10:19 | 02/08/2022

ໂຄງການ “ເພື່ອນັກຮຽນ ເຈື່ອງຊາ ທີ່ຮັກແພງ” ແຜ່ກະຈາຍຄວາມຮັກແພງມາສູ່ນັກຮຽນ

ຫວຽດນາມ ຄັດຄ້ານການກະທຳລະເມີດອະທິປະໄຕ ຢູ່ເຂດໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຢ່າງເດັດຂາດ ຫວຽດນາມ ຄັດຄ້ານການກະທຳລະເມີດອະທິປະໄຕ ຢູ່ເຂດໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຢ່າງເດັດຂາດ
ການແຜ່ກະຈາຍຄວາມຮັກ ເຈື່ອງຊາ ໄປສູ່ຊາວຫວຽດນາມຢູ່ໃນທົ່ວໂລກ. ການແຜ່ກະຈາຍຄວາມຮັກ ເຈື່ອງຊາ ໄປສູ່ຊາວຫວຽດນາມຢູ່ໃນທົ່ວໂລກ.
ໂຄງການ “ເພື່ອນັກຮຽນ ເຈື່ອງຊາ ທີ່ຮັກແພງ” ແຜ່ກະຈາຍຄວາມຮັກແພງມາສູ່ນັກຮຽນ
ພາບປະກອບ (ພາບ: Hà Giang/ nld.com.vn)

ຕອນເຊົ້າວັນທີ 28 ກໍລະກົດ, ທີ່ນະຄອນ ໂຮ່ຈີມິນ, ຄະນະອຳນວຍການສະໂມສອນ “ເພື່ອເຈື່ອງຊາ - ຮ່ວາງຊາ ທີ່ຮັກແພງ” ໄດ້ຈັດຕັ້ງການປະຊຸມຂ່າວເພື່ອຕີລາຄາໝາກຜົນທີ່ບັນລຸໄດ້ໃນ 10 ປີແຫ່ງການປະຕິບັດໂຄງການ “ເພື່ອນັກຮຽນ ເຈື່ອງຊາ ທີ່ຮັກແພງ” (14 ສິງຫາ 2012 – 14 ສິງຫາ 2022), 10 ປີແຫ່ງກອງທຶນເພື່ອການສຶກສາ ວື່ອາຢິ໋ງ ເຊິ່ງໄດ້ນຳບັນດາຜູ້ແທນໄປຢ້ຽມຢາມທະຫານ ແລະ ປະຊາຊົນຢູ່ເກາະ ເຈື່ອງຊາ, ພ້ອມກັນນັ້ນ ກໍປຸກລະດົມບັນດາກິດຈະກໍາເພື່ອສະເຫຼີມສະຫຼອງເນື່ອງໃນໂອກາດນີ້.

10 ປີແຫ່ງ​ການ​ເດີນ​ທາງ​ເພື່ອເຊື່ອມ​ຕໍ່​ທະ​ເລ​ ແລະ ​ຝັ່ງ​ທະ​ເລ​ແມ່ນ​ການ​ເດີນ​ທາງແຫ່ງການ​ເຊື່ອມ​ຕໍ່​ຄວາມ​ຮັກ​ແພງ ​ແລະ ​ຄວາມ​ຮັບ​ຜິດ​ຊອບ. ​ໃນຕະຫຼອດ​ການ​ເດີນທາງ​ນັ້ນ, ກອງທຶນເພື່ອການ​ສຶກສາ ວື່ອາຢິ໋ງ ​ແລະ ສະ​ໂມ​ສອນ “​ເພື່ອ​ ​ຮ່ວາງ​ຊາ - ​ເຈື່ອງ​ຊາ ທີ່​ຮັກ​ແພງ” ​ໄດ້​ເຊື່ອມ​ຕໍ່​ນ້ຳ​ໃຈ​ອັນ​ອົບ​ອຸ່ນ,ແຜ່ກະຈາຍຄວາມຮັກແພງ​ໄປ​ຍັງ​ບັນດາ​ສະຖານ​ທີ່​ "ຫົວຄື້ນຍອດລົມ”, ເຂດທີ່ຢູ່ເຂດນອກຝັ່ງໄກຂອງປະເທດຊາດ​, ດ້ວຍ​ການ​ກະທຳ​ທີ່​ແທດ​ຈິງ ​ແລະ ມີ​ຄວາມ​ໝາຍ.

ໂຄງການ​ໄດ້​ສ້າງ​ໂຮງຮຽນ 2 ​ແຫ່ງ​ຢູ່​ໝູ່​ເກາະ​ ເຈື່ອງ​ຊາ. ປີ 2021, ກອງ​ທຶນ​ເພື່ອ​ການ​ສຶກ​ສາ ວື່ອາຢິ໋ງ ແລະ ສະ​ໂມ​ສອນ “ເພື່ອ​ ​ຮ່​ວາງ​ຊາ - ເຈື່ອງ​ຊາ ທີ່​ຮັກ​ແພງ” ໄດ້​ເຂົ້າ​ຮ່ວມຢ່າງຕັ້ງໜ້າໃນການ​ໜູນ​ຊ່ວຍ​ແຖວ​ໜ້າ​ຕ້ານ ພະຍາດໂຄວິດ - 19 ດ້ວຍ​ຍອດ​ຈຳ​ນວນ​ກວ່າ 2 ຕື້​ດົ່ງ ພ້ອມ​ກັບ​ເຄື່ອງ​ໃຊ້ທີ່​ຈຳ​ເປັນ, ຜະ​ລິດ​ຕະ​ພັນ​ກະ​ເສດ, ເຂົ້າ​ສານ, ແພອັດປາກ ແລະ ອຸປະກອນການແພດ. ​ໂຄງການ​ກໍ​ຈັດ​ຕັ້ງໄດ້​ 13 ຄະນະ​ໄປຢ້ຽມຢາມທະຫານ ​ແລະ ປະຊາຊົນ​ຢູ່​ໝູ່​ເກາະ​ ເຈື່ອງ​ຊາ, ປະກອບສ່ວນ​ສະໜັບສະໜູນເປັນຈຳນວນ​ເງິນ​ເກືອບ 7,8 ຕື້​ດົ່ງ.

ຫອມມາລາ

Link: https://huunghivietlao.thoidai.com.vn/detail-article-14832.html

In bài biết