09:07 | 29/06/2022

ນະຄອນໂຮ່ຈີມິນ ຈັດຕັ້ງວັນບຸນຄອບຄົວ ຫວຽດນາມ-ລາວ-ກໍາປູເຈຍ

ນະຄອນໂຮ່ຈີມິນ: ພົບປະກັບອະດີດນັກຊ່ຽວຊານ ຫວຽດນາມ ຊ່ວຍ ກຳປູເຈຍ ໄລຍະ 1979 – 1989 ນະຄອນໂຮ່ຈີມິນ: ພົບປະກັບອະດີດນັກຊ່ຽວຊານ ຫວຽດນາມ ຊ່ວຍ ກຳປູເຈຍ ໄລຍະ 1979 – 1989
ຫວຽດນາມ - ກໍາປູເຈຍ: ນາຍົກລັດຖະມົນຕີ Hun Sen ແລະ ວິ​ວັດ​ການໂຄ່ນລົ້ມລະບອບ​ດັບ​ສົນ​ເຊື້ອ​ຊາດ Pol Pot ຫວຽດນາມ - ກໍາປູເຈຍ: ນາຍົກລັດຖະມົນຕີ Hun Sen ແລະ ວິ​ວັດ​ການໂຄ່ນລົ້ມລະບອບ​ດັບ​ສົນ​ເຊື້ອ​ຊາດ Pol Pot
ພົບປະແລກປ່ຽນສິລະປະພື້ນເມືອງຂອງສາມປະເທດ. ພາບ: vov.vn.
ພົບປະແລກປ່ຽນສິລະປະພື້ນເມືອງຂອງສາມປະເທດ. ພາບ: vov.vn.

ລາຍການໄດ້ຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 21 ປີແຫ່ງວັນຄອບຄົວຫວຽດນາມ (28-6-2001 / 28-6-2022), 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ກໍາປູເຈຍ (24-6-1967 / 24-6-2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ (18-7-1977 / 18-7-2022).

ລາຍການມີການເຂົ້າຮ່ວມຂອງຫົວໜ້າສະຖານກົງສູນໃຫຍ່ ລາວ ແລະກໍາປູເຈຍ ປະຈໍາ ນະຄອນໂຮ່ຈີມິນ, ຜູ້ຕາງໜ້າຄະນະຊາວໜຸ່ມ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ, ສະມາຄົມນັກສຶກສາ 3 ປະເທດ ພ້ອມກັບ 34 ຄອບຄົວ. ນີ້ແມ່ນໂອກາດເພື່ອໃຫ້ບັນດາຄອບຄົວມິດຕະພາບພ້ອມກັນພົບປະແລກປ່ຽນ, ແບ່ງປັນ, ຊົມບັນດາລາຍການສິລະປະ, ດົນຕີພື້ນເມືອງຂອງ 3 ປະເທດ ແລະພິເສດແມ່ນເຂົ້າຮ່ວມລາຍການລະຫຼິ້ນພື້ນເມືອງ, ການເຄື່ອນໄຫວເຊື່ອມຕໍ່ອື່ນໆ.

Link: https://huunghivietlao.thoidai.com.vn/detail-article-14545.html

In bài biết