15:25 | 18/06/2022

AVPI:ເສດຖະກິດຫວຽດນາມ ຟື້ນຕົວຢ່າງເຂັ້ມແຂງ ພາຍຫຼັງໂລກລະບາດໂຄວິດ-19

ທະນາຄານ Standard Chartered ຄາດຄະເນວ່າ GDP ຂອງຫວຽດນາມ ຈະເຕີບໂຕ 6,7% ໃນປີ 2022. ທະນາຄານ Standard Chartered ຄາດຄະເນວ່າ GDP ຂອງຫວຽດນາມ ຈະເຕີບໂຕ 6,7% ໃນປີ 2022.
ທະນາຄານໂລກ WB: ເສດຖະກິດຫວຽດນາມຈະມີອັດຕາເລັ່ງເພີ່ມຂຶ້ນໃນປີ 2022 ທະນາຄານໂລກ WB: ເສດຖະກິດຫວຽດນາມຈະມີອັດຕາເລັ່ງເພີ່ມຂຶ້ນໃນປີ 2022
AVPI:ເສດຖະກິດຫວຽດນາມ ຟື້ນຕົວຢ່າງເຂັ້ມແຂງ ພາຍຫຼັງໂລກລະບາດໂຄວິດ-19
(ພາບປະກອບ: baodautu)

ບົດ​ຂຽນ​ເນັ້ນ​ໜັກ​ວ່າ ດ້ວຍ​ເປົ້າ​ໝາຍ​ຫຼຸດ​ຜ່ອນ​ຜົນ​ກະທົບ​ຈາກ​ໂລກ​ລະບາດ​ຕໍ່​ເສດຖະກິດ, ລັດຖະບານ ຫວຽດນາມ ​ໄດ້​ມານະພະຍາຍາມປ່ຽນແປງໃໝ່ ​ເພື່ອ​ຫຼຸດຜ່ອນ​ບັນດາ​ຂໍ້ຄ້າງຄາກ່ຽວກັບລະບອບລະບຽບການ ​ແລະ ພື້ນຖານ​ໂຄງ​ລ່າງ, ຮັບປະກັນ​ໃຫ້​ບັນດາ​ວິ​ສາ​ຫະກິດ​ທີ່ມີ​ການແກ່ງແຍ່ງ ຢູ່ໃນສະພາບແວດລ້ອມເທົ່າທຽມກັນ. ລັດຖະບານ​ ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເພີ່ມ​ການ​ໃຊ້​ຈ່າຍ​ດ້ານ​ສາທາລະນະ​ສຸກ, ການ​ສຶກສາ ​ແລະ ພື້ນຖານ​ໂຄງ​ລ່າງ ​ແລະ ຮັກສາ​ການ​ໜູນຊ່ວຍ​ດ້ານ​ທຸລະ​ກິດ​ ໃຫ້​ຢູ່​ໃນ​ລະດັບໃດໜຶ່ງທີ່ແນ່ນອນ. ຜູ້ຂຽນຄາດວ່າ ກະແສເງິນລົງທຶນຂອງພາກລັດຈະຟື້ນຕົວໃນປີ 2022 ເມື່ອລັດຖະບານສຸມໃສ່ ໃນບັນຫາການພັດທະນາເສດຖະກິດ - ສັງຄົມ ຫຼັງຈາກການແຜ່ລະບາດຂອງພະຍາດ. ນອກ​ນີ້, ປະຊາຊົນຄົນຊັ້ນກາງ​ພາຍ​ໃນ​ປະ​ເທດ​ຂອງ​ຫວຽດ​ນາມ ຍັງ​ສືບ​ຕໍ່​ເຕີບ​ໂຕ, ປະ​ກອບ​ສ່ວນຊຸກຍູ້ຄວາມ​ຕ້ອງ​ການ​ບໍ​ລິ​ໂພກ​ພາຍ​ໃນ​ປະ​ເທດ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-14433.html

In bài biết