16:01 | 26/06/2022

ຫວນຄືນໄລຍະປະຫວັດສາດສາຍພົວພັນທີ່ເປັນມູນເຊື້ອຫວຽດນາມ-ລາວ

ກອງປະຊຸມສໍາມະນາສາກົນ “50 ປີແຫ່ງການພົວພັນທາງການທູດຫວຽດນາມ-ອິນເດຍ: ຫວນຄືນ ແລະມຸ່ງໄປເຖິງ” ກອງປະຊຸມສໍາມະນາສາກົນ “50 ປີແຫ່ງການພົວພັນທາງການທູດຫວຽດນາມ-ອິນເດຍ: ຫວນຄືນ ແລະມຸ່ງໄປເຖິງ”
ຫວນຄືນບຸນເຕັດດວານງໍ້ ຢູ່ພະລາຊະວັງ ທັງລອງ ຫວນຄືນບຸນເຕັດດວານງໍ້ ຢູ່ພະລາຊະວັງ ທັງລອງ
ຫວນຄືນໄລຍະປະຫວັດສາດສາຍພົວພັນທີ່ເປັນມູນເຊື້ອຫວຽດນາມ-ລາວ
ບັນຍາກາດທີ່ການໂອ້ລົມ. ພາບ: VOV

ເພື່ອແນໃສ່ຂ່ຳນັບຊົມເຊີຍປີສາມັກຄີມິດຕະພາບຫວຽດນາມ-ລາວ 2022, ວັນທີ 24 ມິຖຸນາ, ຢູ່ນະຄອນຫຼວງວຽງຈັນ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ຫງວຽນບາຮຸ່ງ ໄດ້ມີການໂອ້ລົມກັບນັກສຶກສາ, ນັກຄົ້ນຄວ້າ, ຄູອາຈານສະຖາບັນການເມືອງການປົກຄອງແຫ່ງຊາດລາວ, ເພື່ອແນໃສ່ຫວນຄືນໄລຍະປະຫວັດສາດສາຍພົວພັນລະຫວ່າງ 2 ປະເທດ.

ທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ເນັ້ນໜັກວ່າ ຫວນຄືນໄລຍະທາງແຫ່ງການພັດທະນາຂອງ 2 ປະເທດໃນໄລຍະ 60 ປີຜ່ານມາ (5 ກັນຍາ 1962-5 ກັນຍາ 2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ຮ່ວມມືຫວຽດນາມ - ລາວ (18 ກໍລະກົດ 1977-17 ກໍລະກົດ 2022), 2 ປະເທດລ້ວນແຕ່ມີຄວາມເອກອ້າງທະນົງໃຈເມື່ອເຫັນວ່ານ້ຳໃຈສາມັກຄີແບບພິເສດສັດຊື່ບໍລິສຸດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ ໄດ້ ແລະພວມໄດ້ຮັບການປັບປຸງ, ປ່ຽນແປງໃໝ່ ແລະພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ, ປະກອບສ່ວນຢ່າງແທດຈິງເຂົ້າໃນພາລະກິດແຫ່ງການສ້າງສາ ແລະພັດທະນາຂອງແຕ່ລະປະເທດ.

Link: https://huunghivietlao.thoidai.com.vn/detail-article-14519.html

In bài biết