14:00 | 23/09/2022

ເພີ່ມທະວີການຮ່ວມມືລະຫວ່າງຄະນະຊາວໜຸ່ມບັນດາແຂວງຕິດກັບຊາຍແດນ ລາວ-ຫວຽດນາມ

ຫວຽດນາມ ແລະ ຄວາມມານະພະຍາຍາມຮັບປະກັນສິດທິມະນຸດຢ່າງຮອບດ້ານ ຫວຽດນາມ ແລະ ຄວາມມານະພະຍາຍາມຮັບປະກັນສິດທິມະນຸດຢ່າງຮອບດ້ານ
ການຮ່ວມມືຍຸດທະສາດເຮັດໃຫ້ສາຍພົວພັນແບບພິເສດ ລາວ-ຫວຽດນາມ ໝັ້ນແກ່ນກວ່າ ການຮ່ວມມືຍຸດທະສາດເຮັດໃຫ້ສາຍພົວພັນແບບພິເສດ ລາວ-ຫວຽດນາມ ໝັ້ນແກ່ນກວ່າ
ເພີ່ມທະວີການຮ່ວມມືລະຫວ່າງຄະນະຊາວໜຸ່ມບັນດາແຂວງຕິດກັບຊາຍແດນ ລາວ-ຫວຽດນາມ
ທ່ານ ບຸ່ຍກວາງຮຸຍ ເປັນປະທານ ແລະກ່າວຄຳເຫັນທີ່ພິທີ. ພາບ: thanhnien.vn

ທ່ານ ຟ້າມຮວ່າງຫ໋າຍ ຄູປະຈຳຫ້ອງ ໃຫ້ຮູ້ວ່າ ເຂົ້າຮ່ວມຊຸດບໍາລຸງຄັ້ງນີ້ ລວມມີນັກສໍາມະນາກອນ 60 ຄົນ. ບັນດານັກສໍາມະນາກອນທີ່ມາຈາກ 18 ແຂວງ, ນະຄອນ ແລະບັນດາກະຊວງ, ຄະນະ, ຂະແໜງການຂອງລາວ.

ກ່າວຄຳເຫັນທີ່ພິທີ, ທ່ານ ບຸ່ຍກວາງຮຸຍ ໃຫ້ຮູ້ວ່າ ນີ້ແມ່ນຊຸດບໍາລຸງຄັ້ງທີ 3 ໄດ້ຈັດຕັ້ງໃນປີ 2022. ລາຍການດຳເນີນໃນເວລາ 10 ວັນ, ເນື້ອໃນໄດ້ຮັບການອອກແບບ, ກະກຽມຢ່າງລະອຽດລະອໍ, ລອບຄອບ, ມີການສົມທົບກັນຢ່າງກົມກຽວລະຫວ່າງທິດສະດີ, ການປຶກສາຫາລື ແລະຕົວຈິງຢູ່ຮາກຖານ.

ທ່ານ ບຸ່ຍກວາງຮຸຍ ເນັ້ນໜັກວ່າ: “ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມຮູ້ທີ່ໄດ້ຮັບການຖອດຖອນມາໄດ້ຈາກຊຸດບໍາລຸງ ແລະການໄປທັດສະນະຕົວຈິງ, ພາຍຫຼັງກັບເມືອປະເທດ, ບັນດານັກສໍາມະນາກອນ ຈະໝູນໃຊ້ເຂົ້າໃນວຽກງານຕົວຈິງຢ່າງປະດິດສ້າງ, ຍົກສູງຄຸນນະພາບ ແລະປະສິດທິຜົນຂອງວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມ, ເຍົາວະຊົນ, ອະນຸຊົນ, ປະກອບສ່ວນປະຕິບັດກິດຈະການປ່ຽນແປງໃໝ່ຂອງປະເທດລາວ ຢ່າງມີໄຊ. ຫວັງວ່າ ບັນດານັກສໍາມະນາກອນ ຈະແມ່ນຜູ້ສືບຕໍ່ແຜ່ຂະຫຍາຍ, ເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ມິດຕະພາບແບບພິເສດລະຫວ່າງຄະນະຊາວໜຸ່ມສອງປະເທດ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາ”.

ກອ​ງ​ທັບ​

Link: https://huunghivietlao.thoidai.com.vn/detail-article-15320.html

In bài biết