ຊົມຄວາມງາມຂອງສິ່ງມະຫັດສະຈັນ "ຕາພະພູ" ຢູ່ກາວບັ່ງ
"ຕາພະພູ", "ພູຊອດ" ຫຼື "ພູຕາມັງກອນ" ແມ່ນຊື່ທີ່ແຕກຕ່າງກັນຂອງ ທັດສະນີຍະພາບທີ່ເປັນເອກະລັກ, ສັນຍາວ່າຈະເປັນຈຸດຫມາຍປາຍທາງທີ່ ເຫມາະສົມຂອງນັກທ່ອງທ່ຽວ ໃນການເດີນທາງເພື່ອສໍາຜັດກັບສວນ ສາທາລະທໍລະນີ UNESCO ນອນເນື໊ອກກາວບັ່ງ.
ທັດສະນີຍະພາບ "ຕາພະພູ" ຕັ້ງຢູ່ຂ້າງທະເລສາບນ້ຳຈາ, ຕາແສງກາວເຈືອງ, ເມືອງ ຈູ່ງແຄ໋ງ (ກາວບັ່ງ), ເປັນສ່ວນຫນຶ່ງຂອງລະບົບມໍລະດົກໂລກຂອງສວນ ສາທາລະທໍລະນີທົ່ວໂລກ UNESCO ນອນເນື໊ອກກາວບັ່ງ.
"ຕາພະພູ" ເປັນຖ້ໍາຫີນທໍາມະຊາດ, ມີເສັ້ນຜ່າສູນກາງປະມານ 50 ແມັດ, ເກີດຂຶ້ນປະມານ 300 ລ້ານປີກ່ອນ. ພາບ: vov.vn |
"ຕາພະພູ" ນອນຢູ່ໃນກຸ່ມທັດສະນີຍະພາບທະເລສາບທາງແຮນ. ພາບ: vov.vn |
ຫ່າງຈາກໃຈກາງນະຄອນ ກາວບັ່ງ ປະມານ 30 ກິໂລແມັດ, ທັດສະນີຍະພາບ "ຕາພະພູ" ແມ່ນໜຶ່ງໃນບັນດາສະຖານທີ່ດຶງດູດນັກທ່ອງທ່ຽວເມື່ອມາເຖິງ ກາວບັ່ງ. ພາບ: vov.vn |
ນັກທ່ອງທ່ຽວສາມາດຖ່າຍຮູບຢູ່ນ້ຳຕົກຕາດນ້ຳຈາ. ພາບ: vov.vn |
... ຫຼືສຳຜັດກັບຊີວິດທີ່ສະຫງົບສຸກຂອງໝູ່ບ້ານແຄມທະເລສາບ. ພາບ: vov.vn |
ຄວາມງາມແບບລຽບງ່າຍ ແລະ ມີລັກສະນະໃນຝັນຢູ່ໃນພື້ນທີ່ອ້ອມຮອບ "ຕາພະພູ". ພາບ: vov.vn |
ແຕ່ລະລະດູຢູ່ທີ່ນີ້ມີຄວາມງາມທີ່ແຕກຕ່າງກັນ. ພາບ: vov.vn |
ບູນມີ