14:04 | 28/07/2022

ການເດີນທາງຈາລຶກບຸນຄຸນ - ນັກສຶກສາກັບທະເລ ແລະ ໝູ່ເກາະປະເທດຊາດ ໃນປີ 2022

ຫວຽດນາມ ແລະ ໝູ່ເກາະ ກຸກ ລົງນາມຖະແຫຼງການຮ່ວມມືສ້າງຕັ້ງສາຍພົວພັນການທູດ ຫວຽດນາມ ແລະ ໝູ່ເກາະ ກຸກ ລົງນາມຖະແຫຼງການຮ່ວມມືສ້າງຕັ້ງສາຍພົວພັນການທູດ
ປຸກລະດົມງານແຂ່ງຂັນການສະສົມ ແລະ ຊອກຮູ້ ສະແຕມໄປສະນີກ່ຽວກັບທະເລ ແລະ ໝູ່ເກາະຂອງຫວຽດນາມ ປຸກລະດົມງານແຂ່ງຂັນການສະສົມ ແລະ ຊອກຮູ້ ສະແຕມໄປສະນີກ່ຽວກັບທະເລ ແລະ ໝູ່ເກາະຂອງຫວຽດນາມ

ແຕ່​ວັນ​ທີ 21 ຫາ​ວັນ​ທີ 26 ກໍລະກົດ​ນີ້, ການ​ເດີນທາງ​ ຈະ​ໄປ​ຢ້ຽມຢາມ​ເຂດ​ແດງ​ຫຼາຍ​ແຫ່ງ ​ຢູ່​ຕາ​ແສງ ​ຈ້ຽວຟອງ ​ແລະ ​​ໂກນ​ກໍ (​ແຂວງ​ກວາງ​ຈີ້) ​ແລະ ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຊາວ​ໜຸ່ມ “​ໃຕ້ແສງສະຫວ່າງຖະໜົນ​​ຊົນນະບົດ”, “ສະ​ໜາມ​ເດັກ​ນ້ອຍ” ຢູ່​ທີ່​ນີ້.

ພ້ອມ​ກັນ​ນັ້ນ, ຄະນະ​ເດີນທາງ​ ກໍ​ຈະ​ມອບ​ປຶ້ມ​ຮູບ 2.000 ​ຫົວ​ໃຫ້​ເດັກນ້ອຍ, ມອບ​ທຸງຊາດ​ໃຫ້​ຊາວ​ປະມົງ ​ແລະ ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວ​ນະ​ໂຍບາຍທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.

ການເດີນທາງຈາລຶກບຸນຄຸນ - ນັກສຶກສາກັບທະເລ ແລະ ໝູ່ເກາະປະເທດຊາດ ໃນປີ 2022
ການເດີນທາງຈາລຶກບຸນຄຸນ - ນັກສຶກສາກັບທະເລ ແລະ ໝູ່ເກາະປະເທດຊາດ ໃນປີ 2022. (ພາບ: hanoimoi)

​ໂດຍໄດ້​ຮູ້​ວ່າ, ຍອດ​ຈຳນວນ​ແຫຼ່ງກຳລັງ​ທີ່ ຄະນະການ​ເດີນທາງ ລະດົມ​ໄດ້​ແມ່ນ​ປະມານ 140 ລ້ານ​ດົ່ງ.

ຕາມ​ທ່ານ​ຮອງເລຂາທິການ​ຄະນະ​ຊາວ​ໜຸ່ມ, ປະທານ​ສະມາຄົມ​ນັກ​ສຶກສາ ຮ່າ​ໂນ້ຍ ​ເຈີ່ນ​ກວາງ​ຮຶງ ​ແລ້ວ, ການ​ເດີນທາງ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ຜູ້​ແທນ​ຊາວໜຸ່ມ, ນັກ​ສຶກສາ​ດີ​ເດັ່ນ​ສະ​ແດງມູນເຊື້ອ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, ຫວນ​ຄືນ​ປະ​ຫວັດ​ສາດ​ວິລະ​ຊົນ​ພິລະອາດຫານ, ​ເຕືອນ​ສະຕິ​ເຊິ່ງກັນ​ແລະ​ກັນ ກ່ຽວກັບນ້ຳ​ໃຈ​ຮັບຜິດຊອບ, ຍາມ​ໃດ​ກໍ່​ຮັກສາ ​ແລະ ​ເຊີດ​ຊູ​ບັນດາ​ຜົນງານ​ການ​ປະຕິວັດ​ທີ່​ເອກອ້າງທະນົງໃຈ ​ທີ່ແລກມາ​ດ້ວຍ​ເຫື່ອ​ແຮງ ​ແລະ ​ເລືອດ​ເນື້ອ​ຂອງ​ລຸ້ນພໍ່ລຸ້ນອ້າຍ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-14794.html

In bài biết