09:05 | 30/08/2022

ຫວຽດນາມ ປະກອບສ່ວນຊຸກຍູ້ບົດບາດຂອງ NPT ທີ່ມີຕໍ່ຄວາມໝັ້ນຄົງໃນທົ່ວໂລກ

ຫວຽດນາມ ປະກອບສ່ວນຢ່າງແທດຈິງໃນການສ້າງເອກະສານນິຕິກໍາສາກົນ ຫວຽດນາມ ປະກອບສ່ວນຢ່າງແທດຈິງໃນການສ້າງເອກະສານນິຕິກໍາສາກົນ
ຫວຽດນາມ ຍືນອັນດັບທີ 5 ທົ່ວຄະນະທີ່ Army Games 2022 ຫວຽດນາມ ຍືນອັນດັບທີ 5 ທົ່ວຄະນະທີ່ Army Games 2022
ທ່ານ ຮ່າກິມງອກ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ
ທ່ານ ຮ່າກິມງອກ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ບັນດາປະເທດສະມາຊິກ NPT ບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມຕໍ່ເອກະສານສຸດທ້າຍ. ເຖິງຢ່າງໃດກໍ່ຕາມ, ທຸກປະເທດລ້ວນແຕ່ເນັ້ນໜັກເຖິງຄວາມສຳຄັນຂອງ NPT ຕໍ່ກົນໄກຫຼຸດຜ່ອນອາວຸດນິວເຄຼຍ ແລະຫ້າມເຜີຍແຜ່ອາວຸດນິວເຄຼຍໃນທົ່ວໂລກ ແລະຄວາມຈໍາເປັນຕ້ອງເພີ່ມທະວີຄວາມມານະພະຍາຍາມ ເພື່ອປັບປຸງກົນໄກນີ້ໃນໄລຍະຈະມາເຖິງ.

ທີ່ກອງປະຊຸມ, ທ່ານ ຮ່າກິມງອກ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັກເຖິງທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນສະໜັບສະໜູນການຫຼຸດຜ່ອນອາວຸດນິວເຄຼຍ, ຫ້າມເຜີຍແຜ່ອາວຸດນິວເຄຼຍຢ່າງສຸດຂີດ, ເຊີດຊູສິດນຳໃຊ້ເຕັກໂນໂລຢີນິວເຄຼຍ ເພື່ອຈຸດປະສົງສັນຕິພາບ, ເນັ້ນໜັກວ່າ ປະຊາຄົມສາກົນຕ້ອງມານະພະຍາຍາມ ເພື່ອແກ້ໄຂສິ່ງທ້າທາຍດ້ານນິວເຄຼຍລວມ. ຄະນະຜູ້ແທນຫວຽດນາມ ໄດ້ມີບົດກ່າວປາໄສຮ່ວມພ້ອມກັບຫຼາຍປະເທດກ່ຽວກັບບັນດາບັນຫາທີ່ສາກົນສົນໃຈທີ່ສຸດ, ໃນນັ້ນເຊີດຊູບົດບາດຂອງສົນທິສັນຍາຫ້າມເຜີຍແຜ່ອາວຸດນິວເຄຼຍ. ໃນຖານະເປັນຮອງປະທານກອງປະຊຸມ, ຫວຽດນາມ ພ້ອມກັບບັນດາປະເທດເຂົ້າຮ່ວມໄດ້ຕັ້ງໜ້າຊຸກຍູ້ ແລະບໍລິຫານວຽກງານລວມຂອງກອງປະຊຸມ. ຄະນະຜູ້ແທນຫວຽດນາມ ສົມທົບກັນຢ່າງແໜ້ນແຟ້ນກັບບັນດາປະເທດ ອາຊຽນ ແລະບັນດາປະເທດບໍ່ຮ່ວມກຸ່ມ ເພື່ອຊຸກຍູ້ບັນດາບຸລິມະສິດຂອງ ອາຊຽນ ແລະ ບໍ່ຮ່ວມກຸ່ມ, ພິເສດແມ່ນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ປອດອາວຸດນິວເຄຼຍ.

ກອ​ງ​ທັບ​

Link: https://huunghivietlao.thoidai.com.vn/detail-article-15107.html

In bài biết