20:44 | 30/06/2022

ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ຕ້ອນຮັບ ກຸ່ມບໍລິສັດ Enterprize Enegy

ກຸ່ມບໍລິສັດ​ຫວຽດນາມ​ແຫ່ງ​ທຳ​ອິດ​ທີ່​ເປີດ​ສຳນັກງານ​ຜູ້ຕາງໜ້າ​ຢູ່ ອິດສະຣາ​ແອນ ກຸ່ມບໍລິສັດ​ຫວຽດນາມ​ແຫ່ງ​ທຳ​ອິດ​ທີ່​ເປີດ​ສຳນັກງານ​ຜູ້ຕາງໜ້າ​ຢູ່ ອິດສະຣາ​ແອນ
ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ພົບປະ ແລະ ຜັນຂະຫຍາຍການເຄື່ອນໄຫວຂອງກຸ່ມສະມາຊິກສະພາແຫ່ງຊາດຍິງ ຊຸດທີ XV ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ພົບປະ ແລະ ຜັນຂະຫຍາຍການເຄື່ອນໄຫວຂອງກຸ່ມສະມາຊິກສະພາແຫ່ງຊາດຍິງ ຊຸດທີ XV
ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ຕ້ອນຮັບ ການນຳກຸ່ມບໍລິສັດ Enterprize Enegy
ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ຕ້ອນຮັບ ການນຳກຸ່ມບໍລິສັດ Enterprize Enegy

ກ່າວຄຳເຫັນກັບທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ, ປະທານກຸ່ມ EE Ian Hatton ເຊື່ອໝັ້ນວ່າ ກຸ່ມບໍລິສັດຈະປະຕິບັດບັນດາໂຄງການຢູ່ຫວຽດນາມ ໃຫ້ປະສົບຜົນສຳເລັດ, ພິເສດແມ່ນໜູນຊ່ວຍ ຫວຽດນາມ ຜັນຂະຫຍາຍບັນດາຄຳໝັ້ນສັນຍາທີ່ກອງປະຊຸມໃຫຍ່ຄັ້ງທີ 26 ຂອງບັນດາຝ່າຍທີ່ເຂົ້າຮ່ວມ ສົນທິສັນຍາແມ່ ຂອງ ສ.ປ.ຊ ກ່ຽວກັບການປ່ຽນແປງດິນຟ້າອາກາດ (COP 26). ທ່ານ Ian Hatton ຢືນຢັນວ່າ ກຸ່ມບໍລິສັດຍິນດີແບ່ງປັນເຕັກໂນໂລຊີໃນຂົງເຂດພະລັງງານທົດແທນກັບຫວຽດນາມ.

ສ່ວນທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໃຫ້ຮູ້ວ່າ: ຫວຽດນາມ ພວມມີແຜນການເພີ່ມທະວີອັດຕາສ່ວນພະລັງງານທົດແທນຄື: ໄຟຟ້າແຮງລົມ, ແສງຕາເວັນ ໃນຍອດແຫຼ່ງສະໜອງພະລັງງານລວມຂອງ ຫວຽດນາມ, ປະກອບສ່ວນປະຕິບັດບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ທີ່ COP26. ສະນັ້ນ, ທ່ານປະທານສະພາແຫ່ງຊາດສະເໜີກຸ່ມບໍລິສັດ ມອບໂອນການສຶກສາຄົ້ນຄ້ວາ ແລະ ເຕັກໂນໂລຊີໃໝ່ໃນຂົງເຂດພະລັງງານທົດແທນ.

ວີ​ໂອ​ວີ

Link: https://huunghivietlao.thoidai.com.vn/detail-article-14567.html

In bài biết