ຫ້ອງການ EPS ໃຫ້ຄໍາປຶກສາທາງດ້ານກົດໝາຍແກ່ແຮງານຫວຽດນາມ ຢູ່ ສ.ເກົາຫຼີ
ຫວ່າງແລ້ວນີ້, ຫ້ອງການຄຸ້ມຄອງແຮງງານຫວຽດນາມ ພາຍໃຕ້ໂຄງການ ອອກໃບອະນຸຍາດວຽກເຮັດງານທໍາ (EPS) ຢູ່ ສ.ເກົາຫຼີ ສົມທົບກັບສູນໜູນຊ່ວຍແຮງງານຕ່າງປະເທດ ນະຄອນ Ansan, ແຂວງ Gyeonggi, ສ.ເກົາຫຼີ ໄດ້ດຳເນີນການພົບປະ, ເຜີຍແຜ່ ແລະ ໃຫ້ຄໍາປຶກສາດ້ານກົດໝາຍໂດຍກົງ ທໍາອິດ (ພາຍຫຼັງ 2 ປີແຫ່ງການຢຸດສະງັກຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19) ສຳລັບແຮງງານຫວຽດນາມ ພາຍໃຕ້ໂຄງການ ອອອກໃບອະນຸຍາດວຽກເຮັດງານທໍາ (EPS) ຢູ່ ສ.ເກົາຫຼີ.
ຫ້ອງການ EPS ໃຫ້ຄໍາປຶກສາທາງດ້ານກົດໝາຍແກ່ແຮງານຫວຽດນາມ ຢູ່ ສ.ເກົາຫຼີ. ພາບ: vietnamplus.vn |
ແຮງງານ EPS ຫວຽດນາມ ຈໍານວນຫຼວງຫຼາຍທີ່ເຮັດວຽກຢູ່ນະຄອນ Ansan ແລະ ບັນດາແຂວງໃກ້ຄຽງໄດ້ເຂົ້າຮ່ວມ ແລະ ຕັ້ງຄໍາຖາມຫຼາຍຄໍາກ່ຽວກັບສິດ ແລະ ພັນທະຂອງແຮງງານຢູ່ ສ.ເກົາຫຼີ.
ເຫດການນີ້ມີຄວາມໝາຍພິເສດເມື່ອດຳເນີນໃນສະພາບການທີ່ ຫວຽດນາມ ແລະ ສ.ເກົາຫຼີ ພວມກະກຽມສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (22/12/1992 – 22/12/2022).
ຕາມຂໍ້ມູນຂອງພະແນກຄຸ້ມຄອງແຮງງານຫວຽດນາມ ປະຈຳ ສ.ເກົາຫຼີ, ໄລ່ມາຮອດປະຈຸບັນ, ມີຊາວຫວຽດນາມ 205.000 ຄົນພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ສ.ເກົາຫຼີ, ໃນນັ້ນມີ 27.000 ຄົນພາຍໃຕ້ໂຄງການ EPS.
ບູນມີ