06:30 | 01/10/2022

ລາຍການ “ມານະຈິດ ຫວຽດນາມ ປະກາຍແຈ້ງ” ປີ 2022

EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022 EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022
ລາຍການ “ນ້ຳໃຈຄວາມຮັກແພງລະຫວ່າງທະຫານ ແລະ ປະຊາຊົນ” ເຊີດຊູບັນດາແບບຢ່າງດີເດັ່ນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ລາຍການ “ນ້ຳໃຈຄວາມຮັກແພງລະຫວ່າງທະຫານ ແລະ ປະຊາຊົນ” ເຊີດຊູບັນດາແບບຢ່າງດີເດັ່ນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19
ບັນດາຜູ້ແທນໄດ້ຮັບການເຊີດຊູທີ່ລາຍການ (ພາບ:nhandan.vn)
ບັນດາຜູ້ແທນໄດ້ຮັບການເຊີດຊູທີ່ລາຍການ (ພາບ:nhandan.vn)

ຕອນຄ່ຳວັນທີ 29 ກັນຍາ, ຢູ່ຮ່າໂນ້ຍ, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ໄດ້ສົມທົບກັບບໍລິສັດ TCP ຫວຽດນາມ ຈຳກັດ ຈັດລາຍການ “ມານະຈິດ ຫວຽດນາມ ປະກາຍແຈ້ງ” ປີ 2022 ເພື່ອແນໃສ່ເຊີດຊູບັນດາແບບຢ່າງຊາວໜຸ່ມພິການທີ່ດີເດັ່ນ. ລາຍການປີນີ້ໄດ້ເຊີດຊູຜູ້ແທນ 50 ຄົນເຊິ່ງເປັນຊາວໜຸ່ມພິການດີເດັ່ນ, ມີມານະຈິດ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ຕັ້ງໜ້າປະກອບສ່ວນໃຫ້ແກ່ການພັດທະນາຂອງວົງຄະນະຍາດ. ຜູ້ແທນແຕ່ລະຄົນແມ່ນເລື່ອງລາວອັນດີງາມ “ພິການແຕ່ມີເປັນປະໂຫຍດ”, ແບບຢ່າງພົ້ນເດັ່ນກ່ຽວກັບມານະຈິດ ແລະ ຄວາມຄາດຫວັງໄດ້ອຸທິດສ່ວນ, ນຳມາເຊິ່ງບັນດາສິ່ງດີງາມບໍ່ພຽງແຕ່ໃຫ້ແກ່ຕົນເອງ, ຄອບຄົວເທົ່ານັ້ນ ຫາກຍັງສຳລັບວົງຄະນະຍາດ ແລະ ສັງຄົມອີກດ້ວຍ. ແຕ່ປີ 2019 ມາຮອດປະຈຸບັນ, ສະມາຄົມຊາວໜຸ່ມທຸກຂັ້ນໄດ້ຈັດການເຊີດຊູກ່ວາ 2.000 ແບບຢ່າງຊາວໜຸ່ມດີເດັ່ນໃນທົ່ວປະເທດ. ບັນດາແບບຢ່າງ “ມານະຈິດ ຫວຽດນາມ ປະກາຍແຈ້ງ” ແມ່ນແຫຼ່ງບັນດານໃຈ, ແມ່ນກຳລັງໜູນໃຫ້ແກ່ເພື່ອນຊາວໜຸ່ມພິການອື່ນໆເພື່ອເພີ່ມຄວາມຮັກ ແລະ ຄວາມປະເອີບໃຈຕໍ່ຊີວິດ, ກ້າວເດີນໃນເສັ້ນທາງພາໄປເຖິງຄວາມສະເໝີພາບ ແລະ ການເຊື່ອມໂຍງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ.

ວີ​ໂອ​ວີ

Link: https://huunghivietlao.thoidai.com.vn/detail-article-15414.html

In bài biết