11:04 | 26/08/2022

ກວາງນາມ ເພີ່ມທະວີການຮ່ວມມືກັບແຂວງອັດຕະປື (ລາວ)

ກອງບັນຊາການທະຫານຊາຍແດນແຂວງກອນຕຸມ ແລະກອງບັນຊາການ ປກສ ແຂວງອັດຕະປື ສົມທົບກັນປົກປັກຮັກສາຊາຍແດນ ແລະຕ້ານ, ສະກັດກັ້ນອາດຊະຍາກໍາປະເພດຕ່າງໆ ກອງບັນຊາການທະຫານຊາຍແດນແຂວງກອນຕຸມ ແລະກອງບັນຊາການ ປກສ ແຂວງອັດຕະປື ສົມທົບກັນປົກປັກຮັກສາຊາຍແດນ ແລະຕ້ານ, ສະກັດກັ້ນອາດຊະຍາກໍາປະເພດຕ່າງໆ
FAO ສົມທົບກັບແຂວງ ກວາງນາມ ໃນຂົງເຂດກະສິກຳ FAO ສົມທົບກັບແຂວງ ກວາງນາມ ໃນຂົງເຂດກະສິກຳ

ທ່ານ​ເລຂາ​ຄະນະ​ພັກ​ແຂວງ ກວາງ​ນາມ ຟານ​ວຽດ​ເກື່ອງ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ແລະ ຖື​ວ່າ ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ແຂວງ ​ໄດ້​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ ອັດ​ຕະປື (ລາວ). ປີ 2022 ​ແມ່ນ​ຂີດ​ໝາຍ​ພິ​ເສດ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 45 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ.

ກວາງນາມ ເພີ່ມທະວີການຮ່ວມມືກັບແຂວງອັດຕະປື (ລາວ)
ກວາງນາມ ເພີ່ມທະວີການຮ່ວມມືກັບແຂວງອັດຕະປື (ລາວ). (ພາບ: TTXVN)

ທ່ານ​ເຈົ້າ​ແຂວງອັດ​ຕະປື ​ໃຫ້​ຮູ້​ວ່າ: ອັດ​ຕະປື​ ແມ່ນ​ທ້ອງ​ຖິ່ນ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ແຂວງ ກອນ​ຕູມ (ຫວຽດນາມ) ດ້ວຍ​ເນື້ອ​ທີ່​ກະສິກຳ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ແຂວງອັດຕະປື ປາດຖະໜາຢາກພັດທະນາ ແລະ ແລກປ່ຽນດ້ານເສດຖະກິດກັບ ແຂວງ ກວາງນາມ. ອັດ​ຕະ​ປື ມີ​ທ່າແຮງ​ໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ, ເຂື່ອນໄຟຟ້ານ້ຳ​ຕົກ ແລະ ມີ​ແຫຼ່ງ​ແຮ່​ທາດ​ຫຼາຍ​ຢ່າງ ເພື່ອ​ດຶງ​ດູດ ແລະ ຮຽກ​ຮ້ອງ​ບັນ​ດາ​ວິ​ສາ​ຫະ​ກິດ​ມາ​ລົງ​ທຶນ​ສຳ​ຫຼວດ. ມີ​ວິ​ສາ​ຫະ​ກິດ ກວາງ​ນາມ ຫຼາຍ​ແຫ່ງ​ມາ​ລົງ​ທຶນ​ຢູ່​ແຂວງ. ພິ​ເສດ​ແມ່ນ​ບໍ​ລິ​ສັດ​ ທ່າ​ໂກ ​ເຈື່ອງ​ໄຮ ​ໄດ້​ລົງ​ທຶນ​ພັດ​ທະ​ນາ​ກະ​ສິ​ກຳ, ປ່າໄມ້​ຢູ່​ອັດ​ຕະ​ປື. ອັດ​ຕະ​ປື ພວມຮຽກຮ້ອງ​ໃຫ້​​ ທ່າ​ໂກ ​ເຈື່ອງ​ໄຮ ລົງທຶນ​ໃນຂົງເຂດລ້ຽງ​ງົວ ​ແລະ ປູກ​ຕົ້ນໄມ້ກິນໝາກ... ອັດ​ຕະປື ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ ກວາງ​ນາມ ບໍ່​ພຽງ​ແຕ່​ໃນ​ດ້ານ​ເສດຖະກິດ​ເທົ່າ​ນັ້ນ ຫາກ​ຍັງ​ໃນ​ດ້ານ​ການ​ເມືອງ, ຄວາມ​ໝັ້ນຄົງ, ການປ້ອງ​ກັນ​ຊາດ - ປ້ອງກັນຄວາມສະຫງົບນຳອີກ...

​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ກວາງ​ນາມ ​ແຕ່​ວັນ​ທີ 21-23 ສິງຫາ, ຄະນະ​ຜູ້​ແທນ​ແຂວງ ອັດ​ຕະປື ​ໄດ້​ຊອກ​ຮູ້​ບາງ​ຮູບ​ແບບ​ເສດຖະກິດ, ການທ່ອງທ່ຽວ, ທັດສະນະ ​ແລະ ​ເຮັດ​ວຽກ​ກັບ​ບໍລິສັດ ທາ​ໂກ ​ເຈືອງ​ໄຮ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-15067.html

In bài biết