23:17 | 19/07/2022

ຊຸກຍູ້​ອະນາຄົດ​ແຫ່ງການ​ພົວ​ພັນ​ຮ່ວມ​ມື​ລະຫວ່າງ​ທະນາຄານ​ໂລກ ​ແລະ ຫວຽດນາມ

ຂີດໝາຍ 35 ປີ​​ ແຫ່ງການ​ຮ່ວມ​ມື​ດ້ານ​ແຮງ​ງານ ຫວຽດນາມ-ເຢຍລະມັນ ຂີດໝາຍ 35 ປີ​​ ແຫ່ງການ​ຮ່ວມ​ມື​ດ້ານ​ແຮງ​ງານ ຫວຽດນາມ-ເຢຍລະມັນ
ຫວຽດນາມ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ ​ໄອ​ແລນ ຫວຽດນາມ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ ​ໄອ​ແລນ
ຊຸກຍູ້​ອະນາຄົດ​ແຫ່ງການ​ພົວ​ພັນ​ຮ່ວມ​ມື​ລະຫວ່າງ​ທະນາຄານ​ໂລກ ​ແລະ ຫວຽດນາມ
ພາບ​ປະ​ກອບ: TTXVN

ຕາມນັ້ນແລ້ວ, ທ່ານ Axel van Trotsenburg ຈະປຶກສາຫາລືກັບບັນດາການນຳ ຫວຽດນາມ ກ່ຽວກັບອະນາຄົດຂອງການຮ່ວມມືລະຫວ່າງທະນາຄານໂລກ ແລະ ຫວຽດນາມ ແລະ ບັນດາໂຄງການໜູນຊ່ວຍຂອງ WB ຢູ່ ຫວຽດນາມ ໃນ 4 – 5 ປີຕໍ່ໜ້າ.

​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ Axel van Trotsenburg ຈະ​ມີ​ການ​ພົບ​ປະ​ກັບ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມ​ມິ​ງຈິງ, ປະທານ​ສະພາ​ແຫ່ງ​ຊາດ ເວືອງດິ່ງ​ເຫ້ວ, ຜູ້ອຳນວຍການ​ສະຖາບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ, ປະທານສະພາທິດສະດີ​ສູນ​ກາງ ຫງວຽນ​ຊວັນ​ທັງ, ທ່າ​ນ​ນາງ ຫງວຽນທິຮົ່ງ ຜູ້ວ່າການທະນາຄານແຫ່ງລັດຫວຽດນາມ. ນອກ​ນີ້, ທ່ານ​ຍັງ​ຈະ​ພົບ​ປະ​ກັບ​ການ​ນຳ​ຂອງ​ພັກ ​ແລະ ອົງການ​ລັດຖະບານ​ຈຳນວນ​ໜຶ່ງ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບຂັ້ນຕອນ​ຂອງ​ຫວຽດນາມ ​ເພື່ອ​ແກ້​ໄຂ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ຫັນປ່ຽນ​ພະລັງງານ ​ແລະ ບັນດາ​ບັນຫາ​ສຳຄັນ​ອື່ນໆ; ພ້ອມ​ທັງ​ພົບ​ປະ​ກັບ​ຜູ້ຕາງໜ້າ​ພາກ​ເອກະ​ຊົນ ​ແລະ ນັກ​ຊ່ຽວຊານ​ຫວຽດນາມ.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-14742.html

In bài biết