ປະທານປະເທດ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບປະທານສະພາແຫ່ງຊາດ ໂມຊຳບິກ
ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ, ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ແລະ ຖື ໂມຊຳບິກ ເປັນໜຶ່ງໃນບັນດາຄູ່ຮ່ວມມືຈຸດສຸມຂອງ ຫວຽດນາມ ຢູ່ອາຟຼິກກາ, ທ່ານສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ທຸກຂັ້ນ, ກະຊວງ, ຂະແໜງການ ແລະ ທ້ອງຖິ່ນ. ທ່ານປະທານປະເທດ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນກັບ ໂມຊຳບິກ ກ່ຽວກັບການເຄື່ອນໄຫວຢູ່ສະພາຄວາມໝັ້ນຄົງ ສປຊ; ຕັ້ງໜ້າຜັນຂະຫຍາຍກົນໄກຮ່ວມມືສອງຝ່າຍ, ສືບຕໍ່ຕັ້ງໜ້າສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ເວທີປາໄສຫຼາຍຝ່າຍ.
ເພື່ອເຂົ້າເຖີງກິດຈະການຮ່ວມໂທລະຄົມໂມວີແທ່ວ ຢູ່ປະເທດ ໂມຊໍາບິກ ແມ່ນຕົວແບບທີ່ປະສົບຜົນສຳເລັດ, ໄດ້ສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການຮ່ວມມືລະຫວ່າງ 2 ປະເທດ, ທ່ານປະທານປະເທດ ສະແດງຄວາມຂອບໃຈ ແລະ ຮຽກຮ້ອງໃຫ້ບັນດາການນຳຂອງ ປະເທດໂມຊໍາບິກ ສືບຕໍ່ເອົາໃຈໃສ່ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວຍຸດທະສາດຢ່າງບໍ່ຢຸດຢັ້ງ. ຍົກສູງຄຸນນະພາບການບໍລິການ, ເພີ່ມທະວີການບໍລິການໂທລະສັບມືຖືໄປສູ່ຊົນນະບົດ ແລະເຂດຫ່າງໄກສອກຫຼີກທີ່ມີຄວາມຫຍຸ້ງຍາກ, ຮັບໃຊ້ປະຊາຊົນດີກວ່າ ແລະການພັດທະນາເສດຖະກິດແລະສັງຄົມຂອງປະເທດໂມຊໍາບິກ. ຄຽງຄູ່ກັນນັ້ນ, ສະເໜີສອງຝ່າຍສ້າງເງື່ອນໄຂຊຸກຍູ້ການຮ່ວມມືດ້ານການຄ້າໃຫ້ແທດເໝາະກັບທ່າແຮງ ແລະ ຂະໜາດຕະຫຼາດຂອງແຕ່ລະຝ່າຍ,ຊ່ວຍເຫຼືອວິສາຫະກິດເພີ່ມທະວີການເຊື່ອມຕໍ່.
![]() |
ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ໂມຊຳບິກ Esperanca Laurinda Francisco Nhiuane Bias. ພາບ: TTXVN |
ຕີລາຄາສູງຜົນສຳເລັດຂອງໄລຍະທີ 1 ຂອງໂຄງການຮ່ວມມືຄົ້ນຄວ້າ ແລະ ພັດທະນາພືດສະບຽງອາຫານຢູ່ ຊໍາເບີເຊຍ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ 2 ຝ່າຍຕ້ອງຕັ້ງໜ້າຊອກຫາມາດຕະການເພື່ອຜັນຂະຫຍາຍໄລຍະ 2 ຂອງໂຄງການໂດຍໄວ. ດ້ວຍກຳລັງການສົ່ງອອກສະບຽງອາຫານເປັນຈຳນວນຫຼວງຫຼາຍ, ພິເສດແມ່ນເຂົ້າສານ, ຫວຽດນາມ ຈະຊ່ວຍໂມຊໍາບິກ ໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືດ້ານສາທາລະນະສຸກ ແລະ ການສຶກສາໃນບັນດາຈຸດພິເສດທີ່ ມໍຊໍາບິກ ມີຄວາມຕ້ອງການ; ເປີດກວ້າງການຮ່ວມມືດ້ານວັດທະນະທຳ ແລະ ກິລາຄື: ສັບປະດາວັດທະນະທຳຫວຽດນາມ ຢູ່ໂມຊໍາບິກ, ອາທິດວັດທະນະທຳ ໂມຊໍາບິກ ຢູ່ຫວຽດນາມ, ວັນວັດທະນະທຳຢູ່ນະຄອນໃຫຍ່ ແລະ ຈັດຕັ້ງບັນດາກິດຈະກໍາວັດທະນະທຳ. ທ່ານປະທານປະເທດ ກໍ່ສະແດງຄວາມເຊື່ອໝັ້ນຕໍ່ການສະໜັບສະໜູນຂອງປະທານສະພາແຫ່ງຊາດ ສາທາລະນະລັດ ໂມຊໍາບິກ ເພື່ອໃຫ້ການພົວພັນຮ່ວມມືລະຫວ່າງ 2 ປະເທດເວົ້າລວມ ແລະ ການຮ່ວມມື ລະຫວ່າງ ສະພາແຫ່ງຊາດບັນລຸໄດ້ບັນດາໝາກຜົນອັນດີງາມກ່ວາອີກ ເພື່ອຜົນປະໂຫຍດຂອງປະຊາຊົນ, ໄດ້ຮັບການພັດທະນາ ເວລາຈະມາເຖິງ.
ທ່ານນາງປະທານສະພາແຫ່ງຊາດ ໂມຊຳບິກ ຢັ້ງຢືນວ່າ ການພົວພັນລະຫວ່າງສອງປະເທດ ນັບມື້ນັບພັດທະນາ ໃນຫຼາຍຂົງເຂດ ໂດຍສະເພາະແມ່ນນັບແຕ່ສອງປະເທດສ້າງຕັ້ງການພົວພັນທາງການທູດ. ແບ່ງປັນກ່ຽວກັບເລື່ອງລົງນາມບົດບັນທຶກຊ່ວຍຈຳລະຫວ່າງສອງສະພາແຫ່ງຊາດ, ຢ້ຽມຢາມສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ສະຖາບັນກະສິກຳ ຫວຽດນາມ, ຄະນະກຳມະການແຫ່ງຊາດຮັບມືກັບໄພພິບັດ, ທຳມະຊາດ ແລະ ກູ້ໄພກູ້ຊີບຫວຽດນາມ…ທ່ານນາງປະທານສະພາແຫ່ງຊາດ ໂມຊຳບິກ ຖືວ່າ ການແລກປ່ຽນກັບບັນດາຝ່າຍແມ່ນເງື່ອນໄຂໃຫ້ແກ່ການຮ່ວມມືລະຫວ່າງກະຊວງ, ຂະແໜງການ, ຄະນະຂອງສອງປະເທດກ່ຽວກັບຂົງເຂດນີ້.
ວີໂອວີ