15:42 | 15/07/2022

ຫວຽດນາມ ແລະ ອາເຈນຕິນາ ມຸ່ງໄປເຖິງການຮ່ວມມືໃນບັນດາຂົງເຂດໃໝ່, ມີຄວາມສາມາດບົ່ມຊ້ອນ

ອາເຈນຕິນາ ມອບຢາວັກຊີນຕ້ານໂຄວິດ-19 ເປັນມູນຄ່າກວ່າ 2 ລ້ານໂດລາສະຫະລັດ ໃຫ້ຫວຽດນາມ ອາເຈນຕິນາ ມອບຢາວັກຊີນຕ້ານໂຄວິດ-19 ເປັນມູນຄ່າກວ່າ 2 ລ້ານໂດລາສະຫະລັດ ໃຫ້ຫວຽດນາມ
ການພົວພັນຄູ່ຮ່ວມມືຫວຽດນາມ - ອາເຈນຕິນາ ສືບຕໍ່ໄດ້ຮັບການເພີ່ມທະວີຢ່າງແໜ້ນແຟ້ນ ການພົວພັນຄູ່ຮ່ວມມືຫວຽດນາມ - ອາເຈນຕິນາ ສືບຕໍ່ໄດ້ຮັບການເພີ່ມທະວີຢ່າງແໜ້ນແຟ້ນ
ຫວຽດນາມ ແລະ ອາເຈນຕິນາ ມຸ່ງໄປເຖິງການຮ່ວມມືໃນບັນດາຂົງເຂດໃໝ່, ມີຄວາມສາມາດບົ່ມຊ້ອນ
ການເຮັດວຽກລະຫວ່າງສອງຝ່າຍໃນວັນທີ 11 ກໍລະກົດ (ພາບ:Bộ Công Thương)

ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຫວັງວ່າ ສອງຝ່າຍຈະສືບຕໍ່ມານະພະຍາຍາມເພື່ອຍົກສູງການແລກປ່ຽນດ້ານການຄ້າ, ຫັນບັນດາປະເພດສິນຄ້າສົ່ງອອກ - ນຳເຂົ້າໃຫ້ເປັນຫຼາຍຮູບແບບ ແລະ ສ້າງຄວາມດຸນການຄ້າສອງຝ່າຍເທື່ອລະກ້າວ; ເພີ່ມທະວີການສົມທົບກັນເພື່ອປະຕິບັດບັນດາການເຄື່ອນໄຫວສົ່ງເສີມການຄ້າ, ສະໜອງຂໍ້ມູນໃຫ້ແກ່ປະຊາຄົມວິສາຫະກິດຂອງສອງຝ່າຍກ່ຽວກັບຕະຫຼາດຂອງກັນ; ໜູນຊ່ວຍວິສາຫະກິດເຂົ້າຮ່ວມບັນດາງານຕະຫຼາດນັດສະເພາະຂະແໜງອາຊີບ ແລະ ບັນດາການເຄື່ອນໄຫວເຊື່ອມຕໍ່ພົວພັນການຄ້າຂອງສອງປະເທດ.

ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ກໍສະເໜີ ອາເຈນຕິນາສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ ຫວຽດນາມ ໃນການເຂົ້າໃກ້ກັບຕະຫຼາດ ອາເຈນຕິນາ ກວ່າອີກ, ພິເສດແມ່ນບັນດາປະເພດສິນຄ້າທີ່ເປັນທ່າແຮງຂອງ ຫວຽດນາມ ຄື ກະເສດຕະພັນ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເຄື່ອງເຟີນີເຈີ, ເຄື່ອງຫັດຖະກຳ.

ທັງສອງຝ່າຍ​ເຫັນ​ດີ​ເປັນເອກະພາບຈະ​ພິຈາລະນາ​ຄວາມ​ສາມາດ​ໃນການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໃໝ່​ທີ່​ມີ​ຄວາມສາມາດບົ່ມຊ້ອນ ​ຄື ບັນດາຂະແໜງການອຸດສາຫະກຳທີ່ມີລັກສະນະແບບ​ພື້ນຖານ, ຂະແໜງການກະສິກຳ​ທີ່ນໍາໃຊ້ເຕັກ​ໂນ​ໂລ​ຢີແບບທັນສະໄໝ, ການປຸງ​ແຕ່ງສະບຽງອາຫານ, ພະລັງງານ ​ແລະ ​ເຕັກ​ໂນ​ໂລ​ຢີຊີວະ​ສາດ... ​ເພື່ອ​ເຮັດໃຫ້​ການ​ພົວພັນ​ດ້ານ​ເສດຖະກິດ - ການ​ຄ້າສອງຝ່າຍໄດ້ລົງເລິກກວ່າ.

ຫອມມາລາ

Link: https://huunghivietlao.thoidai.com.vn/detail-article-14708.html

In bài biết