11:38 | 20/10/2022

ການພົວພັນ ຫວຽດນາມ-ຍີ່ປຸ່ນ ພັດທະນາຢ່າງແຮງ ແລະຮອບດ້ານ

ການເຄື່ອນໄຫວຫຼາຍຢ່າງມຸ່ງໄປເຖິງເຫດການ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ ການເຄື່ອນໄຫວຫຼາຍຢ່າງມຸ່ງໄປເຖິງເຫດການ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ
ເປີດຕົວສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລ ດານັງ ເປີດຕົວສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລ ດານັງ

ທີ່ການຕ້ອນຮັບ, ທ່ານ ບຸ່ຍແທງເຊີນ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຮງ ແລະຮອບດ້ານຂອງການພົວພັນຫວຽດນາມ-ຍີ່ປຸ່ນ ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ, ການພົວພັນຮ່ວມມືທີ່ແທດຈິງລະຫວ່າງສອງຝ່າຍມີຄວາມຄືບໜ້າກະໂດດຂັ້ນ, ການພົບປະແລກປ່ຽນປະຊາຊົນ, ການຮ່ວມມືທ້ອງຖິ່ນລະຫວ່າງສອງປະເທດນັບມື້ນັບສະໜິດຕິດພັນ ແລະແທດຈິງ.

ທ່ານ ບຸ່ຍແທງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Takagi Kei ຮອງລັດຖະມົນຕີການຕ່າງປະເທດຍີ່ປຸ່ນ. ພາບ: baoquocte.vn
ທ່ານ ບຸ່ຍແທງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Takagi Kei ຮອງລັດຖະມົນຕີການຕ່າງປະເທດຍີ່ປຸ່ນ. ພາບ: baoquocte.vn

ທ່ານ ບຸ່ຍແທງເຊີນ ສະເໜີໃຫ້ທ່ານ Takagi Kei ແລະກະຊວງການຕ່າງປະເທດຍີ່ປຸ່ນ ສືບຕໍ່ເອົາໃຈໃສ່, ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດຮ່ວມມື ODA, ການລົງທຶນ, ການຄ້າ, ແຮງງານ, ການທ່ອງທ່ຽວ, ການຮ່ວມມືທ້ອງຖິ່ນບົນຈິດໃຈຕ່າງຝ່າຍຕ່າງມີຜົນປະໂຫຍດ; ສະເໜີໃຫ້ຍີ່ປຸ່ນ ໜູນຊ່ວຍຫວຽດນາມ ຍູ້ແຮງການຫັນເປັນອຸດສາຫະກໍາ, ຫັນເປັນທັນສະໄໝ, ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ສະໜອງ ODA ຮຸ່ນໃໝ່, ພັດທະນາພື້ນຖານໂຄງລ່າງຍຸດທະສາດ, ຫັນປ່ຽນດີຈີຕອນ, ຫັນປ່ຽນສີຂຽວ...

ສ່ວນທ່ານ Takagi Kei ຢັ້ງຢືນວ່າ ຫວຽດນາມ ມີບົດບາດທີ່ຕັ້ງສໍາຄັນແຖວໜ້າໃນການຜັນຂະຫຍາຍນະໂຍບາຍພົວພັນຕ່າງປະເທດຂອງຍີ່ປຸ່ນ ກັບພາກພື້ນ; ຕີລາຄາສູງບົດບາດ, ທີ່ຕັ້ງຂອງຫວຽດນາມ ໃນພາກພື້ນ ແລະສາກົນ; ຢັ້ງຢືນວ່າ ຍີ່ປຸ່ນ ຖືເປັນສໍາຄັນ ແລະປາດຖະໜາຢາກຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນລະຫວ່າງສອງປະເທດກວ່າອີກ, ເພີ່ມທະວີການຮ່ວມມືໃນທຸກຂົງເຂດ, ຄື: ການເມືອງ, ການທູດ, ການລົງທຶນ, ການຄ້າ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສາທາລະນະສຸກ, ການສຶກສາ, ການຮ່ວມມືທ້ອງຖິ່ນ...

ກອ​ງ​ທັບ​

Link: https://huunghivietlao.thoidai.com.vn/detail-article-15574.html

In bài biết