14:31 | 17/10/2022

9 ​ເດືອນ​ປີ 2022, ຫວຽດ​ນາມ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ຫຼາຍກວ່າ 1.65 ລ້ານ​ເທື່ອ​ຄົນ

ບັນ​ດາ​ໜ​ອງ​ງາມ​ຢູ່​ໃກ້​ຮ່າ​ໂນ້ຍ ຈະ​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ຮູ້ສຶກຮັກ ບັນ​ດາ​ໜ​ອງ​ງາມ​ຢູ່​ໃກ້​ຮ່າ​ໂນ້ຍ ຈະ​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ຮູ້ສຶກຮັກ
DUFO ຂົນ​ຂວາຍ​ເງິນ​ກ່​ວາ 78 ຕື້​ດົ່ງ​ຈາກ​ການ​ໜູນ​ຊ່ວຍ​ຂອງ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ໃນ 9 ເດືອນ​ຕົ້ນ​ປີ 2022 DUFO ຂົນ​ຂວາຍ​ເງິນ​ກ່​ວາ 78 ຕື້​ດົ່ງ​ຈາກ​ການ​ໜູນ​ຊ່ວຍ​ຂອງ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ໃນ 9 ເດືອນ​ຕົ້ນ​ປີ 2022
ພາບປະກອບ
ພາບປະກອບ

ເວທີປາໄສມີການເຂົ້າຮ່ວມຂອງຜູ້ແທນ 250 ທ່ານ ໄດ້ປຶກສາຫາລືກ່ຽວກັບການເຊື່ອມຕໍ່ ເພື່ອຟື້ນຟູຂະແໜງທ່ອງທ່ຽວ, ການຫັນເປັນດີຈີຕອນ, ຫັນເປັນລະບົບສະໜອງຢູ່ພາຍໃນປະເທດ, ຮູບແບບດຳເນີນທຸລະກິດວິສາຫະກິດເພື່ອສັງຄົມ ແລະ ມາດຕະການທີ່ມີປະສິດທິຜົນ ເພື່ອຟື້ນຟູຂະແໜງທ່ອງທ່ຽວ, ໝູນໃຊ້ເຕັກໂນໂລຢີຫຼ້າສຸດ ເພື່ອພັດທະນາການທ່ອງທ່ຽວແບບຍືນຍົງ ແລະ ຮອບດ້ານ.

ໃນຂອບເຂດຂອງເຫດການນີ້ ລວມມີກິດຈະກຳ: ແນະນຳການທ່ອງທ່ຽວ ຫວຽດນາມ; ໂຄງການສຳຫຼວດການທ່ອງທ່ຽວແຂວງ ກວາງນາມ; ງານວາງສະແດງ, ແນະນຳການທ່ອງທ່ຽວຢູ່ອະນຸພາກພື້ນ ແລະ ຫວຽດນາມ. ທີ່ເວທີປາໄສ, ທ່ານ ຫງວຽນຈູງແຄ໊ງ, ຫົວໜ້າກົມໃຫຍ່ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ 9 ເດືອນຂອງປີ 2022, ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວໄດ້ຫຼາຍກວ່າ 1,65 ລ້ານ ເທື່ອຄົນ, ຮັບໃຊ້ແຂກທ່ອງທ່ຽວພາຍໃນໄດ້ 86,8 ລ້ານເທື່ອຄົນ, ບັນລຸຍອດລາຍຮັບປະມານ 16,5 ລ້ານ USD. ໃນນັ້ນ, ມີແຂກທ່ອງທ່ຽວຫຼາຍກວ່າ 110.000 ເທື່ອຄົນ ແມ່ນມາຈາກບັນດາປະເທດອະນຸພາກພື້ນ ແມ່ນ້ຳຂອງເປີດກວ້າງ ໄດ້ມາທ່ຽວ ຫວຽດນາມ.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-15551.html

In bài biết