16:47 | 22/06/2022

ນັກຂ່າວຕ່າງປະເທດຫຼາຍຄົນ ເຂົ້າຮ່ວມລາຍການ “ສໍາຜັດ ກວາງນາມ”

FAO ສົມທົບກັບແຂວງ ກວາງນາມ ໃນຂົງເຂດກະສິກຳ FAO ສົມທົບກັບແຂວງ ກວາງນາມ ໃນຂົງເຂດກະສິກຳ
ອົງການ CHIA ໜູນຊ່ວຍ ເສື້ອຄຸມຈຳນວນ 1.987 ຜືນໃຫ້ປະຊາຊົນທຸກຍາກແຂວງ ກວາງນາມ ອົງການ CHIA ໜູນຊ່ວຍ ເສື້ອຄຸມຈຳນວນ 1.987 ຜືນໃຫ້ປະຊາຊົນທຸກຍາກແຂວງ ກວາງນາມ
ນັກຂ່າວຕ່າງປະເທດຫຼາຍຄົນ ເຂົ້າຮ່ວມລາຍການ “ສໍາຜັດ ກວາງນາມ”
ພາບປະກອບ​ (ພາບ: VOV)

ໃນ 3 ວັນ, ​ແຕ່​ວັນ​ທີ 17 – 19 ມີຖຸນາ, ມີນັກ​ຂ່າວ​ເກືອບ 40 ຄົນ​ທີ່​ຕາງໜ້າ​ໃຫ້ 15 ອົງການ​ຂ່າວສານ​ໜັງສືພິມຕ່າງປະ​ເທດ ​ທີ່​ມີ​ສຳນັກງານ​ ປະຈໍາ ຫວຽດນາມ ​ແລະ ນັກ​ທ່ອງ​ທ່ຽວ​ສາກົນ​ຈຳນວນ​ໜຶ່ງ​ໄດ້​ເຂົ້າ​ຮ່ວມ​ລາຍການ “ສໍາຜັດ ​ກວາງ​ນາມ ຢູ່ ຫວຽດນາມ”. ທີ່​ລາຍການ, ນັກ​ທ່ອງ​ທ່ຽວ​ໄດ້ສຳ​ຜັດ​ກັບ​ບັນດາ​ຜະລິດ​ຕະພັນ​ທ່ອງທ່ຽວສີ​ຂຽວ, ທ່ອງ​ທ່ຽວ​ຊົນນະບົດ, ຄົ້ນຫາ​ບັນດາ​ຜະລິດ​ຕະພັນ OCOP ​ແລະ ຊອກຮູ້​ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າສ່ວນໜ້ອຍ​ຢູ່​ເຂດ​ພູດ​ອຍ ກວາງ​ນາມ.

​ໃນ​ປີ 2022, ​ ກວາງ​ນາມ ໄດ້​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ຫຼາຍກິດຈະກໍາ​ທາງ​ການ​ທູດ​ລະດັບ​ຊາດ​ຫຼາຍຢ່າງຄື ສະເຫຼີມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ສ.​ເກົາຫຼີ, 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ອິນ​ເດຍ ​ແລະ ກະກຽມ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງຕັ້ງສາ​ຍພົວພັນ​ທາງ​ການ​ທູດ ຫວຽດ​ນາມ ແລະ ຍີ່​ປຸ່ນ ໃນ​ປີ 2023.

ທ່ານ​ນາງ ຫງວຽນ​ທິ​ທູ່ຍ​ຈາງ, ຮອງ​ຫົວໜ້າ​ພະ​ແນ​ກການ​ຕ່າງປະ​ເທດ​ແຂວງ ກວາງ​ນາມ ຢືນຢັນ​ວ່າ, ການ​ຈັດ​ຕັ້ງ​ບັນດາ​ເຫດການ​ຄື​ ລາຍການ “ສໍາຜັດ ກວາງ​ນາມ”, ​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ແນະນຳ​ພາບພົດ, ປະ​ຊາ​ຊົນ ​ແລະ ວັດທະນະທຳ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເຂດ​ພູດ​ອຍ ກວາງ​ນາມ ອອກ​ສູ່​ໂລກ.

ຕາມ​ທ່ານ​ນາງ ທູ່ຍຈາງ​: “ເຂດຕາ​ເວັນ​ຕົກ​ ກວາງ​ນາມ ທັງມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ກ່ຽວກັບການພັດທະນາ​ການທ່ອງທ່ຽວ​ຊຸມ​ຊົນ ​ແລະ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​​ໃນ​ການ​ພັດທະນາ​ຢາສະຫມຸນໄພຢ່າງໃຫຍ່​ຫຼວງ​, ພວກ​ຂ້າພະ​ເຈົ້າ​ກໍານົດທິດ​ບໍ່​ພຽງ​ແຕ່​ພັດທະນາ​ການທ່ອງທ່ຽວ​ຊຸມ​ຊົນ​ເທົ່າ​ນັ້ນ, ຫາກ​ຍັງ​ແນະນຳ​ເຖິງບັນດານັກລົງທຶນຈີນ, ຍີ່ປຸ່ນ, ອິນເດຍ, ສ.ເກົາຫຼີ... ເຂົາເຈົ້າມີຕະຫຼາດຢາສະຫມຸນໄພຂະຫນາດໃຫຍ່, ມີປະສົບການຫຼາຍໃນການປຸງແຕ່ງ, ຜະລິດຢາສະຫມຸນໄພ. ນີ້ແມ່ນຄູ່ຮ່ວມງານທີ່ມີຄວາມ​ສາມາດ​ບົ່ມ​ຊ້ອນຫຼາຍເພື່ອສາມາດຮ່ວມມືໄດ້ດີທີ່ສຸດ.

ຫອມມາລາ

Link: https://huunghivietlao.thoidai.com.vn/detail-article-14475.html

In bài biết