16:23 | 16/06/2022

VUFO ແລະ ສະຖານທູດ ກາຊັກສະຖານ ປະຈຳ ຫວຽດນາມ ສືບຕໍ່ຊຸກຍູ້ການທູດປະຊາຊົນ

ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບພະນັກງານ, ພາລະກອນສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ປະຊາຄົມຊາວ ຫວຽດນາມ ຢູ່ ລາວ ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບພະນັກງານ, ພາລະກອນສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ປະຊາຄົມຊາວ ຫວຽດນາມ ຢູ່ ລາວ
ສະຖານທູດ​ຫວຽດນາມ ປະຈຳ ອີ​ຕາ​ລີ ໜູນ​ຊ່ວຍແກ້ໄຂກໍລະນີ​ຄອນເທນເນີບັນທຸກແກ່ນ​ໝາກມ່ວງ​ຫິມະ​ພານ 100 ຕູ້ ​ເຊິ່ງສ່ຽງ​ທີ່​ຈະ​ຖືກ​ຫຼອກ​ລວງ ສະຖານທູດ​ຫວຽດນາມ ປະຈຳ ອີ​ຕາ​ລີ ໜູນ​ຊ່ວຍແກ້ໄຂກໍລະນີ​ຄອນເທນເນີບັນທຸກແກ່ນ​ໝາກມ່ວງ​ຫິມະ​ພານ 100 ຕູ້ ​ເຊິ່ງສ່ຽງ​ທີ່​ຈະ​ຖືກ​ຫຼອກ​ລວງ

ວັນ​ທີ 13 ມິຖຸນາ​, ຢູ່​ຮ່າ​ໂນ້ຍ, ທ່ານນາງ ຫງວຽນເຟືອງງາ ​ປະທານ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ Yerlan Baizhanov ເອກ​ອັກຄະ​ລັດຖະທູດ ກາຊັກສະຖານ ປະຈຳ ຫວຽດນາມ.

VUFO ແລະ ສະຖານທູດ ກາຊັກສະຖານ ປະຈຳ ຫວຽດນາມ ສືບຕໍ່ຊຸກຍູ້ການທູດປະຊາຊົນ
VUFO ແລະ ສະຖານທູດ ກາຊັກສະຖານ ປະຈຳ ຫວຽດນາມ ສືບຕໍ່ຊຸກຍູ້ການທູດປະຊາຊົນ. ພາບ: thoidai.com.vn

ໂດຍໄດ້ສະແດງຄວາມຂອບ​ໃຈ​ທ່ານນາງ​ປະທານ VUFO ຫງວຽນ​ເຟືອງ​ງາ ທີ່​ສະຫລະ​ເວລາ​ຕ້ອນຮັບ, ທ່ານ​ເອກ​ອັກຄະ​ລັດຖະທູດ Yerlan Baizhanov ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ລະຫວ່າງສອງປະ​ເທດກາຊັກສະຖານ ​ແລະ ຫວຽດນາມ.

ປີ 2021, VUFO ໄດ້ສົມທົບກັບສະຖານທູດ ສາທາລະນະລັດ ກາຊັກສະຖານ ປະຈຳ ຫວຽດນາມ ເພື່ອປະຕິບັດໂຄງການສິລະປະສາກົນ “ຜ້າພັນຄໍຂອງແມ່”. ນີ້​ແມ່ນ​ໂຄງ​ການ​ທີ່​ປະກອບສ່ວນ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ປະ​ຊາ​ຊົນ​ກ່ຽວ​ກັບ​ບັນ​ຫາ​ຂອງ​ແມ່​ຍິງ ​ແລະ​ ເຊີດຊູ​ອາ​ຊີບ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ.

ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ກາ​ຊັກ​ສະ​ຖານ ແມ່ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ດີ​ງາມ. ສອງປະ​ເທດ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ອົງການ​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ເວທີ​ປາ​ໄສ​ສາກົນ​ອື່ນໆ.

ຜ່ານ​ການ​​ແລກປ່ຽນ, ສະຖານທູດ ກາ​ຊັກ​ສະຖານ ​ແລະ VUFO ​ໄດ້​ເຫັນ​ດີ​ສືບ​ຕໍ່​ຊຸກຍູ້​ການ​ເຄື່ອນ​ໄຫວພົບປະ​ແລກປ່ຽນ​ປະຊາຊົນ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະຫວ່າງສອງປະ​ເທດ, ພິ​ເສດ​ແມ່ນ​ປີ​ນີ້ ສອງປະ​ເທດ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງການທູດລະຫວ່າງ ຫວຽດນາມ ແລະ ກາຊັກສະຖານ (ວັນທີ 29 ມິຖຸນາ 1992 - ວັນທີ 29 ມິຖຸນາ 2022).

ໄລຍະຜ່ານມາ, ຫວຽດນາມ - ກາ​ຊັກ​ສະຖານ ​ໄດ້​ປະຕິບັດຜັນຂະຫຍາຍ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ​ເອີ​ລົບ (EAEU) ຢ່າງ​ມີ​ປະສິດທິ​ຜົນ, ມູນຄ່າວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ ລະຫວ່າງ ຫວຽດນາມ ​ແລະ ກາ​ຊັກ​ສະຖານ ​ໄດ້​ເພີ່ມ​ຂຶ້ນ​, ສະ​ເລ່ຍປະມານ 28%/ປີ. ປີ 2022, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ລະ​ຫວ່າງ​ສອງ​ປະ​ເທດ​ຈະ​ບັນ​ລຸ​ເກືອບ 600 ລ້ານ USD. ຮອດ​ທ້າຍ​ປີ 2022 ​ໄດ້​ເປີດ​ການ​ບິນ​ຕົງ ​ຄັ້ງ​ທຳ​ອິດ​ລະຫວ່າງ ອາມາຕິ-ຢ່າຈ່າງ (Almaty ​- Nha Trang) ເຊິ່ງໄດ້ສ້າງ​ເງື່ອນ​ໄຂ​ໃຫ້​ນັກ​ທ່ອງ​ທ່ຽວກະຊັກຖານ ປະມານ 10.000 ຄົນ​ມາ​ຢ້ຽມຢາມ ຫວຽດນາມ ໃນ​ແຕ່ລະ​ປີ.

ບູນມີ

Link: https://huunghivietlao.thoidai.com.vn/detail-article-14420.html

In bài biết