່ວມມືລະຫວ່າງບັນດາພື້ນຖານເສດຖະກິດສະມາຊິກ RCEP

ເປັນເຈົ້າການໝູນໃຊ້ກາລະໂອກາດຈາກສັນຍາ RCEP ເປັນເຈົ້າການໝູນໃຊ້ກາລະໂອກາດຈາກສັນຍາ RCEP
RCEP ສຳ​ລັບ ເສດ​ຖະ​ກິດ ຫວຽດ​ນາມ ແລະ ບັນ​ດາ​ສິ່ງ​ທີ່​ວິ​ສາ​ຫະ​ກິດ​ຄວນ​ຮູ້ RCEP ສຳ​ລັບ ເສດ​ຖະ​ກິດ ຫວຽດ​ນາມ ແລະ ບັນ​ດາ​ສິ່ງ​ທີ່​ວິ​ສາ​ຫະ​ກິດ​ຄວນ​ຮູ້
ເພີ່ມທະວີການຮ່ວມມືລະຫວ່າງບັນດາພື້ນຖານເສດຖະກິດສະມາຊິກ RCEP
ທ່ານ ເລວັນແທ່ງ ຮອງນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມ ແລະກ່າວບົດປາໄສຕາມຮູບແບບຖ່າຍວິດີໂອ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ ຕີລາຄາສູງບົດບາດຂອງສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນວິວັດການຟື້ນຟູເສດຖະກິດຫຼັງໂລກລະບາດ ແລະວິວັດທະນາການຫັນການຄ້າເປັນເສລີໃນພາກພື້ນ ແລະທົ່ວໂລກ. ເນັ້ນໜັກວ່າ ໃນປີທີ່ເປັນປະທານອາຊຽນ 2020, ດ້ວຍບົດບາດເປັນປະທານການເຈລະຈາສັນຍາ RCEP, ຫວຽດນາມ ໄດ້ມານະພະຍາຍາມຊຸກຍູ້ ແລະເສີມຂະຫຍາຍບົດບາດໃຈກາງ ແລະນຳພາຂອງ ອາຊຽນ ເພື່ອລົງນາມໃນສັນຍາດັ່ງກ່າວໃນເດືອນ ພະຈິກ 2020.

ທ່ານຮອງນາຍົກລັດຖະມົນຕີ ຖືວ່າ ໃນສະພາບການພາກພື້ນ ແລະສາກົນໃນປະຈຸບັນ, ບັນດາພື້ນຖານເສດຖະກິດສະມາຊິກ RCEP ຄວນສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະການຮ່ວມມື; ຜັນຂະຫຍາຍບັນດາຂໍ້ຕົກລົງ ແລະຄຳໝັ້ນສັນຍາຢ່າງຄົບຖ້ວນ ແລະມີປະສິດທິຜົນ; ສຸມໃສ່ຊຸກຍູ້ບັນດາຂົງເຂດ, ຄື: ການເຊື່ອມຕໍ່ພື້ນຖານໂຄງລ່າງ, ການຫັນເປັນດີຈີຕອນ, ພະລັງງານສະອາດ, ເສດຖະກິດວົງຈອນ... ຕິດພັນກັບບັນດາເປົ້າໝາຍ ແລະກໍານົດທິດກ່ຽວກັບການພັດທະນາແບບຍືນຍົງ, ດຸ່ນດ່ຽງ, ກວມລວມ ແລະໂປ່ງໃສ; ສະເໜີ ຈີນ ແລະບັນດາພື້ນຖານເສດຖະກິດໃຫຍ່ໃຫ້ບຸລິມະສິດ ແລະໜູນຊ່ວຍບັນດາປະເທດອາຊຽນ ໝູນໃຊ້ ແລະເສີມຂະຫຍາຍທຸກກາລະໂອກາດ ເຊິ່ງ RCEP ນຳມາໃຫ້.

ກອ​ງ​ທັບ​

Link: https://huunghivietlao.thoidai.com.vn/detail-article-15691.html

In bài biết