08:20 | 20/06/2022

ຫວຽດນາມ ຢັ້ງຢືນຄຳໝັ້ນສັນຍາຊຸກຍູ້ສິດທິຂອງຄົນພິການ

ຊ່ວຍເຫຼືອຄົນພິການ ໃຫ້ເຂົ້າເຖິງຂໍ້ມູນຂ່າວສານໃນລະດູການພະຍາດລະບາດ ຊ່ວຍເຫຼືອຄົນພິການ ໃຫ້ເຂົ້າເຖິງຂໍ້ມູນຂ່າວສານໃນລະດູການພະຍາດລະບາດ
ເປີດຕົວວິທີການແກ້ໄຂດີຈີຕອນ ເພື່ອໜູນຊ່ວຍຄົນພິການ ແລະ ຜູ້ຖືກເຄາະຮ້າຍຈາກລູກລະເບີດ ເປີດຕົວວິທີການແກ້ໄຂດີຈີຕອນ ເພື່ອໜູນຊ່ວຍຄົນພິການ ແລະ ຜູ້ຖືກເຄາະຮ້າຍຈາກລູກລະເບີດ
ຫວຽດນາມ ຢັ້ງຢືນຄຳໝັ້ນສັນຍາຊຸກຍູ້ສິດທິຂອງຄົນພິການ
ທ່ານນາງ ເລທິມິງທວາ, ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພ​າບ: dangcongsan.vn)

ກ່າວຄຳເຫັນກ່ຽວກັບສະພາບການປະຕິບັດສົນທິສັນຍາສິດທິຂອງຄົນພິການ, ທ່ານນາງ ເລທິມິງທວາ, ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢັ້ງຢືນວ່າ: ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການຊຸກຍູ້ ແລະ ປົກປ້ອງສິດທິ ແລະ ຜົນປະໂຫຍດຂອງຄົນພິການບົນພື້ນຖານຄວາມສະເໝີພາບ, ບໍ່ຈຳແນກການປະພຶດ ແລະ ຍາມໃດກໍ່ສົມທົບເຂົ້າບັນຫາໃນຂອບເຂດການພັດທະນາຂອງປະເທດຊາດ. ຍາມໃດ ຫວຽດນາມ ກໍ່ມານະພະຍາຍາມສ້າງສະພາບແວດລ້ອມທີ່ສະດວກເພື່ອໃຫ້ຄົນພິການບໍ່ພຽງແຕ່ໄດ້ຊົມໃຊ້ຜົນປະໂຫຍດເທົ່ານັ້ນ ຫາກຍັງສ້າງກາລະໂອກາດໃຫ້ເຂົາເຈົ້າໄດ້ເຂົ້າຮ່ວມວິວັດການສ້າງລັດຖະນະໂຍບາຍ ແລະ ປະກອບສ່ວນເຂົ້າໃນການພັດທະນາສັງຄົມອີກດ້ວຍ.

ຫວຽດນາມ ໄດ້ເນັ້ນໜັກເຖິງເລື່ອງ ຫວຽດນາມ ໃຫ້ສັດຕະຍາບັນສົນທິສັນຍາ CRPD ແລະ ສົນທິສັນຍາຂອງອົງການແຮງງານສາກົນ (ILO) ເລກທີ 159 ກ່ຽວກັບວຽກເຮັດງານທຳ ແລະ ບຳລຸງສ້າງວິຊາຊີບໃຫ້ແກ່ຄົນພິການ ແມ່ນການຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຮັບປະກັນໃຫ້ແຮງງານບໍ່ຖືກຈຳແນກການປະພຶດຢູ່ບ່ອນເຮັດວຽກ.

ໃນ​ໂອ​ກາດ​ນີ້, ຜູ້​ຕາງ​ໜ້າ ຫວຽດ​ນາມ ໄດ້ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຮ່ວມ​ມື​ກັບ​ປະ​ຊາ​ຄົມ​ສາ​ກົນ ເພື່ອ​ຮັບ​ປະ​ກັນ​ອະ​ນາ​ຄົດ​ທີ່​ມີ​ຄວາມ​ສະ​ເໝີ​ພາບ, ກວມ​ລວມ ແລະ ຍືນ​ຍົງ ໃຫ້​ແກ່​ປະ​ຊາ​ຊົນ​ໝົດ​ທຸກ​ຄົນ, ບໍ່​ປະ​ໃຫ້​ຜູ້​ໃດ​ຖືກ​ຕົກ​ຢູ່​ທາງຫຼັງ.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-14442.html

In bài biết