Agritechnica Asia Live 2022 ຈະຈັດຂຶ້ນຢູ່ ເກິນເທີ ແຕ່ວັນທີ 24 ຫາ 26 ສິງຫາ
ຕອນບ່າຍວັນທີ 30 ມິຖຸນາ, ຢູ່ນະຄອນ ເກີນເທີ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສົມທົບກັບສະມາຄົມກະສິກຳ ເຢຍລະມັນ (DLG), ສະຖາບັນຄົ້ນຄວ້າກ່ຽວກັບເຂົ້າ ສາກົນ (IRRI) ໄດ້ຈັດຕັ້ງພິທີປະກາດເຫດການ Agritechnica Asia Live 2022 ດ້ວຍຫົວຂໍ້ "ຫັນເປັນການນຳໃຊ້ກົນຈັກຢ່າງຄົບຊຸດມຸ່ງໄປເຖິງກະສິກຳແບບຍືນຍົງ".
Agritechnica Asia Live 2022 ຈະຈັດຂຶ້ນຢູ່ ເກິນເທີ ແຕ່ວັນທີ 24 ຫາ 26 ສິງຫາ. |
ນີ້ແມ່ນເຫດການສາກົນຈຸດສຸມທີ່ມີຂີດໝາຍຂອງຂະແໜງກະສິກຳ ແລະ ພັດທະນາຊົນນະບົດໃນປີ 2022 ເພື່ອຊຸກຍູ້ການຜະລິດກະສິກຳແບບຍືນຍົງຜ່ານການນຳໃຊ້ບັນດາວິທີແກ້ໄຂເຕັກໂນໂລຢີທີ່ກ້າວໜ້າ ແລະ ທັນສະໄໝ. ເຫດການຈະດຳເນີນຢູ່ນະຄອນ ເກີນເທີ ແຕ່ວັນທີ 24 – 26 ສິງຫາ. ຄາດວ່າຈະມີຜູ້ແທນ, ແຂກຢ້ຽມຊົມພາຍໃນ ແລະຕ່າງປະເທດປະມານ 4.000 ຄົນເຂົ້າຮ່ວມເຫດການ.
Agritechnica Asia Live 2022 ຈະດຳເນີນບັນດາການເຄື່ອນໄຫວຕົ້ນຕໍລວມມີ: ສະແດງຮູບແບບປະຕິບັດການຜະລິດ, ເຕັກໂນໂລຢີ ແລະກົນຈັກກະສິກຳໃນທົ່ງນາ; ວາງສະແດງ ແລະງານວາງສະແດງເຕັກໂນໂລຢີ, ເຄື່ອງຈັກ ແລະມາດຕະການປະດິດຄິດສ້າງ, ຍືນຍົງໃນບັນດາຂົງເຂດ ຄື: ປູກຝັງ, ລ້ຽງສັດ, ປູກລ້ຽງສິນໃນນ້ຳ...
ຕາມທ່ານ ເລກວກແທ່ງ, ຫົວໜ້າສູນສົ່ງເສີມກະສິກຳແຫ່ງຊາດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລ້ວ, Agritechnica Asia Live 2022 ຈະແມ່ນໂອກາດເພື່ອໃຫ້ຊາວກະສິກອນ ແລະສະຫະກອນເຂົ້າເຖິງບັນດາເຕັກໂນໂລຢີ, ເຄື່ອງຈັກ ແລະຮູບແບບກະສິກຳທັນສະໄໝຢ່າງວ່ອງໄວ ແລະມີປະສິດ ທິຜົນ; ສ້າງບ່ອນຫຼິ້ນໃຫ້ວິສາຫະກິດພາຍໃນ ແລະຕ່າງປະເທດ ໄດ້ມີໂອກາດໂຄສະນາຜະລິດຕະພັນ ແລະອຸປະກອນ, ຊຸກຍູ້ການແລກປ່ຽນ ແລະການຮ່ວມມືດ້ານກະສິກຳ; ...
ບູນມີ