14:04 | 15/07/2022

ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ຍື່ນໜັງສືມອບສິດທາງກົງສູນ

VUFO ແລະ ສະຖານທູດ ກາຊັກສະຖານ ປະຈຳ ຫວຽດນາມ ສືບຕໍ່ຊຸກຍູ້ການທູດປະຊາຊົນ VUFO ແລະ ສະຖານທູດ ກາຊັກສະຖານ ປະຈຳ ຫວຽດນາມ ສືບຕໍ່ຊຸກຍູ້ການທູດປະຊາຊົນ
ມອບຫຼຽນກາລະນຶກໃຫ້ແກ່ທ່ານນາງເອກອັກຄະລັດຖະທູດອົດສະຕາລີ ປະຈຳ ຫວຽດນາມ ມອບຫຼຽນກາລະນຶກໃຫ້ແກ່ທ່ານນາງເອກອັກຄະລັດຖະທູດອົດສະຕາລີ ປະຈຳ ຫວຽດນາມ
ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ຍື່ນໜັງສືມອບສິດທາງກົງສູນ
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ມອບສານຕາຕັ້ງໃຫ້ທ່ານນາງ ກ່ຽວທິຮັ່ງຟຸກ(ພາບ:baoquocte.vn)

ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ເຊື່ອໝັ້ນວ່າ ທ່ານນາງ ກ່ຽວທິຮັ່ງຟຸກ ຈະສືບຕໍ່ຊຸກຍູ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ຢ່າງເຂັ້ມແຂງກວ່າອີກ.

ທ່ານນາງຫົວໜ້າສະຖານກົງສູນໃຫຍ່ ກ່ຽວທິຮັ່ງຟຸກ ກໍໄດ້ຢັ້ງຢືນວ່າ ໃນວາລະປະຕິບັດງານຂອງຕົນ, ຈະມານະພະຍາຍາມເຮັດຈົນສຸດຄວາມສາມາດເພື່ອເພີ່ມພູນຄູນສ້າງຄວາມສາມັກຄີ ແລະ ພັດທະນາສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງປະເທດ ຫວຽດນາມ - ລາວ ໃຫ້ພົ້ນເດັ່ນ ແລະ ເຂັ້ມຂຸ້ນກ່ວາອີກ.

ພິເສດ ຈະແມ່ນຂົວເຊື່ອມຕໍ່ໜູນຊ່ວຍ, ຊຸກຍູ້ບັນດາທ້ອງຖິ່ນຂອງ ຫວຽດນາມທີ່ມີການພົວພັນແຮກສ່ຽວ, ການຮ່ວມມືກັບບັນດາແຂວງທາງພາກເໜືອຂອງລາວ ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືບັນລຸໄດ້ໝາກຜົນຢ່າງແທດຈິງ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບສຸກໃນເຂດຊາຍແດນ, ການສ້າງເສັ້ນຊາຍແດນມິດຕະພາບ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນສອງປະເທດ.

ຫອມມາລາ

Link: https://huunghivietlao.thoidai.com.vn/detail-article-14706.html

In bài biết