10:15 | 23/06/2022

Samsung Display Vietnam ຊອກຫາແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງທີ່ໄດ້ບຳລຸງສ້າງຢູ່ ສ.ເກົາຫຼີ

AVCK ແລະ KVFFA ຮ່ວມມືສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ AVCK ແລະ KVFFA ຮ່ວມມືສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ
Vietnam Airlines ໄດ້ຮັບລາງວັນ VNPR Awards 2021 ສໍາລັບບັ້ນເຄື່ອນໄຫວການສື່ສານເສັ້ນທາງການບິນໄປອາເມຣິກາ Vietnam Airlines ໄດ້ຮັບລາງວັນ VNPR Awards 2021 ສໍາລັບບັ້ນເຄື່ອນໄຫວການສື່ສານເສັ້ນທາງການບິນໄປອາເມຣິກາ

ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ (MOU) ກ່ຽວ​ກັບ​ການ​ຮ່ວມ​ມື​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ຮັບສະໝັກບຸກຄະລາກອນລະຫວ່າງ Samsung Display Vietnam (SDV) ​ແລະສະມາຄົມ​ນັກ​ສຶກສາຫວຽດນາມ ຢູ່ ສ.​ເກົາຫຼີ (VSAK) ​ໄດ້​ດຳ​ເນີນ​ຢູ່​ສະຖານທູດ ຫວຽດນາມ ປະຈຳ ສ.​ເກົາຫຼີ.

Samsung Display Vietnam ຊອກຫາແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງທີ່ໄດ້ບຳລຸງສ້າງຢູ່ ສ.ເກົາຫຼີ
Samsung Display Vietnam ຊອກຫາແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງທີ່ໄດ້ບຳລຸງສ້າງຢູ່ ສ.ເກົາຫຼີ. ພາບ: TTXVN

​ເຂົ້າ​ຮ່ວມ ​ແລະ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ ​ມີ​ຜູ້ຕາງໜ້າ​ສະຖານທູດ ຫວຽດນາມ ປະຈຳ ສ.​ເກົາຫຼີ, ຜູ້ຕາງໜ້າ​ບັນດາ​ສາຂາ​ຂອງ VSAK. ນີ້​ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ໃນ​​ປີສະເຫຼີມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ສ.​ເກົາຫຼີ ​ແລະ 15 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ VSAK.

VSAK ແລະ SDV ໃຫ້ຄໍາໝັ້ນສັນຍາຈະສົມທົບກັນຈັດກອງປະຊຸມ ສໍາມະນາການຮັບສະຫມັກນັກສຶກສາ, ນົກຄົ້ນຄວ້າ ເພື່ອຊອກຫາ ຊັບພະຍາກອນມະນຸດຄຸນນະພາບສູງສຳລັບບໍລິສັດ SDV, ພ້ອມກັນນັ້ນ ກໍນໍາມາເຊິ່ງຂໍ້ມູນຂ່າວສານ, ທັກສະທີ່ມີຜົນປະໂຫຍດໃນຂະບວນການຊອກຫາ ວຽກເຮັດງານທໍາ.

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ​ເລ​ວັນ​ຮຸ່ງ, ​ເລຂາເອກ, ສະຖານທູດ​ຫວຽດນາມ ໃຫ້ຮູ້​ວ່າ: ນີ້​ແມ່ນ​ເຫດການທີ່​ມີ​ຄວາມ​ໝາຍ​ທີ່​ສຸດ, ​ເປັນຂີດໝາຍ​ຄັ້ງ​ທຳ​ອິດ​ທີ່​ວິ​ສາ​ຫະກິດ​ໃຫຍ່​ຄື SDV ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ກັບ​ສະມາຄົມ​ນັກ​ສຶກສາ ຫວຽດນາມ ຢູ່ ສ.​ເກົາຫຼີ. ​ເຫດການ​ດັ່ງກ່າວ​ໄດ້​ຮັບ​ຖື​ວ່າ​ເປັນ​ການ​ເລີ່​ມຕົ້ນ​ອັນ​ດີ ​ແລະ​ເປັນ​ບາດກ້າວ​ບຸກທະລຸ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທດຊາດ​ຢ່າງ​ແຮງ. ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ໃຫ້ຄຳໝັ້ນ ສັນຍາໜູນຊ່ວຍ SDV ແລະ VSAK ຢ່າງສຸດຄວາມສາມາດ ເພື່ອສ້າງກາລະໂອກາດໃຫ້ນັກຮຽນ ຫວຽດນາມ ຫຼາຍກວ່າອີກ.

ບູນມີ

Link: https://huunghivietlao.thoidai.com.vn/detail-article-14496.html

In bài biết