11:18 | 19/09/2022

ງານພົບປະແລກປ່ຽນມິດຕະພາບ ຫວຽດນາມ-ລາວ ຢູ່ ໄທ

ດ່ານັ້ງ ຕ້ອນຮັບນັກທ່ອງທ່ຽວ ອິນເດຍ ແລະ ຕາເວັນອອກາງ ນັບແຕ່ເດືອນ ຕຸລາ ຈະມາເຖິງ ດ່ານັ້ງ ຕ້ອນຮັບນັກທ່ອງທ່ຽວ ອິນເດຍ ແລະ ຕາເວັນອອກາງ ນັບແຕ່ເດືອນ ຕຸລາ ຈະມາເຖິງ
“Thai Summer Delicacies” – ນຳ​ຜະ​ລິດ​ຕະ​ພັນ Halal ໄທ ມາ​ສູ່​ລູກ​ຄ້າ ຫວຽດ “Thai Summer Delicacies” – ນຳ​ຜະ​ລິດ​ຕະ​ພັນ Halal ໄທ ມາ​ສູ່​ລູກ​ຄ້າ ຫວຽດ
ພະນັກງານ, ພາລະກອນສະຖານກົງສູນໃຫຍ່ສອງປະເທດ ຖ່າຍຮູບເປັນທີ່ລະນຶກຢູ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ.
ພະນັກງານ, ພາລະກອນສະຖານກົງສູນໃຫຍ່ສອງປະເທດ ຖ່າຍຮູບເປັນທີ່ລະນຶກຢູ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ພິທີ, ທ່ານ ຈູດຶກຢຸ້ງ ຫົວໜ້າສະຖານກົງສູນໃຫຍ່ ເນັ້ນໜັກ ວ່າ ການພົບປະແລກປ່ຽນມິດຕະພາບ ແມ່ນໂອກາດເພື່ອຫວນຄືນມູນເຊື້ອກ່ຽວກັບນໍ້າໃຈມິດຕະພາບອັນລໍ້າຄ່າລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ໃນຕະຫຼອດ 60 ປີຜ່ານມາ. ຄວາມສາມັກຄີ, ການຮ່ວມມືລະຫວ່າງຫວຽດນາມ ແລະລາວ ແມ່ນຊັບສົມບັດອັນລໍ້າຄ່າ, ເປັນພື້ນຖານເພື່ອໃຫ້ສອງປະເທດ ພ້ອມກັນເສີມຂະຫຍາຍໃນ ບັນດາໄລຍະປະຫວັດສາດໃນຕໍ່ໜ້າ. ຫວຽດນາມ ແລະລາວ ບໍ່ພຽງແຕ່ເປັນສອງປະເທດ ບ້ານໃກ້ເຮືອນຄຽງ ເທົ່ານັ້ນ, ຫາກຍັງເປັນ “ສອງປະເທດສະຫາຍອ້າຍນ້ອງ” ອີດກ້ວຍ. ທ່ານ ຈູດຶກຢຸ້ງ ສະແດງຄວາມເຊື່ອໝັ້ນວ່າ ເຖິງວ່າຫຍຸ້ງຍາກລໍາຍາກຈັ່ງໃດ ກໍຕາມ ແຕ່ສອງປະເທດ ກໍຕັດສິນໃຈຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອປົກປັກຮັກສາ ສາຍພົວພັນອັນສັກກາລະບູຊາ ຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ ພາກພື້ນ ແລະໃນໂລກ.

ສ່ວນທ່ານ ສົມບັດ ແພງພະຈັນ ຢັ້ງຢືນວ່າ ເລື່ອງສະຖານກົງສູນໃຫຍ່ສອງປະເທດ ຮ່ວມກັນຈັດຕັ້ງພິທີສະເຫຼີມສະຫຼອງນີ້ມີຄວາມໝາຍສຸດທີ່ສໍາຄັນ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບລະຫວ່າງສອງປະເທດ ເວົ້າລວມ ແລະການພົວພັນອັນສະໜິດສະໜົມລະຫວ່າງອົງການຜູ້ຕາງໜ້າສອງປະເທດ ປະຈໍາຢູ່ ຂອນແກ່ນ ເວົ້າສະເພາະ.

ພາຍຫຼັງພິທີໄຂ, ພະນັກງານ, ພາລະກອນສອງສະຖານກົງສູນໃຫຍ່ ໄດ້ເຂົ້າຮ່ວມການແຂ່ງຂັນປິງປ໋ອງ, ຕີດອກປີກໄກ່ມິດຕະພາບ ແລະຮ່ວມກັນຮັບປະທານອາຫານທີ່ເປັນມູນເຊື້ອຂອງສອງຊາດຫວຽດນາມ ແລະລາວ ອີກດ້ວຍ.

Link: https://huunghivietlao.thoidai.com.vn/detail-article-15298.html

In bài biết