ຍູ້ແຮງການເຄື່ອນໄຫວ ສິລະປະຕຸກກະຕານ້ຳ ຫວຽດນາມ ຢູ່ ສ.ເກົາຫຼີ
ໃນລະຫວ່າງວັນທີ 10 ສິງຫາ ຫາວັນທີ 6 ກັນຍາ, ກຸ່ມນັກຟ້ອນຕຸກກະຕານ້ຳ ສັງກັດສະຖາບັນຄົ້ນຄວ້າອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ ແຫ່ງຊາດ, ໂດຍນັກສິລະປິນ ຟານແທງລຽມ ນຳໜ້າໄປສະແດງ ແລະ ພົບປະແລກປ່ຽນຢູ່ ສ.ເກົາຫຼີ. ນີ້ແມ່ນການເຄື່ອນໄຫວໃນຂອບເຂດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ (1992-2022).
ສິລະປະຕຸກກະຕານ້ຳ ຫວຽດນາມ. ພາບ: baoquocte.vn |
ຕາມແຜນການແລ້ວ, ນັກສິລະປິນຈະມີການສະແດງ 20 ຄັ້ງຢູ່ ສ.ເກົາຫຼີ, ດ້ວຍເວລາ 50 ນາທີຕໍ່ຄັ້ງ, ຢູ່ 4 ນະຄອນ ຄື: Seoul, Gyungju, Yungduk, Chuncheon. ເຂົ້າຮ່ວມການສະແດງກັບນັກສິລະປິນ ຟານແທງລຽມ ມີນັກສິລະປິນ ຟານວັນແກ໊ງ, ຟານວັນຟອງ: ດັ້ງວັນເບ່ນ. ນີ້ແມ່ນຄັ້ງທີ 5 ທີ່ນັກສິລະປິນ ຟານແທງລຽມ ໄດ້ຮັບການເຊີນມາຍັງ ສ.ເກົາຫຼີ ເພື່ອໂຄສະນາສິລະປະຟ້ອນຕຸກກະຕານ້ຳ, ນັບແຕ່ຄັ້ງທຳອິດໃນປີ 2003.
ບູນມີ