ສະມາຊິກລັດຖະສະພາໜຸ່ມ ຫວຽດນາມ ພ້ອມກັບສະມາຊິກລັດຖະສະພາ ໜຸ່ມທົ່ວໂລກ ຕ້ານການປ່ຽນແປງຂອງດິນຟ້າອາກາດ
ໃນລະຫວ່າງວັນທີ 15 – 16 ມິຖຸນາ, ຄະນະສະມາຊິກສະພາແຫ່ງຊາດ ຫວຽດນາມ ໂດຍທ່ານນາງ ດິງທິເຟືອງລານ, ຮອງປະທານສະພາຊົນເຜົ່າ, ຮອງປະທານກຸ່ມສະມາຊິກສະພາແຫ່ງຊາດໜຸ່ມຊຸດທີ XV ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ IPU ຄັ້ງທີ 8, ໂດຍສະພາແຫ່ງຊາດ ເກຼັກ ແລະສະຫະພັນລັດຖະສະພາໂລກ (IPU) ສົມທົບ ກັນຈັດຂຶ້ນຢູ່ນະຄອນ Sharm el Sheihk, ເອຢິບ. ເຂົ້າຮ່ວມກອງປະຊຸມ ມີຜູ້ແທນປະມານ 200 ທ່ານທີ່ມາຈາກກວ່າ 60 ປະເທດ ແລະ ບັນດາອົງການຈັດຕັ້ງສາກົນ.
![]() |
ສະມາຊິກລັດຖະສະພາໜຸ່ມ ຫວຽດນາມ ພ້ອມກັບສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຕ້ານການປ່ຽນແປງຂອງດິນຟ້າອາກາດ. |
ທີ່ກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ໄດ້ແບ່ງປັນຄວາມວິຕົກກັງວົນ ລວມກັບບັນດາປະເທດ ກ່ຽວກັບຜົນກະທົບຂອງບັນຫາການປ່ຽນແປງຂອງ ດິນຟ້າອາກາດ; ແຈ້ງໃຫ້ຊາບກ່ຽວກັບຄວາມມານະພະຍາຍາມຂອງ ສະພາແຫ່ງຊາດ ຫວຽດນາມ ໃນນັ້ນມີສະມາຊິກລັດຖະສະພາໜຸ່ມ ໃນການ ຮັບມືກັບບັນຫາດັ່ງກ່າວ ນັບແຕ່ເລື່ອງປະກາດໃຊ້ກົດໝາຍເພື່ອສ້າງກອບນິຕິກຳ.
ສະພາແຫ່ງຊາດ ຫວຽດນາມ ໄດ້ຍົກອອກຄຳໝັ້ນສັນຍາປະຕິບັດການຫຼຸດຜ່ອນການປ່ອຍ ອາຍພິດເຮືອນແກ້ວເຂົ້າລະບົບກົດໝາຍ ເພື່ອໃຫ້ປະຊາຊົນໝົດທຸກ ຄົນພ້ອມ ກັນປະຕິບັດ. ຢືນຢັນແຜນນະໂຍບາຍຂອງ ຫວຽດນາມ ນັ້ນແມ່ນທັງ ພັດທະນາ ເສດຖະກິດເພື່ອບືນຕົວຂຶ້ນ, ຮັບປະກັນການດຳລົງຊີວິດຂອງປະຊາຊົນ ໃຫ້ເປັນຢ່າງດີກວ່າ, ພ້ອມທັງປະກອບສ່ວນຄວາມຮັບຜິດຊອບຕໍ່ ປະຊາຄົມສາກົນ…
ບູນມີ